ເສຍພາສີທີ່ດິນແລ້ວຫຼືຍັງ? ແຈ້ງການກະຊວງການເງິນໃຫ້ເລີ່ມຈ່າຍ

32

ພື້ນທີ່ດິນທີ່ທຸກຄົນອາໄສດຳລົງຊີວິດຢູ່ ລ້ວນແລ້ວແມ່ນເປັນຊັບສິນຂອງລັດ ທີ່ໃຫ້ປະຊາຊົນນຳໃຊ້ໃນການສ້າງສາພັດທະນາທຳມາຫາກິນຕ່າງໆ ໂດຍການໃຫ້ສິດຄອບຄອງນຳໃຊ້ ແລະກໍເກັບພາສີທີ່ດິນນັ້ນ ເຊິ່ງການເສຍພາສີທີ່ດິນໃຫ້ລັດນີ້ ແມ່ນເປັນພັນທະຂອງປະຊາຊົນ ຫຼື ຜູ້ທີ່ໄດ້ຮັບສິດຄອບຄອງທຸກພາກສ່ວນທີ່ຈະຕ້ອງເສຍໃນທຸກໆປີ.

ນະຄອນຫຼວງວຽງຈັນ ມີບ້ານເຂດແດງ 13 ບ້ານ ໃນ 4 ເມືອງ (30/8/2021) – ລາວ ไทย

ແລະສຳລັບປີນີ້ ເພື່ອເປັນການເຮັດໃຫ້ການເສຍພາສີທີີ່ດິນປະຈໍາປີ 2023 ໄດ້ຈັດຕັ້ງປະຕິບັດທັນຕາມກໍານົດເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ຫ້ອງການ ກະຊວງການເງິນ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 10 ກໍລະກົດ 2023 ທີ່ຜ່ານມາເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງຕອນດິນ ຫຼື ນໍາໃຊ້ຕອນດິນ ໃນຂອບເຂດທົ່ວປະເທດ ຊາບດັ່ງນີ້:

ສຳລັບການເສຍພາສີທີ່ດິນໃນປີ 2023 ໄລຍະເວລາຂອງການເສຍພາສີທີ່ດິນ ແມ່ນຈະສິ້ນສຸດໃນວັນທີ 31 ທັນວາ 2023 ຊຶ່ງບຸກຄົນ, ຖ້າຫາກວ່າບໍ່ຊຳລະຕາມໄລຍະເວລາດັ່ງກ່າວ ຈະຖືກປັບໃໝ ເປັນແຕ່ລະກໍລະນີ ທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 01/ສປປ, ລົງວັນທີ 08 ພຶດສະພາ 2007 ວ່າດ້ວຍພາສີທີ່ດິນ.

ສ່ວນວິທີການຊຳລະພາສີທີ່ດິນແມ່ນສາມາດຊໍາລະດ້ວຍ 2 ຮູບແບບຄື: ຊຳລະຜ່ານລະບົບທະນາຄານ ໂດຍນຳໃຊ້ ແອັບພິເຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນໂຄງການ ແລະ ຊຳລະຜ່ານປ່ອງບໍລິການຂອງຫ້ອງການສ່ວຍສາອາກອນປະຈຳ ນະຄອນ, ເມືອງ, ເທດສະບານ ແລະ ຫ້ອງການປົກຄອງບ້ານ ບ່ອນຕອນຕິນຕັ້ງຢູ່.