ຫຼາຍທ້ອງຖິ່ນໃນເມືອງອາດສະພອນ ພ້ອມກັນສ້ອມແປງຄືນເສັ້ນທາງທີເປ່ເພ

65

ພາຍຫຼັງທີ່ຝົນຕົກຕິດຕໍ່ກັນຫຼາຍວັນໃນອາທິດທີ່ຜ່ານມາ ເຮັດໃຫ້ເສັ້ນທາງຫຼາຍເສັ້ນພາຍໃນເມືອງອາດສະພອນ ແຂວງສະຫວັນນະເຂດ ເປ້ເພເສຍຫາຍຢ່າງຫຼວງຫຼາຍ, ບາງບ່ອນຖືກຕັດຂາດ, ສະພາບເສັ້ນທາງຫຼາຍເສັ້ນເປ້ເພ ເປັນບວກ, ຂຸມ, ໄປ-ມາ ຫາສູ່ກັນ ຫຍຸ້ງຍາກລຳບາກຫຼາຍພໍສົມຄວນ.

อาจเป็นรูปภาพของ 11 คน, รถจักรยานยนต์, ต้นไม้ และ ถนน

ສະນັ້ນ, ໃນໄລຍະວັນທີ 18- 21 ສິງຫາ 2023 ທີ່ຜ່ານມານີ້, ທາງອໍານາດການປົກຄອງ ເມືອງອາດສະພອນ, ຈຸດສຸມ-ກຸ່ມບ້ານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຫຼາຍບ້ານ ຫຼາຍທ້ອງຖິ່ນ ພາຍໃນເມືອງ ຈຶ່ງພ້ອມພາກັນສ້ອມແປງເສັ້ນທາງຄືນໃໝ່ຫຼາຍຈຸດ ເຊິ່ງປະກອບມີຄື: ເສັ້ນທາງຈາກ ບ້ານດົງນາງາມ ເຂົ້າຫາເມືອງ ແມ່ນໄດ້ມີການວາງກະສອບຊາຍກັ້ນນ້ຳໄວ້, ຖົມຂຸມແຕ່ລະຈຸດຕາມເສັ້ນທາງ ເພື່ອສະດວກໃນການສັນຈອນໄປມາ ໂດຍການນຳພາຂອງ ທ່ານ ສີວິໄລ ສີທຳມະວັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ,

อาจเป็นรูปภาพของ 7 คน, ต้นไม้ และ พื้นหญ้า

ເສັ້ນທາງແຕ່ຈຸດສຸມນາເລົ່າ ໄປຫາ ບ້ານນາຂາມ ໂດຍການນຳພາຂອງ ທ່ານ ສະຫງວນ ຮົ່ມໂພສີ ເລຂາຄະນະພັກຮາກຖານ ຫົວໜ້າຈຸດສຸມນາເລົ່າ, ເສັ້ນທາງເລກທີ10 ຂອບເຂດຮັບຜິດຊອບຂອງບ້ານນາແຄ ນຳພາໂດຍ ທ່ານ ນວນຕາ ພັນທິລາດ ນາຍບ້ານນາແຄ, ເສັ້ນທາງແຕ່ຫົວຂົວຫ້ວຍສັງຄຽງ ຫາບ້ານໜອງເດີ່ນ ນຳພາໂດຍ ທ່ານ ພອນວິໄລ ມະດາໄລ ນາຍບ້ານໜອງເດີ່ນ ແລະ ຢູ່ທີ່ບ້ານບຶງຜະເໜາະ ກໍ່ໄດ້ມີການສ້ອມແປງເສັ້ນທາງ ແລະຂົວເຂົ້າບ້ານຂອງຕົນ ໂດຍການນຳພາຂອງ ທ່ານ ນາຍບ້ານບຶງຜະເໜາະ. ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນ ໄປມາຫາສູ່ລະຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງສະດວກສະບາຍຂຶ້ນ.

อาจเป็นรูปภาพของ 9 คน

ໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