6 ເດືອນຕົ້ນປີນີ້ ການທ່ອງທ່ຽວຂອງຈີນ ຟື້ນຕົວຢ່າງໄວວາ

62

ເວບໄຊ People’s Daily Online ຂອງຈີນລາຍງານວ່າ: ຕາມການລາຍງານທີ່ຫາກໍ່ເປີດເຜີຍໂດຍ China Tourism Academy(CTA) ອຸດສາຫະກຳທ່ອງທ່ຽວຂອງຈີນຟື້ນຕົວຢ່າງວ່ອງໄວໃນ 6 ເດືອນຕົ້ນປີ 2023. ຕັ້ງແຕ່ຕົ້ນປີນີ້ມາ, ຄວາມຕ້ອງການການເດີນທາງທ່ອງທ່ຽວຂອງຊາວຈີນຄ່ອຍໆເພີ່ມຂຶ້ນ ແລະ ການໃຊ້ບໍລິການດ້ານການທ່ອງທ່ຽວຂອງຊາວຈີນ ກໍຂະຫຍາຍຕົວຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວໄດ້ເປີດເຜີຍຂໍ້ມູນຫຼ້າສຸດຈາກກະຊວງວັດທະນະທໍາ ແລະ ທ່ອງທ່ຽວຂອງຈີນ (MCT) ວ່າ: ໃນ 6 ເດືອນຕົ້ນປີນີ້ ຊາວຈີນມີການເດີນທາງທ່ອງທ່ຽວເພີ່ມຂຶ້ນ 63,9% ເມື່ອທຽບເປັນລາຍປີ ຊຶ່ງລາຍໄດ້ຈາກການທ່ອງທ່ຽວໃນປະເທດທັງໝົດຢູ່ທີ່ 2,3 ລ້ານໆຢວນ (ປະມານ 320,2 ຕື້ໂດລາ) ເພີ່ມຂຶ້ນ 95,9% ທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ.

ລາຍງານລະບຸວ່າ: ການເດີນທາງທ່ອງທ່ຽວໃນປະເທດເພີ່ມຂຶ້ນຫຼາຍກວ່າ 90% ຂອງລະດັບກ່ອນການລະບາດໂຄວິດ-19 ລາຍໄດ້ເກີດຈາກການທ່ອງທ່ຽວພາຍໃນປະເທດ ໃນປີນີ້ຄາດວ່າຈະເກີນ 5 ລ້ານໆຢວນ, ຫຼາຍກວ່າ 80% ຂອງລະດັບກ່ອນການລະບາດ.

ຕາມການລາຍງານຂອງ CTA ຍັງໃຫ້ຮູ້ວ່າ: ຕະຫຼາດການທ່ອງທ່ຽວຂາອອກຂອງຈີນ ເພີ່ມຂຶ້ນໂດຍຈຸດໝາຍປາຍທາງຂາອອກໄດ້ຮັບການເດີນທາງ 40,37 ລ້ານເທື່ອ ຈາກຈີນແຜ່ນດິນໃຫຍ່ໃນໄລຍະ 6 ເດືອນຕົ້ນປີນີ້ ຊຶ່ງໃນເວລາດຽວກັນນີ້ ການເດີນທາງອອກນອກປະເທດໃນໄລຍະສັ້ນ ກໍເປັນການຟື້ນຕົວຄັ້ງທໍາອິດ ໂດຍຢູ່ທີ່ 93,95% ຂອງນັກທ່ອງທ່ຽວທີ່ເດີນທາງພາຍໃນອາຊີ.