ເມືອງຍົມມະລາດທຳລາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນ 100 ກວ່າກີໂລ

45

ສັດປ່ານັບມື້ມີໜ້ອຍລົງຕາມການຂະຫຍາຍຕົວທາງເສດຖະກິດ-ສັງຄົມ ຍິ່ງຖ້າມີການລ່າເນື້ອຫຼາຍຍິ່ງຈະເຮັດໃຫ້ຈຳນວນປະຊາກອນສັດປ່າໝົດໄປ ພັກ-ລັດຈຶ່ງກ່າວເຕືອນມາຕະຫຼອດບໍ່ໃຫ້ລ່າສັດປ່າ ພ້ອມທັງກຳນົດສັດປ່າຄຸ້ມຄອງ ແລະສັດສະຫງວນໄວ້ໃນບັນຊີ ແລະອອກນິຕິກຳລຸ່ມກົດໝາຍເພື່ອຄຸ້ມຄອງສັດເຫຼົ່ານັ້ນ ທັງເປັນບ່ອງອີງໃນການກ່າວເຕືອນ ແລະປັບໃໝຜູ້ທີ່ຝ່າຝືນ.

ໃນວັນທີ 1 ທັນວາ 2023 ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຍົມມະລາດແຂວງຄຳມ່ວນ ໄດ້ຈັດພິທີທຳລາຍສັດປ່າທີ່ຢຶດມາໄດ້ຕາມທ້ອງຕະຫຼາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ, ທ່ານ ພົມມາ ຈັນທະວົງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີບັນດາທ່ານ ທີ່ມາຈາກອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

May be an image of 9 people

ທ່ານ ສິດ ອິນທະສຸກ ໄດ້ຜ່ານບົດລາຍງານການລົງກວດກາສັດນ້ຳ – ສັດປ່າຢູ່ຕະຫຼາດບ້ານໂຄກສະຫວ່າງ ເຊິ່ງໜ່ວຍງານກວດປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດແຂວງຄຳມ່ວນ ຜົນການກວດກາໄດ້ພົບເຫັນການລັກລອບຊື້ – ຂາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຜິດຕໍ່ລະບຽບກົດໝາຍສັດນ້ຳ – ສັດປ່າ ທັງວາງຂາຍ ແລະ ຊຸກເຊື່ອງຢູ່ກ້ອງໂຕະ ຈຳນວນ 88 ໂຕ ມີນ້ຳໜັກລວມທັງໝົດ 114,1 ກິໂລກຼາມ.

ໃນນີ້ໄດ້ ກວດພົບ ກະຮອກ ຈໍານວນ 19 ໂຕ ມີນ້ຳໜັກຈຳນວນ 5,8 ກິໂລ, ອົ້ນ ( ຕາຍ ) ຈຳນວນ 2 ໂຕ ນ້ຳໜັກ 2 ກິໂລ, ເຫງັນ ( ຕາຍ ) ຈໍານວນ 4 ໂຕ ມີນ້ຳໜັກຈຳນວນ 4,7 ກິໂລ, ໜູຫວາຍ ຈຳນວນ 12 ໂຕ ມີນ້ຳໜັກຈຳນວນ 4,9 ກິໂລ, ຊີ້ນແຫ້ງຟານ, ບ່າງລົ້ວ ຈຳນວນ 27 ໂຕ ມີນ້ຳໜັກຈຳນວນ 53,2 ກິໂລ, ຂາດາງ ຈໍານວນ 2 ໂຕມີນ້ຳໜັກຈຳນວນ 3 ກິໂລ, ຂະຍຸ 8 ໂຕ ມີນ້ຳໜັກຈຳນວນ 3,5 ກິໂລ, ນົກຫອນຈຸກ 14 ໂຕ ແລະ ຊີ້ນສ່ວນໝູປ່າ ຈຳນວນ 36 ກິໂລ ເຊິ່ງມີນ້ຳໜັກລວມທັງໝົດ 114,1 ກິໂລ ສ່ວນເຈົ້າຂອງສັດປ່າແມ່ນໄດ້ເອົາຕົວລົບໜີໄປ.

May be an image of 9 people and tree

ຫຼັງຈາກນັ້ນທາງໜ່ວຍງານປ່າໄມ້ ກໍ່ໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ນຳມາເກັບຮັກສາໄວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ຫຼັງຈາກນັ້ນໃນເວລາ 11 ໂມງ 00 ນາທີ ຂອງວັນທີ 1 ທັນວາ 2023 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ຈັດພິທີທຳລາຍ ໂດຍໄດ້ເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ຊີ້ນສ່ວນສັດທີ່ຍຶດມາໄດ້ແມ່ນນຳມາທຳລາຍດ້ວຍວິທີການຝັງດິນ.