8 ເຄັດລັບບໍລິຫານອົງກອນ ເພື່ອຄວາມກ້າວໜ້າ ເຂັ້ມແຂງ ຍືນຍົງ

105

ໃນອົງກອນ ຫຼື ບໍລິສັດຂະໜາດກາງ ຫຼື ຂະໜາດນ້ອຍ ທີ່ຫາກໍ່ສ້າງຕົວ ຈໍາເປັນຕ້ອງມີຜູ້ບໍລິຫານທີ່ມີຄວາມຮູ້ ແລະ ທັກສະໃນງານບໍລິຫານຈັດການທີ່ດີ ຈຶ່ງຈະສາມາດບໍລິຫານງານໃຫ້ເກີດປະສິດທິພາບ ແລະ ນໍາໄປສູ່ຄວາມສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ ແລະ ນໍາພາອົງກອນໃຫ້ກ້າວໜ້າເຕີບໂຕຢ່າງແຂງແຮງ. ດັ່ງນັ້ນ, ໃນການເປັນຜູ້ບໍລິຫານທີ່ຈະນໍາພາອົງກອນໄປສູ່ຄວາມສໍາເລັດໄດ້ນັ້ນ ຈະຕ້ອງມີເຄັດລັບໃນການບໍລິການອົງກອນອີກດັ່ງນີ້:

1. ຮູ້ຈັກ ແລະ ຮູ້ໃຈລູກຄ້າຂອງຕົນ
ຜູ້ບໍລິຫານທີ່ດີຈະຕ້ອງຮູ້ຈັກລູກຄ້າຂອງຕົນໃຫ້ດີກ່ອນ ຈຶ່ງຄ່ອຍມາເຮັດການພັດທະນາສິນຄ້າໃຫ້ເໝາະສົມກັບລູກຄ້າຂອງຕົນ ໂດຍສິ່ງທີ່ຜູ້ບໍລິຫານຕ້ອງຮູ້ກ່ຽວກັບລູກຄ້າ ແລະ ສິນຄ້າ ຄືຄຸນຄ່າຂອງສິນຄ້າທີ່ລູກຄ້າຕ້ອງການແມ່ນຫຍັງ ແລະ ເປັນຫຍັງ? ຂະບວນການໃນຕັດສິນໃຈຊື້ຂອງລູກຄ້າເປັນຫຍັງ ແລະ ມີກໍານົດຂອບເວລາໃນການຕັດສິນໃຈຢ່າງໃດ? ເຊິ່ງເປົ້າໝາຍຂອງສິນຄ້າຄືຫຍັງ, ຕົ້ນທຶນສິນຄ້າເປັນເທົ່າໃດຄວນຈະນໍາເຕັກໂນໂລຊີ ໃໝ່ໆດ້ານໃດມາ ເພື່ອພັດທະນາສິນຄ້າຂອງຕົວເອງເປັນຕົ້ນ.

2. ຮູ້ຈັກວັດທະນະທໍາຄວາມເປັນຢູ່ຂອງລູກຄ້າ
ລູກຄ້າແຕ່ລະຄົນ ລ້ວນແຕ່ມີຄວາມແຕກຕ່າງກັນ, ວັດທະນະທໍາ ຫຼື ໄລຟສະໄຕຂອງລູກຄ້າໃນແຕ່ລະປະເທດຍ່ອມຕ່າງກັນໄປອີກ. ຜູ້ບໍລິຫານຕ້ອງຄິດໃຫ້ກວ້າງໄກ ເພື່ອທີ່ຈະດໍາເນີນການໃຫ້ເໝາະກັບປະເທດທີ່ລູກຄ້າຢູ່ ຫຼື ຂົງເຂດທີ່ສິນຄ້າຈະເຮັດຕະຫຼາດ ເຊິ່ງສິ່ງນີ້ຈໍາເປັນທີ່ຜູ້ບໍລິຫານຈະຕ້ອງຮູ້ ແລະ ເຂົ້າໃຈວິຖີຊີວິດຂອງລູກຄ້າໃນປະເທດທີ່ຕ້ອງການໄປນໍາສະເໜີສິນຄ້າ ການເຂົ້າໄປຄຸກຄີກັບລູກຄ້າ ເພື່ອສຶກສາ ແລະ ຫາຂໍ້ມູນເປັນສິ່ງທີ່ຈະຊ່ວຍໃຫ້ຜູ້ບໍລິຫານສາມາດຄັດສັນສິນຄ້າທີ່ຕ່າງກັນ ແລະ ເໝາະກັບລູກຄ້າຂອງຕົນໃນແຕ່ລະປະເທດ ຫຼື ຂົງເຂດໄດ້ ເຊິ່ງການພັດທະນາກົນລະຍຸດໃຫ້ເໝາະກັບແຕ່ລະປະເທດເປັນປັດໄຈສໍາຄັນໃຫ້ຜູ້ບໍລິຫານປະສົບ ຄວາມສໍາເລັດໃນການດໍາເນີນທຸລະກິດ.


