ໂດລາສະຫະລັດ ອ່ອນຄ່າລົງໃກ້ສູ່ລະດັບຕໍ່າສຸດໃນຮອບປີ

196

ເວັບໄຊສຳນັກຂ່າວ CNBC.com ລາຍງານວ່າ: ສະກຸນເງິນໂດລາສະຫະລັດ ອ່ອນຄ່າໃກ້ເຖິງລະດັບຕໍ່າສຸດໃນຮອບ 1 ປີ ເມື່ອທຽບໃສ່ສະກຸນເງິນຫຼັກອື່ນໆ ໃນວັນທີ 17 ກໍລະກົດ 2023 ເນື່ອງຈາກນັກລົງທຶນກຳລັງລໍຖ້າສິ່ງກະຕຸ້ນໃໝ່ ເພື່ອປະເມີນວ່າເງິນໂດລາສະຫະລັດ ມີຂໍ້ເສຍເພີ່ມຕື່ມ ຫຼື ບໍ່ ຫຼັງຈາກລາຍງານອັດຕາເງິນເຟີ້ເມື່ອອາທິດທີ່ຜ່ານມາ ຕໍ່າກວ່າທີ່ຄາດການໄວ້; ຂະນະທີ່ເງິນເອີໂຣ ແຂງຄ່າສູ່ລະດັບສູງສຸດໃນຮອບ 17 ເດືອນ.

ດັດຊະນີໂດລາສະຫະລັດ ທຽບກັບ 6 ສະກຸນເງິນຫຼັກ ຫຼຸດລົງເລັກໜ້ອຍທີ່ 99,84 ໃນການຊື້ – ຂາຍ ໄລຍະເຄິ່ງປີທໍາອິດໃນຕະຫຼາດອາຊີ ຫຼັງຈາກທີ່ລົງສູ່ລະດັບຕໍ່າສຸດເມື່ອທ້າຍອາທິດຜ່ານມາ.

ຂໍ້ມູນອັດຕາເງິນເຟີ້ຂອງສະຫະລັດ ທີ່ເປີດເຜີຍໃຫ້ເຫັນໃນອາທິດຜ່ານມາ ສືບຕໍ່ຫຼຸດລົງ ເນື່ອງຈາກລາຄາຜູ້ບໍລິໂພກເພີ່ມຂຶ້ນໜ້ອຍທີ່ສຸດໃນຮອບ 2 ປີກວ່າ ເຊິ່ງເປັນແຮງກົດດັນໃຫ້ແກ່ທະນາຄານກາງຂອງສະຫະລັດ ປັບຂຶ້ນດອກເບ້ຍຕໍ່ໄປ.

ເມື່ອທຽບກັບສະກຸນເງິນເອີໂຣ ( euro ) ແລ້ວ, ເງິນເອີໂຣ ແຂງຄ່າຂຶ້ນໃນຮອບ 17 ເດືອນ ຢູ່ທີ່ 1,1256 ໂດລາສະຫະລັດ; ຂະນະທີ່ສະກຸນເງິນປອນສະເຕິລິງ ( sterling ) ເພີ່ມຂຶ້ນ 0,15% ເປັນ 1,1094 ໂດລາສະຫະລັດ ເຊິ່ງບໍ່ໄກຈາກລະດັບສູງສຸດທີ່ 1,3144 ໂດລາສະຫະລັດ ໃນອາທິດຜ່ານມາ ແລະ ຍັງສູງສຸດນັບຕັ້ງແຕ່ເດືອນເມສາ 2022.

ໃນຂະນະທີ່ສະກຸນເງິນເຢນ ກໍແຂງຄ່າຂຶ້ນເລັກໜ້ອຍ ຢູ່ທີ່ 138,66 ເຢນ/ໂດລາສະຫະລັດ, ຈາກ 145 ເຢນຕໍ່ໂດລາ ເມື່ອຕົ້ນເດືອນກໍລະກົດຜ່ານມາ.