ສະຫວັນນະເຂດຍັງພົບເຫັນການຄ້າມະນຸດ

34

ໃນກາງເດືອນກໍລະກົດ ທີ່ຜ່ານມານີ້ ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈຳປີ 2022 ແລະ ທິດທາງແຜນການ ປີ 2023, ໂດຍເປັນປະທານຂອງ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ປະທານຄະນະກຳມະການ ຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ, ມີທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການ ຕ້ານການຄ້າມະນຸດແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

ໃນໂອກາດດັ່ງກ່າວ ທ່ານ ແຖວຄຳ ພົມມະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດໃນ 1 ປີຜ່ານມາ ເຫັນວ່າ: ແຂວງສະຫວັນນະເຂດ ກໍ່ແມ່ນໜຶ່ງແຂວງ ທີ່ຍັງມີກຸ່ມຄົນຈຳນວນໜຶ່ງ ເຄື່ອນໄຫວປຸກລະດົມຂົນຂວາຍເອົາຊາວໜຸ່ມ-ຍິງສາວ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ, ຂາຍບໍລິການທາງເພດ ແລະ ອື່ນໆ ຢູ່ຕ່າງປະເທດໂດຍຮູບການໂຄສະນາຊວນເຊື່ອ ຫຼື ຮູບການອື່ນໆ ເປັນຕົ້ນການສ້າງຄອບຄົວກັບຄົນຕ່າງປະເທດ, ເປີດຮ້ານບໍລິການກິນດື່ມ ແລະ ອື່ນໆ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ເຊິ່ງທາງຄະນະກຳມະການຕ້ານການຄ້າມະນຸດທຸກຂັ້ນ ໄດ້ເອົາໃຈໃສ່ປ້ອງກັນ ແລະ ແກ້ໄຂການຄ້າມະນຸດ ໂດຍການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ພົວພັນເຖິງວຽກງານຕ້ານການຄ້າມະນຸດ ໃຫ້ບັນດາຂະແໜງການທາງພາກລັດ ແລະ ເອກະຊົນພາຍໃນແຂວງ, ນະຄອນ, ເມືອງ ແລະ ບ້ານ ເພື່ອສ້າງຄວາມເຂັ້ມແຂງ, ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານຕ້ານການຄ້າມະນຸດ, ປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງສະຫວັນນະເຂດ ໃຫ້ຮູ້ເຖິງຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການຄ້າມະນຸດ.

ไม่มีคำอธิบาย

(ຮູບປະກອບ)

ໃນປີຜ່ານມາ ທາງພາກສ່່ວນກ່ຽວຂ້ອງ ສາມາດມ້າງລາຍຄະດີຄ້າມະນຸດໄດ້ 2 ລາຍ,  ຜູ້ຖືກຫາ 2 ຄົນ, ຄົນຕ່າງປະເທດ 1 ຄົນ,  ຜູ້ຖືກເຄາະຮ້າຍ 2 ຄົນ, ຍິງ 1 ຄົນ, ອາຍຸຕໍ່າກວ່າ 18 ປີ 2 ຄົນ.ນອກນັ້ນໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແມ່ຍິງ ແລະ ເດັກນ້ອຍ ທີ່ດ້ອຍໂອກາດ ແລະ ກຸ່ມສ່ຽງຂອງການຄ້າມະນຸດ ມີ 72 ຄົນ, ຊ່ວຍເຫຼືອຢູ່ຮ້ານກິນດື່ມມີ 5 ຄົນ, ເກັບກໍາຂໍ້ມູນແຮງງານລາວທີ່ຂ້າມຜ່ານດ່ານຂົວມິດຕະພາບ2 ໂດຍມີທັງໝົດ 114 ຄົນ, ຍິງ 38 ຄົນ, ຄົນລາວທີ່ປະຕິບັດໂທດສິ້ນສຸດມາແຕ່ໄທມີ 78ຄົນ, ຍິງ 31 ຄົນ, ແຮງງານລາວຖືກຜັກດັນມາ ມີ 33 ຄົນ, ຍິງ 7 ຄົນ.

ໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