ທະຫານຜູ້ຫ້າວຫັນ ບໍລໍຖ້າໂຊກວາດສະໜາລົງມືປູກຜັກເສີມສ້າງລາຍຮັບໃຫ້ຄອບຄົວ

41

ເມື່ອເວົ້າເຖິງພະນັກງານ – ນັກຮົບທີ່ມີຄວາມດຸໝັ່ນຂະຫຍັນພຽນ, ອົດທົນ ແລະ ປະຢັດມັດທະຍັດ. ສະຫາຍ ຮ້ອຍໂທ ອາລຸນ ແກ້ວຜາສຸກ ກໍແມ່ນຜູ້ໜຶ່ງທີ່ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຢ່າງຫ້າວຫັນ ແລະມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ ປູກຝັງ – ລ້ຽງສັດ ເພື່ອແກ້ໄຂຊີວິການເປັນຢູ່ໃຫ້ນັບມື້ດີຂຶ້ນ, ຕາມທິດ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການວາງອອກ, ໃນໄລຍະຜ່ານມາ ສະຫາຍ ໄດ້ເອົາໃຈໃສ່ໃນການເຮັດສວນຄົວປູກພືດຜັກແບບທໍາມະຊາດຕາມລະດູການ ສະໜອງເຂົ້າເຮືອນຄົວລວມ ໄດ້ຕາມຈຸດປະສົງຄາດໝາຍທີ່ກົມກອງວາງອອກ.

May be an image of 1 person
ສະຫາຍ ອາລຸນ ແກ້ວຜາສຸກ ເກີດເມື່ອວັນທີ 2 ມັງກອນ 1988 ທີ່ບ້ານມ່ວນ, ເມືອງນໍ້າບາກ ແຂວງຫຼວງພະບາງ, ປັດຈຸບັນຢູ່ບ້ານຫົວນາ ເມືອງນໍ້າບາກ, ແຂວງຫຼວງພະບາງ ສະຫາຍ ເປັນລູກກໍາພອຍມາແຕ່ນ້ອຍ ເກີດມາອາຍຸພຽງ 6 ເດືອນແມ່ຕາຍປະ, ອາຍຸໄດ້ 4 ປີ ພໍ່ກໍ່ມາຕາຍປະອີກ. ຍ້ອນຄວາມທຸກຍາກພາຍຫຼັງຮຽນຈົບ ມໍ 3 ສະຫາຍ ຈຶ່ງໄດ້ຕັດສິນໃຈ ມຸ້ງໜ້າກ້າວເຂົ້າສູ່ຄອບຄົວໃຫຍ່ກອງທັບ ເພື່ອປະກອບສ່ວນຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຈິດໃຈປະຕິວັດ ໃນວັນທີ 5 ພະຈິກ 2003, ສັງກັດຢູ່ກອງຮ້ອຍຜະລິດ (ຄໍ201) ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ, ຈາກນັ້ນ ສະຫາຍ ກໍ່ໄດ້ຝຶກຝົນຫຼໍ່ຫຼອມຕົນເອງຜ່ານຂໍ້ກໍານົດກົດລະບຽບຕ່າງໆຂອງກອງທັບ, ໂດຍສະເພາະແມ່ນຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້, ລະບຽບ 12 ຂໍ້ຕໍ່ປະຊາ ແລະ ຂໍ້ກຳນົດ 7 ລະບອບ 18 ວຽກ ໃນມື້ໜື່ງຂອງກອງທັບ.

