ສາເຫດ ແລະ ວິທີແກ້ໄຂອາການປວດຫົວໄມເກຣນ

12

ອາການເຈັບຫົວມີຫຼາຍຮູບແບບ ແລະ ເກີດໄດ້ຈາກຫຼາຍສາເຫດ ການປວດຫົວໄມເກຣນ ເປັນອາການໜຶ່ງທີ່ພົບຫຼາຍ ແລະ ເປັນບັນຫາກວນໃຈພະນັກງານຫ້ອງການ ເມື່ອເປັນແລ້ວຈະມີອາການເຈັບປວດທໍລະມານ ບາງຄົນອາດຈະມີອາການປວດຮາກ, ຕາມົວ ຫຼື ເຫັນເປັນແສງຍິບຍັບມາກ່ອນ.
ອາການປວດຫົວທີ່ສະແດງໃຫ້ຮູ້ວ່າເປັນໄມເກຣນຈະມີອາການປວດຫົວຂ້າງດຽວ, ຈາກນັ້ນຈຶ່ງຄ່ອຍໆປວດທັງ 2 ຂ້າງ, ປວດຮາກ, ມີອາການເຈັບຕຸບໆຄ້າຍຄືມີບາງຢ່າງບີບຮັດບໍລິເວນຂະໝັບເປັນໄລຍະເກືອບເປັນຊົ່ວໂມງ ອາການປວດຈະຮຸນແຮງຂຶ້ນເມື່ອມີຄວາມຕຶງຄຽດ, ອາກາດຮ້ອນ ຫຼື ອົດນອນ.

ການເຈັບຫົວໄມເກຣນອາດເກີດຈາກຄວາມຜິດປົກກະຕິຂອງສານເຄມີໃນສະໝອງ, ການສື່ກະແສໃນສະໝອງ ຫຼື ການເຮັດວຽກຂອງຫຼອດເລືອດແດງໃນສະໝອງຜິດປົກກະຕິ ນອກຈາກນີ້ໄມເກຣນຍັງສາມາດຕິດຕໍ່ທາງກໍາມະພັນໄດ້.
ປັດໄຈທີ່ກະຕຸ້ນໃຫ້ອາການໄມເກຣນເຈັບແຮງຂຶ້ນ:
– ແສງແດດ, ແສງລະຍິບລະຍັບ ແລະ ການໃຊ້ສາຍຕາ ມີຜົນຕໍ່ດວງຕາ
– ກິ່ນນໍ້າຫອມ, ຢາສູບ, ນໍ້າມັນລົດ ມີຜົນຕໍ່ດັງ
– ການກິນອາຫານ ແລະ ເຄື່ອງດື່ມຕ່າງໆ ເຊັ່ນ: ກາເຟ, ເຄື່ອງດື່ມແອວກໍຮໍ ມີຜົນຕໍ່ລີ້ນ
– ຕຶງຄຽດ, ອາລົມຫງຸດຫງິດ, ໂມໂຫ, ຕື່ນເຕັ້ນ, ຕົກໃຈ ມີຜົນຕໍ່ຈິດໃຈ
– ປັດໄຈຈາກສິ່ງແວດລ້ອມເຊັ່ນ:ການປ່ຽນແປງຂອງອຸນຫະພູມ, ອາກາດ.
▶ ເພື່ອຫຼຸດຜ່ອນອາການປວດຫົວໄມເກຣນ ລອງປະຕິບັດດັ່ງນີ້:

– ອອກກໍາລັງກາຍສະໝໍ່າສະເໝີ
– ເຮັດກິດຈະກໍາຕ່າງໆເພື່ອຫຼຸດຄວາມຕຶງຄຽດເຊັ່ນ: ຟັງເພງ, ເບິ່ງຮູບເງົາ, ອ່ານໜັງສື…
– ກິນຢາຕາມແພດສັ່ງ
– ການນອນຄວນນອນໃຫ້ເປັນເວລາ
– ງົດການໃຊ້ຢາກ່ຽວກັບຮໍໂມນເຊັ່ນ ຢາຄຸມກໍາເນີດ
▶ ການເບິ່ງແຍງຕົນເອງເມື່ອເກີດອາການໄມ ເກຣນ:
– ເມື່ອມີອາການປວດໄມເກຣນໃຫ້ຮີບກິນຢາຕາມແພດສັ່ງ
– ນອນພັກຜ່ອນ ຫຼື ນັ່ງພັກຜ່ອນໃນບ່ອນທີ່ມິດງຽບ ແລະ ອາກາດປອດໂປ່ງ.
– ປ່ອຍລົມຫາຍໃຈເຂົ້າ – ອອກແຮງໆໄລຍະໜຶ່ງແລ້ວອາການຈະດີຂຶ້ນ
– ໃຊ້ນິ້ວມືນວດເບົາໆ ຫຼື ໃຊ້ນໍ້າກ້ອນແປະໄວ້ບໍລິເວນຂະໝັບ.
[ ຂໍ້ມູນຈາກ: THONBURI LAB CENTER]