6 ເດືອນຕົ້ນປີ ກຳລັງການຜະລິດພະລັງງານໝູນວຽນຂອງຈີນ ເພີ່ມຂຶ້ນ

113

ເວັບໄຊ People’s Daily Online ຂອງຈີນ ລາຍງານວ່າ: ຕາມການລາຍງານຂອງສຳນັກງານພະລັງງານແຫ່ງຊາດ (NEA) ກຳລັງການຜະລິດພະລັງງານໝູນວຽນຕິດຕັ້ງຂອງຈີນ ມີການເຕີບໂຕຢ່າງແຂງແກ່ນໃນໄລຍະ 6 ເດືອນຕົ້ນປີ 2023 ທ່າມກາງ ຄວາມພະຍາຍາມຂອງປະເທດທີ່ຈະກ້າວໄປສູ່ການປ່ຽນຜ່ານສູ່ສີຂຽວ ( ພະລັງງານສະອາດ ).

ມາຮອດເດືອນມິຖຸນາ 2023 ກຳລັງການຜະລິດພະລັງງານໝູນວຽນຕິດຕັ້ງ ໄດ້ຂຶ້ນສູ່ລະດັບ 1,32 ຕື້ກິໂລວັດ ເພີ່ມຂຶ້ນ 18,2% ທຽບໃສ່ໄລຍະດຽວກັນຂອງປີ 2022.

ຂະນະທີ່ກຳລັງການຜະລິດຂອງພະລັງງານລົມຕິດຕັ້ງ ເພີ່ມຂຶ້ນ 13,7% ເມື່ອທຽບປີຕໍ່ປີ ມາເປັນ 390 ລ້ານກິໂລວັດ; ສ່ວນພະລັງງານແສງຕາເວັນຢູ່ທີ່ປະມານ 470 ລ້ານກິໂລວັດ ເພີ່ມຂຶ້ນ 39,8%.

NEA ຍັງລະບຸວ່າ: ກຳລັງງານຜະລິດໄຟຟ້າຕິດຕັ້ງຂອງປະເທດ ຢູ່ທີ່ 2,71 ຕື້ກິໂລວັດ ເພີ່ມຂຶ້ນ 10,8% ທຽບປີຕໍ່ປີ.

ຈີນ ໄດ້ເພີ່ມການລົງທຶນດ້ານພະລັງງານໝູນວຽນໃນໄລຍະຫຼາຍປີຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງການສະແຫວງຫາການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ.

ໃນໄລຍະ 6 ເດືອນຕົ້ນປີ 2023, ການລົງທຶນລວມຂອງບໍລິສັດພະລັງງານລາຍໃຫຍ່ຂອງຈີນ ໃນດ້ານພະລັງງານແສງຕາເວັນ ເພີ່ມຂຶ້ນ 113,6% ທຽບໃສ່ປີຜ່ານມາ ເຊິ່ງໄດ້ຂຶ້ນສູ່ລະດັບ 134.900 ລ້ານຢວນ ຫຼື ປະມານ 18.880 ລ້ານໂດລາສະຫະລັດ.