ລ້ຽງໝູສ້າງເລີ່ມຈາກຕົ້ນທຶນ 30 ລ້ານສູ່ລາຍຮັບ 250 ລ້ານກີບຕໍ່ປີ

127

ຈະຖືອາຊີບໃດກໍ່ຕາມ ຖ້າຍອມຮັບທີ່ຈະປ່ຽນແປງ ສູ້ກັບມັນຢ່າງຈີງຈັງລົ້ມແລ້ວລຸກຂຶ້ນໃໝ່ທຸກຢ່າງຄືບົດຮຽນໃຫ້ເຈົ້າຂອງໄດ້ເຕີບໂຕໃນສາຍອາຊີບນັ້ນ ເຊື່ອວ່າຈະມີມື້ທີ່ປະສົບຜົນສຳເລັດເຫັນເງິນ100 ລ້ານໄດ້ໃນທີ່ສຸດ ຄືກັບບຸກຕົວຕົວແບບນີ້.

No photo description available.

ນາງ ແສງມະນີ ພົນທະລາຊາ ໃດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕົນເອງພ້ອມກັບຄອບຄົວໄດ້ເລີ່ມປະກອບອາຊີບລ້ຽງໝູມາໃນປີ 2011 ໃນເບື້ອງຕົ້ນໄດ້ລົງທືນທັງໝົດ 30 ລ້ານກີບ ເພື່ອສ້າງຄອກໝູ 1 ຄອກ, ທັງຊື້ພໍ່ພັນ ແລະ ແມ່ພັນໝູ ຈຳນວນ 15 ໂຕ, ໂດຍມີແຮງງານຕົ້ນຕໍ ແມ່ນອາໄສຄົນໃນຄອບຄົວ 3 ຄົນ, ພາຍຫຼັງໄດ້ເອົາມາລ້ຽງແລ້ວຖືວ່າໄດ້ຮັບຜົນດີ ແລ້ວກໍນຳໄປຂາຍສົ່ງໃຫ້ຕະຫຼາດທ້ອງຖີ່ນ, ເຫັນວ່າ ການລ້ຽງໝູແມ່ນບໍ່ມີຄວາມຫຍຸ້ງຍາກຫຼາຍ ທັງໃຫ້ກຳໄລດີ ແລະ ຕະຫຼາດກໍ່ມີຄວາມຕ້ອງການສູງ ສະນັ້ນຈື່ງໄດ້ສືບຕໍ່ລ້ຽງມາຕະຫຼອດ ໂດຍການຂະຫຍາຍທືນ ແລະ ເນື້ອທີ່ລ້ຽງໝູເພີ່ມ, ສ່ວນວິທີການລ້ຽງໝູ ແມ່ນໃຊ້ເວລາ 5 ເດືອນ ຂາຍອອກຊຸດໝື່ງ, ຂໍ້ສຳຄັນແມ່ນຕ້ອງໄດ້ເອົາໃຈໃສ່ດ້ານຄວາມສະອາດ, ການບົວລະບັດເປັນຢາງດີ ແລະ ໃຫ້ອາຫານສຳລັບໝູຢ່າງເປັນປົກກະຕິສຳລັບລູກໝູແມ່ນກິນຕະຫຼອດ 24 ຊົ່ວໂມງ ໂດຍສະເລ່ຍເກືອຫົວອາຫານ 10 ເປົາຕໍ່ມື້.

No photo description available.

ສ່ວນໝູພໍ່ແມ່ພັນ ແມ່ນເກືອມື້ລະ 2 ຄັ້ງ ເຊົ້າ – ແລງ ໂດຍໃຊ້ຮຳປະສົມກັບຫົວອາຫານບຳລຸງໃຫ້ໝູເຕີບໂຕຕຸ້ຍພີດີງາມ, ພ້ອມທັງໃດ້ຕິດຕາມເຝົ້າລະວັງເບີ່ງແຍງໃຫ້ດີ, ປະຕິບັດຕາມເຕັກນິກແຕ່ລະຂັ້ນຕອນ, ຕ້ອງໄດ້ສັກຢາກັນພະຍາດຢາງຄົບຖ້ວນ,ເອົາໃຈໃສ່ອະນາໄມຄອກໝູໃຫ້ສະອາດຢູ່ຕະຫຼອດເວລາ, ມາຮອດປັດຈຸບັນແມ່ນໄດ້ລ້ຽງທັງໝົດໝູແມ່ພັນ 22 ໂຕ, ໝູພໍ່ພັນ 3 ໂຕ ແລະ ລູກໝູ ຈຳນວນ 160 ໂຕ.

No photo description available.
ນາງ ແສງມະນີ ພົນທະລາຊາ ໃຫ້ຮູ້ຕື່ມອີກວ່າ: ນອກຈາກການລ້ຽງໝູແລ້ວ ຍັງໄດ້ລ້ຽງງົວອີກຈຳນວນ 10 ໂຕ, ຄວາຍ 5 ໂຕ, ສະເລ່ຍລາຍຮັບປີໝື່ງຈາກການຂາຍໝູແມ່ນ 250  ລ້ານກີບ ປັດຈຸບັນຄອບຄົວຂອງທ່ານ ນາງ ແສງມະນີ ພົນທະລາຊາ ມີເຮືອນຢູ່ຖາວອນ 1 ຫຼັງ, ລົດໄຖນາ 1 ຄັນ,ລົດລີໂວ 1 ຄັນ, ດີນ 1 ຕອນ ມີທືນຮອນສົ່ງລູກຮຽນ ແລະ ມີເງີນເກັບຈຳນວນໝື່ງໄວ້ແຮເປັນທືນຂະຫຍາຍຄອນໝູຕື່ມອີກ.

May be an image of 1 person and text
ຂ່າວຈາກ: MediaLaos