3. ເປົ້າໝາຍຊັດເຈນວັດຜົນໄດ້
ຄວນກໍານົດເປົ້າໝາຍ ແລະ ວິທີການວັດຜົນເປົ້າໝາຍ ເຊັ່ນ: ຍອດຂາຍ, ສ່ວນແບ່ງຕະຫຼາດ, ກໍາໄລກ່ອນຫັກພາສີ, ຜົນຕອບແທນຕໍ່ຜູ້ຖືຫຸ້ນ, ມູນຄ່າເພີ່ມທາງເສດຖະກິດທີ່ເປັນຮູບປະທໍາ ເຊັ່ນ: ວັດເປັນຈໍານວນ, ເປີເຊັນ, ມູນຄ່າເງິນເປັນຕົ້ນ. ເປົ້າໝາຍຕ້ອງສໍາເລັດໄດ້ເປັນຈິງໄດ້ ແລະ ຕ້ອງມີຂອບເຂດເວລາທີ່ຊັດເຈນ ບໍ່ວ່າຈະເປັນໄລຍະສັ້ນ ຫຼື ໄລຍະຍາວກໍຕາມ.

4. ກໍານົດແຜນງານໄວ້ໃຫ້ຊັດເຈນ
ຜູ້ບໍລິຫານຕ້ອງຮັບຜິດຊອບໃນການກໍານົດກົນລະຍຸດໄລຍະຍາວ ແລະ ແຜນງານປະຈໍາປີ ເພື່ອເປັນແນວທາງໃຫ້ໄປເຖິງເປົ້າໝາຍທີ່ມຸ່ງຫວັງໄດ້, ແຜນງານຈະລວມເຖິງຂໍ້ຄວາມທີ່ກໍານົດນິຍາມຂອງຄຸນຄ່າທີ່ຈະໃຫ້ກັບລູກຄ້າ ແລະ ຂໍ້ປຽບທຽບໃນເຊີງການແຂ່ງຂັນກັບຄູ່ແຂ່ງ. ນອກຈາກນີ້, ວັດຖຸປະສົງ, ກົນລະຍຸດ ແລະ ກົນລະວິທີກໍຈະມີການລະບຸໃຫ້ຊັດເຈນ ແລະ ຕ້ອງໃຫ້ທຸກຄົນໃນທີມງານຮັບຮູ້ ແລະ ເຂົ້າໃຈໄປໃນທິດທາງດຽວກັນ.

5. ຕ້ອງຮຽນຮູ້ວິທີເຂົ້າເຖິງຊັບພະຍາກອນທີ່ຕ້ອງການ
ຜູ້ບໍລິຫານຕ້ອງຮູ້ວ່າ ອົງກອນຈະຕ້ອງມີຊັບພະຍາກອນໃນດ້ານໃດ ຈຶ່ງຈະເຮັດໃຫ້ອົງກອນສາມາດດໍາເນີນງານໄປໄດ້ ແລະ ທີ່ສໍາຄັນຄື ຈະຕ້ອງຮູ້ວ່າຈະໄດ້ຊັບພະຍາກອນເຫຼົ່ານັ້ນມາໄດ້ຢ່າງໃດ ເຊັ່ນ: ຄົນ, ເວລາ ແລະ ທຶນ ຜູ້ບໍລິຫານຕ້ອງຂາຍຄວາມຄິດເຫຼົ່ານີ້ໃຫ້ກັບພະນັກງານ ເພື່ອໃຫ້ທຸກຄົນຮັບຮູ້ ແລະ ສະໜັບສະໜູນການເຮັດວຽກຂອງຜູ້ບໍລິຫານໃນການພັດທະນາສິນຄ້າໃໝ່ຂຶ້ນມາໃນທິດທາງດຽວກັນ.

