3 ພະຍາດທີ່ມັກເກີດຂຶ້ນກັບຜູ້ອາຍຸສູງ

35

ເມື່ອກ້າວເຂົ້າສູ່ໄວຜູ້ອາຍຸສູງ ແນ່ນອນວ່າໄວນີ້ຈະມີການປ່ຽນແປງຫຼາຍດ້ານ ທັງດ້ານອາລົມ, ສະໝອງ ແລະ ຮ່າງກາຍທີ່ອາດຈະອ່ອນແຮງລົງບໍ່ຄືກັບຕອນທີ່ເປັນໄວໜຸ່ມສາວ ເມື່ອຮ່າງກາຍເຮັດວຽກເສື່ອມລົງ ພະຍາດຕ່າງໆກໍຈະເຂົ້າມາໄດ້ງ່າຍ ເຖິງຈະເບິ່ງແຍງຕົນເອງດີປານໃດ ການເຈັບປ່ວຍຂອງຄົນໄວນີ້ຈະຫ້າມໄດ້ຍາກ. ດັ່ງນັ້ນການປ້ອງກັນ ແລະ ການສັງເກດອາການຕາມໄວເປັນສິ່ງທີ່ສໍາຄັນ ເພື່ອຈະໄດ້ທໍາການປິ່ນປົວໄດ້ທັນການ ແລະ ສາມາດຫຼຸດຄວາມຮຸນແຮງຂອງພະຍາດໄດ້. ພະຍາດທີ່ມັກເກີດຂຶ້ນກັບຜູ້ອາຍຸສູງມີດັ່ງນີ້:

1. ພະຍາດທີ່ເກີດຂຶ້ນກັບລະບົບປະສາດ ແລະ ສະໝອງ: ຜູ້ອາຍຸສູງມີຄວາມສ່ຽງການເກີດພະຍາດທາງສະໝອງທີ່ພົບຫຼາຍໄດ້ແກ່: ພະຍາດຫຼອດເລືອດຕີບຕັນ ແລະ ພະຍາດອັນໄຊເມີ ເຊິ່ງມີສາເຫດດັ່ງນີ້:
-ພະຍາດຫຼອດເລືອດສະໝອງຕີບຕັນ: ເມື່ອອາຍຸຫຼາຍຂຶ້ນ ເຮັດໃຫ້ຫຼອດເລືອດເສື່ອມສະພາບລົງ ເນື່ອງຈາກຜິວຊັ້ນໃນອາດຈະໜາ ຫຼື ແຂງຂຶ້ນ ຈາກການທີ່ມີໄຂມັນ ຫຼື ຫີນປູນມາຕິດເກາະເຮັດໃຫ້ເສັ້ນເລືອດໄຫຼວຽນໄດ້ໜ້ອຍລົງ ພະຍາດນີ້ຈະພົບເຫັນຫຼາຍໃນຜູ້ອາຍຸສູງທີ່ເປັນພະຍາດຄວາມດັນເລືອດສູງ, ເບົາຫວານ, ຕຸ້ຍ, ຫົວໃຈ, ພາວະຕຶງຄຽດ, ຂາດການອອກກໍາລັງກາຍ ແລະ ມັກສູບຢາ.

– ພະຍາດອັນໄຊເມີ: ພາວະສະໝອງເສື່ອມໃນໄວອາຍຸສູງເກີດຈາກພະຍາດອັນໄຊເມີຫຼາຍທີ່ສຸດ, ເກີດຈາກການຕາຍຂອງເຊວສະໝອງ ຫຼື ເຊວສະໝອງຢຸດເຮັດວຽກ ຈຶ່ງສົ່ງຜົນເຮັດໃຫ້ປະສິດທິພາບການເຮັດວຽກຂອງສະໝອງໜ້ອຍລົງ, ຖ້າສະໝອງເສື່ອມຕົວຫຼາຍຂຶ້ນ ຫຼື ບໍ່ໄດ້ຮັບການປິ່ນປົວຈະເຮັດໃຫ້ການເສື່ອມຂອງສະໝອງເກີດຂຶ້ນໄວ ແລະ ຮຸນແຮງ ສົ່ງຜົນຕໍ່ກິດຈະວັດປະຈໍາວັນ.
2. ພະຍາດຫົວໃຈຂາດເລືອດ: ພະຍາດນີ້ເກີດຈາກຫຼອດເລືອດແຂງຕົວ ເພາະມີໄຂມັນສະສົມໃນພື້ນຜິວດ້ານໃນຂອງຫຼອດເລືອດ ເຮັດໃຫ້ຫຼອດເລືອດຕີບ ຫຼື ແຄບລົງ ຈົນປິດກັ້ນການໄຫຼວຽນຂອງເລືອດເຮັດໃຫ້ຫຼອດເລືອດຕີບ ຫຼື ແຄບລົງ ຈົນປິດກັ້ນການໄຫຼວຽນຂອງເລືອດ ສົ່ງຜົນຕໍ່ເລືອດທີ່ໄປລ້ຽງກ້າມເນື້ອຫົວໃຈ ເຮັດໃຫ້ເກີດພາວະຫົວໃຈຂາດເລືອດເກີດຂຶ້ນ. ປັດໄຈສ່ຽງນອກຈາກອາຍຸທີ່ຫຼາຍຂຶ້ນ, ເພດ ແລະ ປະຫວັດຄອບຄົວແລ້ວ ອາດເກີດຈາກປັດໄຈອື່ນ ເຊັ່ນ: ການໃຊ້ຊີວິດປະຈໍາວັນ, ອາຫານການກິນ ແລະ ຂາດການອອກກໍາລັງກາຍ.

