ການປູກຖົ່ວດິນໃນລະດູຝົນ

26

 

ຖົ່ວດິນ ເປັນຕະກູນແກ່ນຖົ່ວທີ່ມີສານອາຫານຫຼາຍຢ່າງ ແລະ ເປັນຖົ່ວທີ່ສາມາດປະກອບໄດ້ໃນເມນູທັງຄາວ ແລະ ຫວານ ຫຼື ຈະກິນແຕ່ຖົ່ວດິນກໍໄດ້ ທີ່ສຳຄັນເປັນທີ່ຕ້ອງການຂອງຕະຫຼາດ ເຊິ່ງຖ້າເປັນຖົ່ວດິນອົບຕາມທ້ອງຕະຫຼາດລາຄາຢູ່ທີ່ 25.000 ກີບ.

■ ການກະກຽມດິນ: ຖ້າປູກໃນລະດູຝົນໃຫ້ໄຖດິນເລິກປະມານ 10 – 20 ຊັງຕີແມັດ, ພ້ອມໃຫ້ຕາກດິນໄວ້ປະມານ 7 – 10 ມື້ ເພື່ອກຳຈັດສັດຕູພືດ ແລະ ຫຍ້າ, ຈາກນັ້ນໃຫ້ຕີເປັນຄູ ຫຼື ໜານ ເພື່ອຢອດເມັດແນວພັນເອົາ, ການປູກໃຫ້ຫ່າງກັນໄລຍະ 40 x 20 ຊັງເຕີແມັດ ໃນປະລິມານ 2 – 3 ແກ່ນຕໍ່ຂຸມ.


■ ການບົວລະບັດ: ການໃຫ້ນໍ້າແມ່ນຄວນໃຫ້ດິນຊຸ່ມ ເພາະອາຍຸຖົ່ວດິນລະຫວ່າງ 30 – 80 ມື້ ເປັນໄລຍະທີ່ຂາດນໍ້າບໍ່ໄດ້ ໃຫ້ຫົດປະມານ 7 – 10 ມື້ ຫຼື ຖ້າມີລະບົບນໍ້າທີ່ສະດວກຍິ່ງດີ ເປັນຕົ້ນແມ່ນ: ລະບົບທໍ່, ຮ່ອງປ່ອຍນໍ້າໃສ່.

■ ການໃສ່ປຸ໋ຍ: ຖ້າເປັນພື້ນທີ່ບຸກເບີກໃໝ່ ຄວນໃສ່ປຸ໋ຍ 18-46-0 ໃນອັດຕາ 12 ກິໂລຕໍ່ໄລ່ ແລະ ປຸ໋ຍ 0-0-60 ອັດຕາ 10 ໂລຕໍ່ໄລ່ ຫຼື ສູດ 12-24-12 ອັດຕາ 25 ໂລຕໍ່ໄລ່, ຖ້າເປັນສູດ 16-16-8 ອັດຕາ 35 ໂລຕໍ່ໄລ່ຮອງກົ້ນຂຸມກ່ອນປູກ.
ພະຍາດທີ່ມັກເກີດກັບຕົ້ນຖົ່ວດິນ: ເຫງົ້າຕົ້ນເນົ່າ, ຕຸ່ມສີນໍ້າຕານເຂັ້ມທີ່ໃບ, ພະຍາດໃບຈຸດສີດຳ, ພະຍາດຍອດໄໝ້, ເພ້ຍໄຟ, ເພ້ຍອ່ອນຖົ່ວ, ບົ້ງຊ່ອນໃນໃບ, ສ້ຽນດິນ…

ສ່ວນໄລຍະຂອງການເກັບກ່ຽວ: ຈະປະມານ 95 – 125 ມື້ ກໍສາມາດເກັບກ່ຽວໄດ້ ໃຫ້ສັງເກດເບິ່ງເປືອກຈະແຂງ ແລະ ເປັນສີນໍ້າຕານ ເຊິ່ງສ່ວນຫຼາຍຊາວສວນຈະຂຸດ ຫຼື ລົກທັງຕົ້ນຂຶ້ນມາເລີຍ.
[ ຂໍ້ມູນ: doa.go.th ]