ຊົ້ວເຂົ້າປຸ້ນ ໃສ່ນໍ້າປາແດກ ເຜັດໆແຊບໆ

36

ເຂົ້າປຸ້ນ ສາມາດເຮັດກິນໄດ້ຫຼາຍຢ່າງ ແຕ່ມື້ນີ້ເຮົາຈະພາທ່ານມາເຮັດຊົ້ວເຂົ້າປຸ້ນໃສ່ນໍ້າປາແດກ ລົດຊາດເຜັດໆ, ສົ້ມ, ຫວານ ແຖມລວກຜັກໃສ່ອີກເຂົ້າກັນອີ່ຫຼີ.
▶ ວັດຖຸດິບ: ເຂົ້າປຸ້ນເອົາໂຕສຳເລັດ ຫຼື ເອົາເຂົ້າປຸ້ນແຫ້ງມາຕົ້ມເອົາກໍໄດ້, ນໍ້າປາແດກຕົ້ມສຸກ, ໝາກເຜັດແຫ້ງ ຫຼື ໝາກເຜັດດິບຕຳລະອຽດ ( ໝາກເຜັດຜົງກໍໄດ້ ), ແປ້ງນົວ, ນໍ້າຕານ, ໝາກນາວ, ຫອມເປ ( ຖ້າບໍ່ມັກ ບໍ່ໃສ່ກໍໄດ້), ຜັກກ້ານຈອງ, ຜັກກະລໍ່າປີ, ຜັກບົ້ງແດງ ( ລ້າງຜັກໃຫ້ສະອາດ ).

▶ຂັ້ນຕອນເຮັດ: ຄ້າງໝໍ້ລວກເຂົ້າປຸ້ນ ຖ້າເອົາເຂົ້າປຸ້ນສຳເລັດ ກໍລວກຜັກບົ້ງແດງ, ຜັກກ້ານຈອງ, ກະລໍ່າປີ ເມື່ອສຸກແລ້ວຕັກອອກໄວ້. ຈາກນັ້ນເອົາຊາມສະອາດມາແລ້ວຕັກນໍ້າຕານ, ແປ້ງນົວ, ໝາກເຜັດ ( ມັກໝາກເຜັດແຫ້ງກໍໃຫ້ໃສ່ໝາກເຜັດແຫ້ງ ຖ້າມັກໝາກເຜັດດິບກໍໃສ່ໝາກເຜັດດິບ ), ບີບນໍ້າໝາກນາວລົງ, ພ້ອມເທນໍ້າປາແດກລົງ ທຸກຢ່າງກະເອົາພໍດີກັບເຂົ້າປຸ້ນ, ຈາກນັ້ນກໍຄົນໃຫ້ທຸກຢ່າງລະລາຍເຂົ້າກັນດີ ແລ້ວຊີມລົດຊາດ ເຮັດລົດເຂັ້ມຂຸ້ນໜ້ອຍໜຶ່ງ ເພື່ອເອົາເຂົ້າປຸ້ນ ແລະ ຜັກລົງ.

ເມື່ອຊີມນໍ້າໄດ້ລົດຊາດຕາມໃຈມັກແລ້ວໃຫ້ເອົາເຂົ້າປຸ້ນມາລົງ ( ອາດຈະລ້າງນໍ້າສະອາດໜ້ອຍໜຶ່ງ ເພື່ອໃຫ້ເຂົ້າປຸ້ນແຕກກໍໄດ້ ຫຼື ເອົາລົງເລີຍກໍໄດ້) ຄົນເຂົ້າປຸ້ນໃຫ້ເຂົ້າກັບນໍ້າປາແດກ ຊີມລົດຊາດອີກຄັ້ງປຸງຕາມໃຈມັກ ສ່ວນຜັກທີ່ລວກຈະເອົາມາຢອງເທິງ ຫຼື ຊາວໃສ່ພ້ອມເຂົ້າປຸ້ນກໍໄດ້ຕາມໃຈມັກ ເທົ່ານີ້ທ່ານກໍຈະໄດ້ຊົ້ວ ຫຼື ຊາວເຂົ້າປຸ້ນ ໃສ່ນໍ້າປາແດກແລ້ວ.
[ໂດຍ: ນົກແຕນແວນ]