3. ພະຍາດທີ່ເກີດຂຶ້ນກັບກະດູກ: ອາຍຸເພີ່ມຂຶ້ນ ຄວາມເຂັ້ມແຂງຂອງສຸຂະພາບຮ່າງກາຍກໍຫຼຸດລົງ ໂດຍສະເພາະຄວາມແຂງແຮງຂອງກະດູກ ເຊັ່ນ:
– ພະຍາດກະດູກພຸ່ນ: ເປັນພະຍາດທີ່ພົບຫຼາຍໃນແມ່ຍິງ ມີສາເຫດສໍາຄັນຈາກການເຮັດວຽກຂອງຮໍໂມນຫຼຸດລົງ ໂດຍສະເພາະຕອນໝົດປະຈໍາເດືອນ ເປັນໄລຍະທີ່ອາຍຸມີຄວາມໜາແໜ້ນໜ້ອຍລົງ ເຮັດໃຫ້ກະດູກບາງ ແລະ ແຕກຫັກງ່າຍຂຶ້ນ ອາການຂອງພະຍາດນີ້ຈະຄ່ອຍໆເກີດຂຶ້ນໂດຍທີ່ບໍ່ທັນສັງເກດເຫັນ ເຊັ່ນ: ຮູ້ສຶກປວດຕາມບໍລິເວນແອວ, ຫຼັງ, ຂໍ້ມື ຫຼື ເລີ່ມມີຮູບຮ່າງປ່ຽນໄປ ເຊັ່ນ: ຫຼັງກົ່ງ,ໄຫຼ່ງຸ້ມ ຫຼື ເຕີ້ຍລົງ ເປັນຕົ້ນ.
– ພະຍາດຂໍ້ເຂົ່າເສື່ອມ: ເກີດຈາກການໃຊ້ຂໍ້ເຂົ່າມາດົນ ການຮັບນໍ້າໜັກຕົວທີ່ຫຼາຍເກີນໄປ ມັກພົບໃນແມ່ຍິງຫຼາຍກວ່າຜູ້ຊາຍ ພະຍາດຂໍ້ເຂົ່າເສື່ອມເປັນພະຍາດທີ່ເກີດຈາກຄວາມເສື່ອມຂອງກະດູກອ່ອນບໍລິເວນຜິວຂໍ້ ໂດຍຄວາມເສື່ອມທີ່ເກີດຂຶ້ນແລ້ວບໍ່ສາມາດກັບສູ່ສະພາບເດີມໄດ້ ແຕ່ຈະຮຸນແຮງຂຶ້ນເລື້ອຍໆ ຖ້າຍັງມີພຶດຕິກໍາ ຫຼື ການໃຊ້ງານຂໍ້ເຂົາຄືເກົ່າໂດຍບໍ່ໄດ້ຮັບການປິ່ນປົວ ພະຍາດນີ້ຈະມີອາການປວດຂໍ້, ຂໍ້ບວມ, ຂໍ້ຂັດ ຫຼື ຮູບຮ່າງຂາຜິດປົກກະຕິ, ຢຽດຂາໄດ້ບໍ່ສຸດ, ຂໍ້ເຂົ່າຜິດຮູບ ຫຼື ຂາໂຂ່ງ.
ນອກຈາກ 3 ພະຍາດນີ້ແລ້ວ ກໍຍັງມີອີກຫຼາຍພະຍາດ ເຊິ່ງຈະນຳສະເໜີໃນຫົວຂໍ້ຕໍ່ໄປ.
[ ຂໍ້ມູນຈາກ: THONBURI LAB CENTER ]