ພຽງ 6 ເດືອນ ເມືອງໄຊເສດຖາພົບປະກົດການຫຍໍ້ທໍ້ເກີດຂຶ້ນ 241 ເລື່ອງ

13

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2023, ທີ່ກອງບັນຊາການ ປກສ ເມືອງໄຊເສດຖາ, ເປັນປະທານໂດຍ ພັທ ສີເພັດ ພີມມະສອນ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ໂດຍມີ ທ່ານ ຄຳມາ ແສງມີໄຊ ເຈົ້າເມືອງໄຊເສດຖາ, ພັອ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 2 คน, แท่นบรรยาย และ ข้อความ

ໃນໂອກາດດັ່ງກ່າວ ພັທ ອຸດ ສິງວົງໄຊ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ຜ່ານບົດສະຫຼຸບວຽກງານປ້ອງຄວາມສະຫງົບ ໂດຍທ່ານໄດ້ລາຍງານວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນບັນຊາ ໄດ້ສຸມໃສ່ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ທົ່ວເມືອງໄຊເສດຖາ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ປັບປຸງແຜນວິທີເຮັດວຽກ, ການຊີ້ນຳ-ນຳພາທີ່ເດັດດ່ຽວ ແລະ ເດັດຂາດ, ເພີ່ມຂີດຄວາມສາມາດ, ມີຈັນຍາບັນ, ຈັນຍາທຳ ແລະ ໃຫ້ມີຄວາມທັນສະໄໝເຊີດຊູບົດບາດການນຳພາເດັດຂາດ-ໂດຍກົງ ແລະ ຮອບດ້ານຂອງພັກ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບ.

อาจเป็นรูปภาพของ 5 คน, การจัดแสง, ตาราง และ ข้อความ

ໃນນີ້, ທົ່ວເມືອງໄຊເສດຖາ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 241 ເລື່ອງ, ບັນຫາສະພາບທີ່ພົ້ນເດັ່ນແມ່ນ ລັກຊັບພົນລະເມືອງ 133 ເລື່ອງ, ຄຳຮ້ອງຟ້ອງຍັກຍອກຊັບ ແລະ ສໍ້ໂກງຊັບ 99 ເລື່ອງ, ອາລະວາດ 1 ເລື່ອງ, ຊິງຊັບ 3 ເລື່ອງ, ທຳຮ້າຍຮ່າງກາຍ 1 ເລື່ອງ, ປຸ້ນຈີ້ 1 ເລື່ອງ, ຄາດຕະກໍາ 1 ເລື່ອງ, ທຸບແວ່ນລົດ 2 ເລື່ອງ.

ຈາກສະພາບບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ທາງກອງບັນຊາການ ກໍໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຕໍ່ເນື່ອງ ໄດ້ນໍາໃຊ້ກຳລັງວິຊາສະເພາະສືບສວນ-ສອບສວນ ສົມທົບກັບກຳລັງຫຼາຍພາກສ່ວນ ພ້ອມກັນຈັດຕັ້ງແກ້ໄຂໄດ້ທັງໝົດ 94 ເລື່ອງ ກັກຕົວຜູ້ຖືກຫາໄດ້ 49 ຄົນ ຍິງ 9 ຄົນ, ໃນນີ້ປະກອບມີ:

อาจเป็นรูปภาพของ 8 คน, รถจักรยานยนต์ และ สกูตเตอร์

ລັກຊັບພົນລະເມືອງ 22 ເລື່ອງ ກັກຕົວຜູ້ຖືກຫາໄດ້ 26 ຄົນ, ທໍາຮ້າຍຮ່າງກາຍ 1 ເລື່ອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ, ຊື້ຊັບຜິດກົດໝາຍ 1 ເລື່ອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ, ຂົ່ມຂືນທຳສຳເລົາ 1 ເລື່ອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ, ທຳມິດສະຈານ 2 ເລື່ອງ ກັກຕົວຜູ້ຖືກຫາໄດ້ 4 ຄົນ ຍິງ 2 ຄົນ, ຍັກຍອກຊັບ 2 ເລື່ອງ ກັກຕົວຜູ້ຖືກຫາໄດ້ 2 ຄົນ ຍິງ 2 ຄົນ, ສໍ້ໂກງຊັບ 9 ເລື່ອງ ກັກຕົວຜູ້ຖືກຫາໄດ້ 14 ຄົນ ຍິງ 5 ຄົນ ແລະ ແກ້ໄຂຄໍາຮ້ອງຟ້ອງ 56 ເລື່ອງ (ຄູ່ກໍລະນີຕົກລົງກັນໄດ້ ແລະ ຊັດມ້ຽນ).

ພ້ອມດຽວກັນນີ້, ຍັງໄດ້ສຸມໃສ່ແກ້ໄຂບັນຫາການຄ້າ-ຂາຍຢາເສບຕິດ ໂດຍການປະສານສົມທົບກັບ ບັນດາ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງຂັ້ນບ້ານ ເພື່ອສຶກສາອົບຮົບເປົ້າໝາຍທີ່ພົວພັນກັບຢາເສບຕິດ ແລະ ມອບຄືນໃຫ້ຜູ້ປົກຄອງ 16 ຄັ້ງ, ເປົ້າໝາຍທີ່ພົວພັນກັບຢາເສບຕິດ ເຂົ້າຮ່ວມຮັບຟັງທັງໝົດ 125 ຄົນ ຍິງ 21 ຄົນ. ໃນນີ້, ສາມາດແກ້ໄຂຄະດີຢາເສບຕິດ 18 ເລື່ອງ, ກັກຕົວຜູ້ຖືກຫາ 48 ຄົນ ຍິງ 6 ຄົນ, ຢຶດຂອງກາງປະເພດຢາບ້າ 103.499 ເມັດ, ຢາໄອສ໌ 883 ກຼາມ ຄື:

อาจเป็นรูปภาพของ 5 คน และ ข้อความ

ແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດ 13 ເລື່ອງ ກັກຕົວໄດ້ 43 ຄົນ ຍິງ 4 ຄົນ, ແກ້ໄຂເປົ້າໝາຍມີຢາເສບຕິດໄວ້ໃນຄອບຄອງ 5 ເລື່ອງ ກັກຕົວໄດ້ 5 ຄົນ. ສຳລັບເປົ້າໝາຍມົ້ວສຸມຢາເສບຕິດ ຜູ້ທີ່ຖືກເຄາະຮ້າຍ ແມ່ນບໍ່ໄດ້ດຳເນີນຄະດີນຳສົ່ງສູນປິ່ນປົວ ເເລະ ຝຶກວິຊາຊີບ 35 ເລື່ອງ ມີຈຳນວນ 35 ຄົນ ຍິງ 2 ຄົນ.

ໂດຍ: ຂ່າວຄວາມສະຫງົບ