6. ພັດທະນາທັກສະໃນການບໍລິຫານບຸກຄະລາກອນ
ທັກສະໃນການບໍລິຫານບຸກຄະລາກອນ ເປັນສິ່ງທີ່ຈະວັດ ຄວາມສາມາດຂອງຜູ້ບໍລິຫານໃນການເຮັດວຽກໃຫ້ບັນລຸເປົ້າໝາຍໄດ້, ຜູ້ບໍລິຫານຈະຕ້ອງມີຄວາມເປັນຜູ້ນໍາ ແລະ ສາມາດກະຕຸ້ນໃຫ້ທຸກຄົນມີກໍາລັງໃຈໃນການເຮັດວຽກ, ການເຂົ້າເຖິງພະນັກງານດ້ວຍການສອບຖາມພະນັກງານ ຈະຊ່ວຍໃຫ້ຜູ້ບໍລິຫານຮັບຮູ້ບັນຫາໃນການເຮັດວຽກ ແລະ ນໍາມາແກ້ໄຂ ເພື່ອໃຫ້ສາມາດປັບປຸງການເຮັດວຽກໃຫ້ດີຂຶ້ນໄດ້ ແລະ ສິ່ງສໍາຄັນຜູ້ບໍລິຫານຈະຕ້ອງບອກໃຫ້ທຸກຄົນໃນອົງກອນຮູ້ວ່າຜູ້ບໍລິຫານຕ້ອງການສິ່ງໃດຈາກພວກເຂົາ.

7. ສ້າງຜະລິດຕະພັນໃໝ່ໆ ອອກສູ່ຕະຫຼາດຢູ່ສະເໝີ.
ການແຂ່ງຂັນໃນໄລຍະຍາວຈໍາເປັນຈະຕ້ອງມີສິນຄ້າໃໝ່ໆ ອອກມາສູ່ຕະຫຼາດຢູ່ສະເໝີ, ຜູ້ບໍລິຫານຈະຕ້ອງໃຊ້ຊັບພະຍາກອນທີ່ມີຢູ່ຢ່າງເຕັມທີ່ ເຊັ່ນ: ຄົນ, ໂຮງງານ, ອຸປະກອນ ເພື່ອໃຫ້ສາມາດອອກສິນຄ້າໃໝ່ໄດ້ຢ່າງວ່ອງໄວ ແລະ ທັນຕໍ່ສະພາບການໃນການແຂ່ງຂັນ ຍິ່ງຖ້າສິນຄ້າໃດມີຕົ້ນທຶນຄົງທີ່ຕໍ່າ ຍິ່ງຕ້ອງພະຍາຍາມອອກສິນຄ້ານັ້ນໃຫ້ໄວທີ່ສຸດ ເນື່ອງຈາກສິນຄ້າລັກສະນະນີ້ ຈະເຖິງຈຸດກຸ້ມທຶນໄດ້ໄວ.

8. ຄໍາວ່າ ຂອບໃຈ
ຜູ້ບໍລິຫານຕ້ອງຮຽນຮູ້ໃນການເວົ້າຄໍາວ່າ ຂອບໃຈ ກັບທຸກຄົນໃນອົງກອນ ບໍ່ວ່າຈະມີຕໍາແໜ່ງສູງ ຫຼື ຕໍ່າ ເພາະຄໍາວ່າ ຂອບໃຈ ເປັນພຽງຕໍາສັ້ນໆ ແຕ່ເປັນເຄື່ອງມືທີ່ມີພະລັງ ເມື່ອໃຊ້ຢ່າງເໝາະສົມ ເຊັ່ນ: ການທີ່ຜູ້ບໍລິຫານກ່າວຂອບໃຈພະນັກງານລະດັບປະຕິບັດທີ່ສາມາດສະແດງຄວາມຄິດເຫັນທີ່ດີ ໃນການແກ້ໄຂບັນຫາໃນການເຮັດວຽກ ຍ່ອມຈະເຮັດໃຫ້ພະນັກງານຮູ້ສຶກດີເປັນຢ່າງຍິ່ງ ແລະ ມີກໍາລັງໃຈໃນການທຸ່ມເທການເຮັດວຽກໃຫ້ເຕັມທີ່ຍິ່ງຂຶ້ນ.

ຜູ້ບໍລິຫານທີ່ອ່ອນນ້ອມຖ່ອມຕົວ ບໍ່ບ້າອໍານາດຈະເປັນທີ່ຮັກຂອງລູກນ້ອງ ແລະ ພະນັກງານທຸກລະດັບ ເພາະການເຮັດວຽກຢ່າງມີວິໄສທັດ, ເບິ່ງກວ້າງເຫັນໄກ ແລະ ເປັນໄປໄດ້ຈະຊ່ວຍຕື່ມໄຟ ແລະ ພະລັງໃນການເຮັດວຽກໃຫ້ກັບພະນັກງານທຸ່ມເທຢ່າງມຸ່ງໝັ້ນ ແລະ ມ່ວນກັບງານທີ່ເຮັດ ອັນຈະສົ່ງຜົນໃຫ້ອົງກອນກ້າວໜ້າສູ່ຄວາມສຳເລັດ.
[ ຈາກ: th.jobsdb ]