8 ນິດໄສ ທີ່ຄົນປະສົບຄວາມສຳເລັດລະດັບໂລກມີຄືກັນ

27

 

1. ຄາວຽກຕະຫຼອດເວລາ: ຈາກການສຳຫຼວດຂອງມະຫາວິທະຍາໄລ ສະແຕນຟອດ ພົບວ່າຄົນທີ່ປະສົບຄວາມສຳເລັດເປັນຕົ້ນແມ່ນ ທ່ານ Lyndon Baines Johnson ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ຄົນທີ 36 ແລະ ທ່ານ Robert Moses ນັກວາງຜັງເມືອງທີ່ມີຊື່ສຽງລະດັບໂລກ ເຮັດວຽກມື້ລະ 10 ຊົ່ວໂມງ ແລະ ຈະຢຸດພັກໜຶ່ງມື້ ຕໍ່ອາທິດເທົ່ານັ້ນ, ແຕ່ພວກເຂົາກໍຮູ້ສຶກວ່າມັນເປັນເລື່ອງປົກກະຕິຂອງຊີວິດ ເພາະການໄດ້ເຮັດວຽກທີ່ຮັກນັ້ນຈະເຮັດໃຫ້ເຂົາສາມາດເຮັດໄປໄດ້ຕະຫຼອດແບບບໍ່ຮູ້ອິດຮູ້ເມື່ອຍ ແລະ ຜົນຈາກການທຸ່ມເທວຽກໜັກກໍເກີດດອກອອກຜົນງອກຂຶ້ນມາສົມດັ່ງຄວາມຕັ້ງໃຈ ແລະ ທຸ່ມເທໃຫ້ກັບມັນ.

2. ປະຕິເສດໃຫ້ເປັນ: ທ່ານ Warren Buffett ນັກລົງທຶນໃນຕະຫຼາດຫຸ້ນທີ່ມີສາຍາວ່າ: ພໍ່ມົດການເງິນ ໄດ້ກ່າວວ່າ: ຄວາມແຕກຕ່າງຂອງຄົນທີ່ປະສົບຄວາມສຳເລັດທົ່ວໄປກັບຄົນທີ່ປະສົບຄວາມສຳເລັດຢ່າງສູງສຸດ ຄື: ສຳລັບຄົນທີ່ປະສົບຄວາມສຳລັບຢ່າງສູງສຸດ ແມ່ນຈະຮູ້ຈັກປະຕິເສດເກືອບທຸກຢ່າງ. ຄວາມຈິງແລ້ວສິ່ງທີ່ຈຳເປັນຊີວິດຂອງຄົນເຮົາມີບໍ່ຫຼາຍ ແຕ່ເຮົາມັກຈະຮັບສິ່ງຕ່າງໆເຂົ້າມາຈົນຊີວິດສັບສົນໄປໝົດ ຫາກຫຼຸດສິ່ງທີ່ບໍ່ຈຳເປັນລົງແດ່ ແລ້ວນຳເອົາແຮງບັນດານໃຈໄປໃຊ້ກັບການພຸ່ງເປົ້າໄປສູ່ຄວາມຕ້ອງການທີ່ແທ້ຈິງ, ເສັ້ນທາງສູ່ຄວາມສຳເລັດກໍຈະຢູ່ບໍ່ໄກເກີນຕົວເຮົາຢ່າງແນ່ນອນ.

3. ຮູ້ຈັກຕົວເອງ: ກ່ອນອື່ນຕ້ອງຮູ້ຈັກຕົນເອງກ່ອນວ່າເຮົາເປັນໃຜ? ວຽກແບບໃດທີ່ເຮັດຖະໜັດ ຫຼື ເຮັດໄດ້ດີ? ແລະ ຈຸດແຂງຂອງເຮົາແມ່ນຫຍັງ? ຖ້າທ່ານຍັງບໍ່ສາມາດຕອບຄຳຖາມເຫຼົ່ານີ້ໄດ້ທັນທີ ທ່ານກໍຄວນຫາເວລາຢູ່ຕົວຄົນດຽວ ແລ້ວສຳຫຼວດຕົວເອງເບິ່ງ, ຄົນທີ່ຮູ້ຈັກຕົນເອງເປັນຢ່າງດີ ຈະສາມາດພັດທະນາສັກກະຍະພາບຂອງຕົນເອງໄດ້ຢ່າງຖືກຕ້ອງ, ໄປຖືກທາງ ແລະ ສາມາດເຂົ້າເຖິງຄວາມສຳເລັດໄດ້ໄວກວ່າ.
4. ການສ້າງເຄືອຂ່າຍ: ຖ້າຢາກເປັນຄົນທີ່ປະສົບຄວາມສຳເລັດນັ້ນ ທ່ານຕ້ອງມາທຳ ຄວາມຮູ້ຈັກກັບຜູ້ຄົນໃຫ້ຫຼາຍ, ໝັ່ນເຂົ້າສັງຄົມຕະຫຼອດ ໂດຍສະເພາະກັບກຸ່ມຄົນທີ່ເຮົາສົນໃຈຈະຮ່ວມງານນຳ ຫຼື ຢາກຈະຮ່ວມທຸລະກິດນຳ, ເປັນຄົນ ກວ້າງຂວາງ ແລະ ມີເຄືອຂ່າຍຈັ່ງໃດກໍດີກວ່າຢູ່ຕົວຄົນດຽວແນ່ນອນ.

