ແກງ ໝາກຊູ ໃສ່ ກະດູກໝູ

139

ຊ່ວງນີ້ພືດຜັກຫຼາຍຊະນິດແພງ ໝາກຊູເປັນພືດຜັກຊະນິດໜຶ່ງທີ່ສາມາດເຮັດກິນໄດ້ຫຼາກຫຼາຍເມນູ ລາຄາປະຈຸບັນກິໂລລະ 8-10 ພັນກີບ. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແກງໝາກຊູ ສົດນໍ້າແກງກິນຕອນຮ້ອນໆ ແຊບດີ.

ວັດຖຸດິບ: ໝາກຊູ 3-4 ໜ່ວຍ, ກະດູກໝູ, ຂີງ, ຫົວສີໃຄ, ຫົວຫອມບົ່ວ 1 ຫົວ, ຫົວຜັກທຽມ 1-2 ກີບ, ເກືອ, ແປ້ງນົວ, ນໍ້າສະອາດທີ່ຈະເຮັດນໍ້າແກງ 1 ລິດ, ນໍ້າປາ, ຫອມປ້ອມ, ຫອມບົ່ວ ຫຼື ຈະໃສ່ຜັກອີຕູ່-ຜັກບົວລະພາກໍໄດ້ແລ້ວແຕ່ມັກຊະນິດໃດ ແລະ ສູດນີ້ຜູ້ຂຽນຈະພາມາເຮັດແບບບໍ່ໃສ່ຄະນໍ ເພາະເນັ້ນເພື່ອສຸຂະພາບ ສ່ວນແປ້ງນົວ ກັບ ຄະນໍ ຖ້າທ່ານໃດມັກຈະໃສ່ກໍໄດ້ (ລ້າງຜັກທຸກສະນິດໃຫ້ສະອາດ).

ວິທີເຮັດ: ທຸບຂີງ, ຫົວສີໃຄ, ຫົວຫອມບົ່ວ, ຫົວຜັກທຽມ ແລ້ວໃສ່ໝໍ້ແລ້ວເອົາດູກໝູລົງ ຄ້າງໄຟຂົ້ວໃຫ້ຊີ້ນດູກໝາດ ຕັກເກືອໃສ່ພ້ອມປະມານ 1 ບ່ວງຊາ ເມື່ອຂົ້ວຫອມແລ້ວ ໃຫ້ເຕີມນໍ້າສະອາດລົງໃຫ້ກາຍຖ້ວມດູກ ຈາກນັ້ນກໍປົກຝາໝໍ້ຕົ້ມຈົນກວ່າກະດູກສຸກ. ຂະນະຕົ້ມດູກເຮົາມາປອກເປືອກໝາກຊູ ແລ້ວຜ່າ 4 ຕັດເປັນຕ່ອນພໍດີຄຳ, ຊອຍຫອມໄວ້. ເມື່ອກະດູກສຸກແລ້ວໃຫ້ເຕີມແປ້ງນົວລົງ ຊີມລົດຊາດໃຫ້ພໍດີ ແລ້ວເອົາໝາກຊູລົງໝໍ້ຕົ້ມ ນໍ້າແກງຈະຈາງໜ້ອຍໜຶ່ງ ຕົ້ມຈົນໃຫ້ໝາກຊູສຸກ ເມື່ອໝາກຊູສຸກແລ້ວຊີມນໍ້າອີກຄັ້ງ ມັນຈະຈາງໜ້ອຍໜຶ່ງ ໃຫ້ສາມາດເຕີມນໍ້າສະອິວ ຫຼື ນໍ້າປາຊະນິດໃດໜຶ່ງລົງ ພ້ອມເອົາຫອມທີ່ຊອຍໄວ້ລົງ. ເທົ່ານີ້ກໍໄດ້ແກງໝາກຊູກິນແລ້ວ.