ສະຫວັນນະເຂດ ເປີດເສັງເອົາທຶນການສຶກສາ ໄປ ຮຽນຕໍ່ ຢູ່ຫວຽດນາມ

35

ພະແນກສຶກທິການແລະ ກິລາ ແຂວງສະຫວັນນະເຂດ ເປີດການສອບເສັງເອົາທຶນການສຶກສາ ສຳລັບນັກຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ໄປຮຽນຕໍ່ຢູ່ ສສ ຫວຽດນາມ ປະຈຳສົກຮຽນ 2023-2024ໃນສາຂາວິຊາຕ່າງໆ ໃນລະດັບຊັ້ນສູງ ແລະ ປະລິນຍາຕີ ຈຳນວນທັງໝົດ 89 ທຶນ. ເງື່ອນໄຂຜູ້ເຂົ້າຮ່ວມການສອບເສັງ ສໍາລັບສາຍທົ່ວໄປ ຕ້ອງໄດ້ຄະແນນສະເລ່ຍປະຈຳປີ ທຸກໆວິຊາຕັ້ງແຕ່ຊັ້ນມ5,ມ6 ແລະ ຄະແນນສອບເສັງມ.7ໄດ້ 7,00 ຂື້ນໄປ.

May be an image of 2 people, people studying and text
ພິທີການສອບເສັງໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 17 ສິງຫາ 2023 ນີ້ທີ່ໂຮງຮຽນ ມ.ສ ສະຫວັນແຂວງສະຫວັນນະເຂດ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ,ມີ ທ່ານ ຄຳພູວີ ວຽງດາລາ ຮັກສາການຫົວໜ້າຂະແໜງອາຊິວະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ, ມີພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ບັນດານ້ອງນັກສອບເສັງຈຳນວນ 119 ຄົນ, ຍິງ 69 ຄົນ.

May be an image of 8 people and people studying
ໃນພິທີ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ສຳລັບການສອບເສັງເອົາທຶນການສຶກສາ ໃນແຜນ ຫລື ສອບເສັງຄັດເລືອກ ເອົານັກຮຽນໄປຮຽນຕໍ່ ໃນລະດັບຊັ້ນສູງ ແລະ ປະລີນຍາຕີ ຢູ່ ສສ ຫວຽດນາມ ຄັ້ງນີ້ ແມ່ນເປີດຢ່າງກວ້າງຂວາງ ເພື່ອໃຫ້ນ້ອງນັກຮຽນໃນທົ່ວແຂວງສະຫວັນນະເຂດ ທີ່ຮຽນຈົບຊັ້ນ ມ7 ທີ່ມີເງື່ອນໄຂ ເຂົ້າຮ່ວມການສອບເສັງ.

May be an image of 13 people and people studying

ເຊິ່ງ ການສອບເສັງຄັ້ງນີ້ ກໍ່ເພື່ອຄັດເລືອກ ເອົານັກຮຽນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີພອນສະຫວັນ ແລະ ມີຄວາມຖືກຕ້ອງ ຕາມມາດຖານ ແລະ ເງື່ອນໄຂ ຂອງແຕ່ລະວິຊາຮຽນ ,ເລັ່ງໃສ່ແຜນການກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບໂດຍແທ້ຈິງ.

May be an image of 4 people

ສຳລັບທຶນການສຶກສາໄປຮຽນຕໍ່ຢູ່ ສສ ຫວຽດນາມຄັ້ງນີ້ ແມ່ນຮຽນຢູ່ໃນ 05 ແຂວງຄື: ຢູ່ນະຄອນດານັງ ລະດັບປະລິນຍາຕີ 10 ທຶນ,ແຂວງ ເທື່ອທຽນເຫວ້ ປະລິນຍາຕີ 15 ທຶນ;ແຂວງຮ່າຕິງ ຊັ້ນສູງ-ປະລິນຍາຕີ 20 ທຶນ;ແຂວງເຫງ້ອານ ຊັ້ນສູງ-ປະລີນຍາຕີ15 ທຶນ;ແຂວງ ຖ່າຍຫງວຽນ ລະດັບຊັ້ນສູງ 25 ທຶນ ແລະ ຍັງມີທຶນຊ່ວຍເຫຼືອ 50%ທີ່ ນະຄອນດານັງ ໃນລະດັບປະລິນຍາຕີ ຈຳນວນ 04 ທຶນຕື່ມອີກ. ສຳລັບຜົນການສອບເສັງ ຄາດວ່າຈະປະກາດຜົນໃນ ອາທິດຕໍ່ໄປ.