ການກະຈາຍອຳນາດ ເພື່ອໃຫ້ບຸກລະລາກອນມີຄວາມຄິດ ແລະ ເປົ້າໝາຍໄປລວງດຽວກັນນັ້ນ

47

 

ເພື່ອໃຫ້ມີຄວາມໝັ້ນໃຈໄດ້ວ່າ ການພັດທະນາອົງກອນແມ່ນຖືກດໍາເນີນໄປໄດ້ຢ່າງຕໍ່ເນື່ອງນັ້ນ ຄວາມມຸ່ງໝັ້ນ ແລະ ການສະໜັບສະໜູນຂອງເຈົ້າຂອງທຸລະກິດ ຫຼື ຈາກຜູ້ຈັດການນັ້ນຍັງບໍ່ພຽງພໍທີ່ຈະນໍາອົງກອນໄປສູ່ເປົ້າໝາຍທີ່ຕ້ອງການ, ຄວາມມຸ່ງໝັ້ນ ແລະ ທຸ່ມເທຕໍ່ໜ້າທີ່ຂອງພະນັກງານກໍມີຄວາມຈໍາເປັນເຊັ່ນກັນ. ພະນັກງານທັງໝົດນັ້ນຄວນມຸ່ງເນັ້ນໄປທີ່ການແກ້ໄຂບັນກາ ບໍ່ພຽງແຕ່ບົ່ງຊີ້ບັນຫາ ຫຼື ຫາຜູ້ທີ່ຈະມາຮັບເຄາະແທນ. ອົງກອນບໍ່ສາມາດເສຍເວລາໄປກັບການຜິດຖຽງ ຫຼື ຄວາມຂັດແຍ່ງດ້ານຜົນປະໂຫຍດທີ່ທັບຊ້ອນລະຫວ່າງແຜນ.

ການກະຈາຍອໍານາດໝາຍເຖິງ: ການໃຫ້ໂອກາດ ແລະ ສະໜັບສະໜູນບຸກຄະລາກອນ ເພື່ອໃຫ້ພວກເຮົາໄດ້ພັດທະນາຕົວເອງ ໃຫ້ມີສັກກະຍະພາບສູງສຸດ ( Anonymouns ).


ສິ່ງທີ່ກ່າວມາຂ້າງຕົ້ນນັ້ນເວົ້າເຖິງສິ່ງດຽວກັນ ຄື: ຖ້າພວກເຮົາບໍ່ສາມາດທີ່ຈະຮັບບຸກຄະລາກອນ, ພັດທະນາ, ສ້າງຄວາມທ້າທາຍ ແລະ ຮັກສາບຸກຄະລາກອນທີ່ມີຄຸນນະພາບໄວ້ນັ້ນ ພວກເຮົາຈະບໍ່ສາມາດກ້າວໄປສູ່ການເປັນອົງກອນຊັ້ນນໍາໃນສະຕະວັດທີ 21 ໄດ້ ແລະ ພວກເຮົາຈະສາມາດຮັບບຸກຄະລາກອນ, ພັດທະນາ, ສ້າງຄວາມທ້າທາຍ ແລະ ຮັກສາບຸກຄະລາກອນເຫຼົ່ານັ້ນໄດ້ ໂດຍການຮັບບຸກຄະລາກອນທີ່ມີທັດສະນະຄະຕິທີ່ຖືກຕ້ອງ, ມອບ ຄວາມຮັບຜິດຊອບໃຫ້ ແລະ ກະຈາຍອໍານາດໃຫ້ພວກເຂົາເຮັດໜ້າທີ່ໄດ້ບັນລຸເປົ້າໝາຍ.

ການກະຈາຍອໍານາດໃນອົງກອນ ຈະສະແດງໃຫ້ຜູ້ທີ່ເຂົ້າຮັບການຝຶກອົບຮົມໄດ້ເຫັນຢ່າງຊັດເຈນວ່າ ທັດສະນະຄະຕິ, ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ການກະຈາຍອໍານາດ ( AAE-Attitude, Accountability and Empowerment ) ສິ່ງເຫຼົ່ານີ້ລ້ວນແຕ່ເປັນແຮງຜັກດັນທີ່ເປັນຫຼັກໃນການດໍາເນີນອົງກອນທຸລະກິດສະໄໝໃໝ່ ເຊິ່ງຈະກ່ຽວຂ້ອງກັບລັກສະນະການກະຈາຍອໍານາດ 3 ຢ່າງ ຄື:

– ສ່ວນບຸກຄົນ, ສ່ວນການຈັດການ, ບໍລິການ ແລະ ລະດັບອົງກອນ.
– ໂຟກັສ ( ຈຸດສຸມ ) ຂອງແຕ່ລະບຸກຄົນດ້ານຊີວິດ ແລະ ຄວາມຮັບຜິດຊອບ.
– ຄວາມມຸ່ງໝັ້ນຂອງແຕ່ລະຄົນທີ່ຈະຮັບຜິດຊອບຕໍ່ການກະທໍາຂອງຕົວເອງ ໂດຍການໃຫ້ຄວາມສໍາຄັນກັບປັດໄຈທັງ 2 ນີ້. AAE ຄື ກິດຈະການ ເຊິ່ງວິຊາການທີ່ຈະໃຫ້ ຄວາມເຂົ້າໃຈວ່າ ເປັນຫຍັງການປະຕິບັດຫຼັກທັງ 3 ນີ້ ຈຶ່ງສາມາດຊ່ວຍພັດທະນາອົງກອນໃຫ້ເປັນອົງກອນຊັ້ນນໍາໄດ້.