ວິທີເຮັດແຈ່ວເຫັດເຟືອງ ກິນເອງ

31

ແຈ່ວ ເປັນອາຫານພື້ນເມືອງລາວ ທີ່ຕິດພັນກັບຄົນລາວເຮົາ ເຊິ່ງຄົນແຕ່ກ່ອນທຸກພາເຂົ້າຕ້ອງມີແຈ່ວຈໍ້າ ສົມກັບຄຳວ່າ: “ເຂົ້າໜຽວ ຈໍ້າແຈ່ວ ” ເຊິ່ງແຈ່ວແມ່ນມີຫຼາຍແບບຫຼາຍຊະນິດ ແມ່ນຂຶ້ນກັບແຕ່ລະທ້ອງຖິ່ນທີ່ເຮັດກິນ ແລະ ລຶ້ງເຄີຍ. ແຕ່ມື້ນີ້ເຮົາຈະນຳເອົາວິທີເຮັດແຈ່ວເຫັດເຟືອງ ມານຳສະເໜີ ເຖິງຈະເຮັດຍາກແດ່ໜ້ອຍໜຶ່ງ ແຕ່ກໍໄດ້ກິນແບບສະໃຈ.

▶ ວັດຖຸດິບປະກອບມີ: ເຫັດເຟືອງ ທີ່ລ້າງສະອາດບໍ່ໃຫ້ຫັດດິນ ແລ້ວນຳສຽບໄມ້ເປັນຮວດຍາວໆຕາມຄວາມເໝາະສົມກັບແຕະປີ້ງ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ, ນໍ້າປາ ຫຼື ປາແດກ ຈະຕົ້ມສຸກ ຫຼື ດິບກໍໄດ້ແລ້ວແຕ່ ຄວາມມັກ, ເກືອ, ແປ້ງນົວ, ໝາກເຂືອ ( ຈະເປັນໝາກເຂືອຍາວ ຫຼື ໝາກເຂືອປ້ອມກໍໄດ້ ) ລ້າງປະເພດຜັກໃຫ້ສະອາດ ( ປະເພດຫອມກໍຊອຍໄວ້ ).

▶ ຂັ້ນຕອນການເຮັດ: ດັງໄຟໃຫ້ຖ່ານຕິດແລ້ວ ( ຢ່າໃສ່ຖ່ານຫຼາຍ ເພາະໄຟຈະແຮງອາດຈະເຮັດໃຫ້ໄໝ້ໄດ້ ), ຈາກນັ້ນກໍນຳແຕະປີ້ງໄປວາງໃສ່ແລ້ວນຳເຫັດທີ່ກຽມໄວ້ໄປປີ້ງ ຂະນະທີ່ປີ້ງຕ້ອງລະວັງບໍ່ໃຫ້ໄໝ້ ເມື່ອສຸກໝົດແລ້ວ ກໍສືບຕໍ່ຈີ່ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ ແລະ ໝາກເຂືອໃຫ້ສຸກ ແລະ ປອກເປືອກທຸກຢ່າງໃຫ້ຮຽບຮ້ອຍ.
▶ ຂັ້ນຕອນຕຳ: ນຳຄົກກັບ ສາກມາ ເອົາເກືອ, ແປ້ງນົວ ລົງໄປ, ຕາມດ້ວຍໝາກເຜັດ ແລະ ຫົວຫອມຈີ່ທີ່ກຽມໄວ້ລົງໄປຕຳໃຫ້ລະອຽດ ຈາກນັ້ນກໍຕື່ມໝາກເຂືອລົງໄປຕຳໃຫ້ລະອຽດແລ້ວຈາກນັ້ນກໍເອົາເຫັດເຟືອງຕາມລົງໄປ ຕຳໃຫ້ລະອຽດເຂົ້າກັນດີ( ຖ້າກິນປາແດກກໍຕື່ມລົງໄດ້ ) ຖ້າກິນນໍ້າປາກໍຕື່ມນໍ້າປາລົງໄປ ຊີມລົດຊາດຕາມໃຈມັກ ກະວ່າພໍດີແລ້ວໃຫ້ນຳຜັກຫອມທີ່ຊອຍກຽມໄວ້ລົງໄປຕຳຕາງຄົນໃຫ້ເຂົ້າກັນ ຖືວ່າເປັນອັນສຳເລັດ ສາມາດຕັກໃສ່ຖ້ວຍ ຫຼື ຈານ ພ້ອມເສີບຂຶ້ນພາເຂົ້າໄດ້.
[ ໂດຍ: ນົກແຕນແວນ ]