3 ທັກສະ ຂອງນັກບໍລິຫານ ທີ່ຄວນມີ “ ທັກສະດ້ານເຕັກນິກ ທັກສະດ້ານຄົນ ແລະ ທັກສະດ້ານຄວາມຄິດ ”

116

 

ຜູ້ບໍລິຫານບໍ່ວ່າຈະຢູ່ໃນລະດັບໃດ ຫຼື ຢູ່ໃນອົງກອນໃດ ກໍເຮັດໜ້າທີ່ຈັດການ 4 ຢ່າງ ຄື: ການວາງແຜນ, ການຈັດອົງກອນ, ການໂນ້ມນ້າວ ແລະ ການຄວບຄຸມ. ການທີ່ຜູ້ບໍລິຫານຈະສາມາດເຮັດໜ້າທີ່ກ່ຽວກັບການບໍລິຫານຈັດການໄດ້ປະສົບຜົນສຳເລັດໄວນັ້ນ ກ່ອນອື່ນຕ້ອງມີທັກສະທີ່ດີດ້ານການຈັດການ ເຊິ່ງທັກສະສຳຄັນໃນເບື້ອງຕົ້ນທີ່ຜູ້ບໍລິຫານຄວນມີຢ່າງໜ້ອຍແມ່ນ 3 ຂໍ້ ຄື: ທັກສະດ້ານເຕັກນິກ, ທັກສະດ້ານຄົນ ແລະ ທັກສະດ້ານຄວາມຄິດນັ້ນເອງ.

■ ທັກສະດ້ານເຕັກນິກ: ເປັນຄວາມສາມາດໃນການປະຍຸກໃຊ້ຄວາມຮູ້ ແລະ ຄວາມຊ່ຽວຊານ, ຊຳນານສະເພາະດ້ານກ່ຽວກັບວຽກ, ສຳລັບຜູ້ບໍລິຫານລະດັບສູງທັກສະຄວາມສາມາດນີ້ ຈະເປັນເລື່ອງກ່ຽວກັບຄວາມຮູ້ທົ່ວໄປຂອງອຸດສາຫະກຳຂະບວນການ ແລະ ຜະລິດຕະພັນຂອງອົງກອນ; ສຳລັບຜູ້ບໍລິຫານລະດັບກາງ ແລະ ລະດັບຕົ້ນ ຈະເປັນທັກສະ ຄວາມສາມາດສະເພາະດ້ານໃນວຽກທີ່ເຮັດ ເຊັ່ນ: ການເງິນ, ຊັບພະຍາກອນບຸກຄົນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການຜະລິດ, ລະບົບຄອມພິວເຕີ, ກົດໝາຍ, ການຕະຫຼາດເປັນຕົ້ນ, ທັກສະທາງດ້ານເຕັກນິກມັກເປັນຄວາມສາມາດກ່ຽວກັບໜ້າວຽກ ເຊັ່ນ: ຂະບວນການ ຫຼື ຜະລິດຕະພັນ.


■ ທັກສະດ້ານຄົນ: ເປັນທັກສະໃນການເຮັດໃຫ້ເກີດການປະສານງານກັນຂອງກຸ່ມທີ່ຜູ້ບໍລິຫານນັ້ນຮັບຜິດຊອບ ເປັນການເຮັດວຽກທີ່ກ່ຽວຂ້ອງກັບເລື່ອງທັດສະນະຄະຕິ, ການສື່ສານ ແລະ ຜົນປະໂຫຍດຂອງບຸກຄົນ ແລະ ກຸ່ມເປັນທັກສະການເຮັດວຽກກັບຄົນ.

■ ທັກສະດ້ານຄວາມຄິດ: ເປັນຄວາມສາມາດໃນການເບິ່ງອົງກອນໃນພາບລວມ ຜູ້ບໍລິຫານທີ່ມີທັກສະດ້ານ ຄວາມຄິດຈະສາມາດເຂົ້າໃຈຄວາມສຳພັນຂອງໜ່ວຍງານຕ່າງໆໃນອົງກອນວ່າມີຜົນຕໍ່ກັນແບບໃດ ແລະ ເຂົ້າໃຈ ຄວາມສຳພັນລະຫວ່າງ ອົງກອນກັບປັດໄຈແວດລ້ອມອົງກອນ ລວມທັງປ່ຽນແປງໃນສ່ວນໜຶ່ງຂອງອົງກອນມີຜົນກະທົບກັບສ່ວນອື່ນໆແບບໃດ.

ທັກສະດ້ານຄວາມຄິດນີ້ແມ່ນມີຄວາມສຳຄັນຫຼາຍຂຶ້ນ ເມື່ອຢູ່ໃນລະດັບຜູ້ບໍລິຫານລະດັບສູງ; ຂະນະທີ່ທັກສະດ້ານເຕັກນິກຈະມີຄວາມສຳຄັນໜ້ອຍລົງໃນລະດັບບໍລິຫານທີ່ສູງຂຶ້ນ ເນື່ອງຈາກຜູ້ບໍລິຫານໃນລະດັບທີ່ສູງ ຈະເຂົ້າມາເບິ່ງແຍງກ່ຽວກັບລາຍລະອຽດຂອງກິດຈະກຳຕ່າງໆໃນການຜະລິດ ແລະ ດ້ານເຕັກນິກໜ້ອຍລົງ ແຕ່ຈະເນັ້ນໄປທີ່ການເບິ່ງພາບລວມຂອງອົງກອນ ແລະ ທິດທາງທີ່ຈະພັດທະນາໄປຂອງອົງກອນຫຼາຍກວ່າ ສ່ວນທັກສະດ້ານຄົນຍັງຄົງມີຄວາມສຳຄັນຫຼາຍໃນທຸກລະດັບຂອງຜູ້ບໍລິຫານ ເພາະທຸກລະດັບລ້ວນແລ້ວແຕ່ກ່ຽວຂ້ອງກັບຄົນ.