ແພວາ ນັກຍິມນາສຕິກສາວລາວ ກຽມເຂົ້າຮ່ວມຊີງແຊັມໂລກ 2023 ຄັ້ງທໍາອິດ ທີ່ແອັດສະປາຍ

36

ສະຫະພັນຍິມນາສຕິກໂລກ (FIG) ຢືນຢັນ: ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກີລາຍິມນາສຕິກ ປະເພດ ຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນລາຍການ ຍິມນາສຕິກ ຊີງແຊັມໂລກ ຫຼື ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ຈະຈັດຂຶ້ນ ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023.

ທ່ານ ໂພແກ້ວ ພິລາພັນເດດ ຮອງປະທານ ສະຫະພັນຍິມນາສຕິກແຫ່ງຊາດລາວ ແຈ້ງໃຫ້ທີມງານສື່ມວນຊົນລາວຊາບວ່າ: ກ່ອນໜ້ານີ້ທາງສະຫະພັນຍິມນາສຕິກແຫ່ງຊາດລາວ ໄດ້ສົ່ງນັກກີລາເຂົ້າຮ່ວມການແຂ່ງຂັນ ລາຍການ ຊີງແຊັມ ອາຊີ 2023 ( Asian Championships 2023 ) ທີ່ປະເທດຟິລິບປິນ ເພື່ອໂອກາດ ແລະ ສິດໃນການເຂົ້າຮ່ວມໃນຊີງແຊັມໂລກ ( WORLD CHAMPIONSHIPS ) ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ຈະມີບັນດາປະເທດທີ່ສົ່ງເຂົ້າຮ່ວມຊີງໄຊເຖິງ 62 ປະເທດຈາກທົ່ວໂລກ.

ທ່ານກ່າວອີກວ່າ: “ ຫຼ້າສຸດກໍໄດ້ຮັບການຢືນຢັນເຂົ້າເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເພື່ອເປັນການສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະ ເປັນການພັດທະນານັກກິລາຍິມນາສຕິກລາວໃນອະນາຄົດ ອີກທັງຍັງເປັນການກຽມຄວາມພ້ອມເພື່ອໂອກາດໃນການຄວ້າຫຼຽນໃນການຮ່ວມແຂ່ງຂັນງານມະຫະກຳກິລາ ຊີເກມ ຄັ້ງທີ 33 ປີ 2025ທີ່ປະເທດໄທ ຮັບກຽດເປັນເຈົ້າພາບທີ່ຈະມາເຖິງນີ້ອີກດ້ວຍ ”.

ສຳລັບ ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສຕິກ ປະເພດ ຍິມນາສຕິກລີລາທີມຊາດ ເມື່ອປີ 2022 ໄດ້ກາຍເປັນຜູ້ຍິງລາວຄົນທຳອິດ ທີ່ໄດ້ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ແລະ ຍັງໄດ້ມີບົດບາດໃນການເຄື່ອນໄຫວເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງໃນຂົງເຂດອາຊຽນ ແລະ ອາຊີ ຢ່າງຕໍ່ເນື່ອງອີກດ້ວຍ ເຊິ່ງຜົນງານແມ່ນບໍ່ທຳມະດາ ໂດຍສະເພາະໃນ ຊີເກມ ຄັ້ງທີ 32 ແມ່ນສາມາດຕິດທອບ 10 ຜ່ານເຂົ້າໄປແຂ່ງຂັນໃນຮອບຫຼຽນຄຳ ໃນງານດັ່ງກ່າວອີກດ້ວຍ ເຖິງວ່າສຸດທ້າຍແລ້ວຈະບໍ່ໄດ້ຫຼຽນກໍຕາມ ແຕ່ກໍເປັນການເປີດສັກກະລາດໃໝ່ໃຫ້ກັບວົງການຍິມນາສຕິກລາວ.
ຂ່າວຈາກ: ສົງການ