WHO ເຕືອນ! ຢາດີຫວັດ Cold out ປົນເປື້ອນສານເຄມີ

86

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 7 ສິງຫາຜ່ານມາ ອົງການກະນາໄມໂລກ (WHO) ອອກມາເຕືອນທົ່ວໂລກກ່ຽວກັບຢາດີຫວັດ ທີ່ຜະລິດໃນອິນເດຍ ແລະ ຈຳຫນ່າຍໃນອິຣັກ ວ່າ ມີການປົນເປື້ອນຂອງສານເຄມີທີ່ເປັນພິດ.

WHO ເຕືອນວ່າ: ໂຄລເອົ້າ (Cold Out) ຊຶ່ງເປັນຢາດີຫວັດຊະນິດນ້ຳທີ່ມັກໃຊ້ກັບເດັກນ້ອຍ ທີ່ຜະລິດຂຶ້ນເມື່ອປີຜ່ານມານັ້ນ ບໍ່ມີຄວາມປອດໄພ ແລະ ຫາກໃຊ້ຢາດັ່ງກ່າວ ອາດເກີດການເຈັບປ່ວຍຮ້າຍແຮງ ແລະ ອາດເສຍຊີວິດໄດ້. ຢາແກ້ຫວັດດັ່ງກ່າວມີສານໄດເອທີລິນ ໄກຄອລ (DEG) 0,25% ແລະ ເອທີລິນ ໄກຄອລ (EG) 2,1%, ໃນຂະນະທີ່ການນຳໃຊ້ງານຂອງສານທັງ 2 ຊະນິດທີ່ກ່າວມານັ້ນ ປະລິມານຕ້ອງບໍ່ໃຫ້ເກີນ 0,10%.

ການອອກແຈ້ງເຕືອນຂອງ WHO ຄັ້ງນີ້ ຄັ້ງນີ້ ເປັນການແຈ້ງເຕືອນຄັ້ງທີ 6 ເນື່ອງຈາກພົບການໃຊ້ຢາດັ່ງກ່າວໃນອິຣັກ ແຕ່ທາງການຂອງອີຣັກ ບໍ່ໄດ້ລາຍງານກ່ຽວກັບອາການເຈັບປ່ວຍໃດໆ ທີ່ກ່ຽວຂ້ອງກັບການໃຊ້ຢາ  Cold Out, ກະຊວງສາທາລະນະສຸກອິຣັກລະບຸວ່າ ການນຳໃຊ້ຢາດັ່ງກ່າວ ບໍ່ໄດ້ຜ່ານການທົດສອບຈາກທາງການ ແລະ ເຈົ້າໜ້າທີ່ໄດ້ຢຶດຜະລິດຕະພັນຢາດັ່ງກ່າວແລ້ວ.