5. ຢ່າລໍຖ້າໂຊກ: ທີ່ບອກວ່າຢ່າລໍຖ້າໂຊກ ເພາະທ່ານສາມາດສ້າງໂຊກຂຶ້ນມາເອງ ໂດຍສະເພາະໂຊກດີ ໃຫ້ເກີດຂຶ້ນໄດ້ດ້ວຍຕົວທ່ານເອງ, ບາງຄົນເບິ່ງເປັນຄົນໂຊກດີກວ່າຄົນອື່ນ ຈັບບາຍຫຍັງກໍປະສົບ ຄວາມສຳເລັດ ນັ້ນເປັນເພາະເຂົາໝັ່ນພັດທະນາຕົວເອງຢາງສະໝ່ຳສະເໝີ, ຄິດໄອເດຍໃໝ່ໆອອກມາຕະຫຼອດ ແລະ ແລ່ນເຂົ້າຫາໂອກາດຕະຫຼອດເວລາ ຖ້າເຮັດໄດ້ແບບນີ້ໂຊກດີກໍຈະເຂົ້າມາຫາທ່ານເຊັ່ນກັນ.
6. ຄວາມອົດທົນ: ວຽກງານທຸກຢ່າງຈະສຳເລັດໄດ້ ນອກຈາກອາໄສສະຕິປັນຍາທີ່ເປັນຕົວຊີ້ວັດ ແລ້ວຄວາມມານະອົດທົນກໍເປັນອີກໜຶ່ງປັດໄຈຫຼັກທີ່ສຳຄັນ ຄົນທີ່ປະສົບ ຄວາມສຳເລັດຕ່າງກໍຮູ້ດີວ່າ ຄວາມສຳເລັດບໍ່ມີທາງລັດ ຫາກຢາກໄດ້ມາສິ່ງທີ່ຕ້ອງການ ມັນກໍຕ້ອງແລກດ້ວຍ ຄວາມທຸ່ມເທ, ຢາກເປັນນັກຂຽນ ກໍຕ້ອງຂຽນທຸກມື້, ຢາກເກັ່ງພາສາອັງກິດກໍຕ້ອງຝຶກຝົນຢ່າງສະໝ່ຳສະເໝີ “ ກ່ອນຈະຕີເຫຼັກກ້າ ຍັງຕ້ອງໄດ້ເຜົາໄຟໃຫ້ຮ້ອນກ່ອນ ” “ ຄົນເຮົາຈະແຂງແກ່ນໄດ້ກໍຕ້ອງໄດ້ຜ່ານບົດທົດສອບວ່າດ້ວຍ ຄວາມອົດທົນເຊັ່ນດຽວກັນ ”.

7. ຮຽນຮູ້ຈາກຄວາມຜິດພາດ: ທ່ານ Thomas Alva Edison ຜູ້ສາມາດປະດິດຫຼອດໄຟໄດ້ສຳເລັດເປັນຄົນທຳອິດຂອງໂລກ ໄດ້ກ່າວໄວ້ວ່າ: “ ຂ້າພະເຈົ້າບໍ່ເຄີຍລົ້ມເຫຼວ ຂ້າພະເຈົ້າພຽງແຕ່ປະເຊີນ ສິບພັນ ວິທີທີ່ໃຊ້ການບໍ່ໄດ້ເທົ່ານັ້ນ ”. ຖ້າຢາກປະສົບ ຄວາມສຳເລັດ ທຸກຄັ້ງທີ່ລົ້ມເຫຼວຂໍໃຫ້ທ່ານລຸກຂຶ້ນອີກຄັ້ງແລ້ວກ້າວຕໍ່ໄປ ຢ່າມົວແຕ່ໄປຄິດເຖິງຄວາມຜິດພາດທີ່ຜ່ານໄປແລ້ວ ເກັບປະສົບການເຫຼົ່ານັ້ນໄວ້ເປັນບົດຮຽນ ເພື່ອສ້າງກ້າວຕໍ່ໄປໃຫ້ດີ ແລະ ໝັ້ນຄົງຍິ່ງຂຶ້ນ ແຕ່ຈະໃຫ້ດີຄວນຮຽນຮູ້ຈາກຄວາມຜິດພາດຂອງຄົນອື່ນໄວ້ ຈະບໍ່ໄດ້ເຮັດຜິດຊ້ຳ ແລະ ຄວນຜິດພາດແຕ່ອາຍຸຍັງນ້ອຍ ເພາະຈະມີເວລາໃຫ້ແກ້ຕົວອີກດົນ.
8. ຫາທີ່ປຶກສາທີ່ດີ: ໂຄສ ສ່ວນໃຫຍ່ບໍ່ແມ່ນຄົນທີ່ຫຼິ້ນກີລາເກັ່ງກວ່ານັກກີລາ ແຕ່ເຂົາຄືຄົນທີ່ຮູ້ຈັກວ່າຈະດຶງສັກກະຍະພາບສູງສຸດຂອງນັກກີລາອອກມາໄດ້ແນວໃດ, ໃນການໃຊ້ຊີວິດໃຫ້ປະສົບຄວາມສຳເລັດ ການມີທີ່ປຶກສາທີ່ດີ ຖືວ່າເປັນເລື່ອງປະເສີດຢ່າງຍິ່ງ. ດັ່ງນັ້ນ ການພະຍາຍາມພາຕົນເອງໄປຢູ່ກັບຄົນເກັ່ງ ເພື່ອຊຶມຊັບ, ຮຽນຮູ້ວິທີຄິດ, ວິທີເຮັດວຽກຂອງເຂົາເຫຼົ່ານັ້ນ ຈຶ່ງຖືວ່າເປັນເລື່ອງສຳຄັນຫຼາຍສຳລັບຜູ້ທີ່ໃຝ່ຫາຄວາມສຳເລັດໃນຊີວິດ.
[ ຮຽບຮຽງ ຈາກ: hotcourses.in.th ]