ຈະມີຜະລິດຕະພັນການຊໍາລະຂ້າມແດນລາວ-ກຳປູເຈຍ (KHQR scan LAOQR) ໃຫ້ນຳໃຊ້ໄວໆນີ້

57

ກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດກໍາປູເຈຍ (ທຫຈ) ຄັ້ງທີ 13 ໄດ້ເປີດຂຶ້ຶ້ນວັນທີ 18 ສິງຫາ 2023 ທີ່ຜ່ານມານີ້  ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ຊະໄຣ (H.E. Chea Serey) ຜູ້ວ່າການທະນາຄານແຫ່ງຊາດ ກໍາປູເຈຍ  ມີບັນຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 14 คน, แท่นบรรยาย และ ข้อความพูดว่า "Bilateral B” Meeting between The Bank of the Lao PDR and The National Bank of Cambodia Vientiane August 2023"

ໃນໂອກາດດັ່ງກ່າວໄດ້ມີພິທີແນະນຳຜະລິດຕະພັນການຊໍາລະຂ້າມແດນລາວ-ກຳປູເຈຍ (KHQR scan LAOQR) ດ້ວຍການນໍາໃຊ້ສະກຸນເງິນທ້ອງຖິ່ນ Lao Kipແລະ Khmer Rielໃນການຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານ QR Code ຂຶ້ນ, ໂດຍມີຄະນະຜູ້ວ່າການ, ຄະນະກົມຈາກສອງທະນາຄານກາງ, ບໍລິສັດ LAPNet, ຄະນະອໍານວຍການຈາກທະນາຄານເອຊີລີດາ ກໍາປູເຈຍ, ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ທະນາຄານທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມໃນພິທີດັ່ງກ່າວ.

ໃນນີ້, ຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR)ແມ່ນໝາກຜົນຂອງການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ທຫລ ກັບ ທຫຈ ກ່ຽວກັບການຮ່ວມມືໃນຂົງເຂດນະວັດຕະກໍາການເງິນ ແລະ ລະບົບການຊໍາລະ ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນທ້າຍປີ 2022 ທີ່ຜ່ານມາ,

ເພື່ອເປັນການສະໜັບສະໜູນການພັດທະນາເຕັກໂນໂລຊີທາງການເງິນ ແລະ ການຊໍາລະ ກໍຄືເຮັດໃຫ້ການຊໍາລະຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີປະສິດທິພາບ ພ້ອມທັງສະໜັບສະໜູນການນຳໃຊ້ສະກຸນເງິນທ້ອງຖິ່ນ Lao Kipແລະ Khmer Riel ເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຂ້າມແດນຮ່ວມກັນຜ່ານ QR Code ທີ່ໄດ້ມາດຕະຖານສາກົນ ເປັນເຕັກໂນໂລຊີທີ່ທັນສະໄໝ, ສະດວກ, ວ່ອງໄວ ແລະ ປອດໄພ.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ

ການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຮ່ວມກັນດັ່ງກ່າວ ເປັນການເຊື່ອມຕໍ່ໃນຮູບແບບການເຊື່ອມຕໍ່ລະບົບ Switching (ລະບົບການຊໍາລະຂ້າມທະນາຄານເທິງມືຖືຂອງບໍລິສັດ LAPNet) ກັບ Sponsoring (ລະບົບຂອງທະນາຄານເອຊີລີດາ ກໍາປູເຈຍ) ໃນໄລຍະທີ 1 ກໍຄື ກຳປູເຈຍສະແກນລາວ (KHQR scan LAOQR) ຊຶ່ງໃນເບື້ອງຕົ້ນ ແມ່ນມີທະນາຄານທຸລະກິດຂອງ ສປປ ລາວ ຈໍານວນ 8 ແຫ່ງ (BCEL, ACLEDA Bank Lao, Kbank Lao, BIC, APB, LVB, Indochinaແລະ STB) ເຂົ້າຮ່ວມໃຫ້ບໍລິການຮັບຊໍາລະ.

ໝາຍຄວາມວ່າ ນັກທ່ອງທ່ຽວກໍາປູເຈຍ ທີ່ເດີນທາງມາ ສປປ ລາວ ຈະສາມາດຊໍາລະຄ່າສິນຄ້າ ແລະ ບໍລິການໄດ້ດ້ວຍການສະແກນ QR Code ຢູ່ຕາມຮ້ານຄ້າທີ່ມີປ້າຍ QR Code ຂອງທະນາຄານທີ່ໃຫ້ບໍລິການຮັບຊໍາລະຕັ້ງຢູ່. ສໍາລັບໄລຍະທີ 2 ແມ່ນ ລາວສະແກນກຳປູເຈຍ (LAOQR scan KHQR) ແມ່ນຄາດໝາຍວ່າຈະເປີດໃຫ້ບໍລິການໄດ້ພາຍຫຼັງໄຕມາດ IV ຂອງປີ 2023ນີ້.

ໂດຍ: ປະຊາຊົນ