ປກສ ນະຄອນຫລວງພະບາງ ສຶກສາອົບຮົມກຸ່ມແກ້ງກວນເມືອງ

46

ສື່ຈາກແຂວງຫລວງພະບາງ ລາຍງານວ່າ ໃນວັນທີ 21 ກຸມພາ 2024 ກອງບັນຊາການ ປກສ ນະຄອນ ຫລວງພະບາງ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກຸ່ມນັກຂັບຂີ່ທີ່ມີການດັດແປງສະພາບເຕັກນິກລົດ, ກຸ່ມແກ້ງແຂ່ງລົດ ຢູ່ເທສະບານນະຄອນ ຫລວງພະບາງໂດຍ ທ່ານ ພັນໂທ ໄວຍາສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງພະບາງ, ຜູ້ຊີ້ນຳວຽກງານຕຳຫລວດ ໄດ້ໂອ້ລົມຕໍ່ນັກຂັບຂີ່ ທີ່ໄດ້ປະພຶດຜິດຕໍ່ກົດລະບຽບຈະລາຈອນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເພື່ອປັບປຸງແກ້ໄຂ ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ຫລີກລ່ຽງຫາງສຽງສັງຄົມໃນທາງທີ່ບໍ່ດີ.

May be an image of 2 people

ພ້ອມນີ້, ທ່ານຍັງໄດ້ເນັ້ນຕໍ່ນັກຂີ່ ໃຫ້ປັບປຸງເຕັກນິກສະພາບລົດໃຫ້ກັບຄືນສູ່ສະພາບເດີມ, ປະຕິບັດການຂັບຂີ່ຕາມກົດລະບຽບຈະລາຈອນ, ປະກອບສ່ວນສ້າງຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ມີສະຕິໃນການໃຊ້ລົດໃຊ້ຖະໜົນ, ອັນຈະສ້າງຄວາມເສຍຫາຍຕໍ່ສັງຄົມ, ນັກທ່ອງທ່ຽວ ແຂກທັງພາຍໃນ ແລະ ຕ່າງປະເທດ.

May be an image of 10 people, scooter, motorcycle and text
ໂອກາດນີ້, ທ່ານ ພັນຕີ ສັງຄົມ ແສງດາລາ ຫົວໜ້າກອງຈະລາຈອນ ກອງບັນຊາການ ປກສ ນະຄອນ ກໍໄດ້ໃຫ້ຮູ້ວ່າ: ການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນຕົວເມືອງນະຄອນ ຫລວງພະບາງ ໄດ້ພົບເຫັນຜູ້ກະທຳຜິດ ຈັດຕັ້ງກັນເປັນກຸ່ມ-ແກ້ງ ຂີ່ລົດເປັນຂະບວນການ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ການ ສັນຈອນໄປ-ມາ ຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຈະເປັນສາເຫດ ທີ່ພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ, ສ້າງຄວາມເສຍຫາຍທາງດ້ານຊັບສິນ ຂອງລັດ, ບຸກຄົນ, ສຸຂະພາບ ແລະຊີວິດ, ທັງເປັນການສ້າງ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ.

May be an image of 12 people, motorcycle, scooter and text
ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼລວດຈະລາຈອນ ໄດ້ສ້າງແຜນ ຈັດວາງກໍາລັງ ອອກເຄື່ອນໄຫວສະກັດກັ້ນ ດ້ວຍຫລາຍຮູບແບບ, ຫລາຍວິທີ ລວມທັງໝົດ 7 ຄັ້ງ, ສາມາດສະກັດຈັບລົດຈັກ ທີ່ລະເມີດດັດແປງໃສ່ທໍ່ອາຍເສຍສຽງດັງ 22 ຄັນ, ລົດລະເມີດ ດັດແປງໃສ່ຢາງນ້ອຍໜ້າ-ຫລັງ ຈໍານວນ 13 ຄັນ, ລົດລະເມີດດັດແປງ ປາດເບາະ 2 ຄັນ, ລົດລະເມີດ ບໍ່ໃສ່ແວ່ນ 10 ຄັນ ແລະ ລົດທີ່ບໍ່ມີເອກະສານ 12 ຄັນ.