May be an image of 1 person and watermelon
ໃນເບື້ອງຕົ້ນ ສະຫາຍ ແມ່ນຍັງບໍ່ທັນໄດ້ລື້ງເຄີຍກັບການຢູ່ຮ່ວມກັນຫຼາຍຄົນໃນຄອບຄົວໃຫຍ່ ບວກກັບການມີລະບຽບວິໄນທີ່ເຂັ້ມງວດ, ແຕ່ສະຫາຍກໍ່ຄອຍໆປັບປຸງເຝິກຝົນຫຼໍ່ຫຼອມຕົນເອງ ບໍ່ວ່າຈະເປັນຄວາມຮູ້-ຄວາມສາມາດ, ຄຸນສົມບັດສີນ ທຳປະຕິວັດ ແລະ ເອົາໃຈໃສ່ປະຕິບັດບັນດາມະຕິຄໍາສັ່ງຂອງຜູ້ບັນຊາແຕ່ລະຂັ້ນ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ມີນ້ຳໃຈເອື້ອເຟື້ອເພື່ອແຜ່ ສາມັກຄີຮັກແພງຊ່ວຍເຫຼືອໝູ່ເພື່ອນ ສະຫາຍອ້າຍນ້ອງຢູ່ໃນກົມກອງດຽວກັນຕະຫຼອດມາ, ໄປຄ່ຽງຄູ່ກັນນີ້ ສະຫາຍ ຍັງໃຊ້ເວລາວ່າງໃຫ້ເປັນປະໂຫຍດ ດ້ວຍການອອກແຮງງານເພີ່ມພູນຜະລິດຜົນ, ປູກຝັງ – ລ້ຽງສັດ, ໃນເບື້ອງຕົ້ນແມ່ນໄດ້ປູກພືດຜັກຊະນິດຕ່າງໆຕາມການແບ່ງປັນ ມອບໝາຍຂອງກົມກອງ ເພື່ອພັນທະໃຫ້ກົມກອງ.

No photo description available.

ຜ່ານການຝຶກຝົນຫຼໍ່ຫຼອມໃນກຳລັງປະກອບອາວຸດທີ່ເພິ່ນສົ່ງເສີມວິຊາສະເພາະຫຼາຍດ້ານແກ່ສະຫາຍ ປະຈຸບັນໄດ້ຮັບຜິດຊອບຫົວໜ້າໝູ່ ພ້ອມທັງເປັນຄູສອນຍຸດທະວິທີ ແລະ ຮັບຜິດຊອບວຽກງານໂຄສະນາຂອງກອງຮ້ອຍໍ10 ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ.

ສະຫາຍ ຮ້ອຍໂທ ອາລຸນ ແກ້ວຜາສຸກ ໄດ້ໃຫ້ຮູວ່າ: ພາຍຫຼັງທີ່ຕົນເອງໄດ້ຍົກຍ້າຍໄປປະຈໍາການຢູ່ກອງຮ້ອຍ 10 ກໍໄດ້ບຸກເບີກເນື້ອທີດິນປູກຜັກບົ້ງ, ຜັກກາດ, ຜັກຫົມ ແລະ ຜັກຫອມປະເພດຕ່າງໆ ໃນເນື້ອທີ່ 20×20 ແມັດ, ໂດຍຂຸດເປັນໜານ ທັງໝົດ 18 ໜານ, ໄດ້ລົງທຶນຊື້ຜ້າກັນແສງ, ແນວພັນພືດຜັກຊະນິດຕ່າງໆຈໍານວນ 675.000 ກີບ, ໃຊ້ເວລາປູກ 1 ເດືອນກວ່າ ຈິ່ງໄດ້ນໍາມາຂາຍ ເກັບລາຍຮັບສະເລ່ຍໄດ້ 2.430.000 ກີບ, ສະຫາຍ ເຫັນວ່າມີລາຍຮັບທີ່ຕໍ່າຈິ່ງໄດ້ບຸກເບີກເນື້ອທີ່ປູກຕື່ມອີກເປັນ 20×40 ແມັດ ແລ້ວປ່ຽນມາປູກໝາກແຕງ ເພາະວ່າຜ່ານມາຕົນເອງເຄີຍປູກມາແຕ່ປີ 2015.

No photo description available.

ເຊິ່ງຊຸດທໍາອິດ ໄດ້ລົງທຶນທັງໝົດ 825.000 ກີບ, ໃຊ້ເວລາ 2 ເດືອນກວ່າຈິ່ງໄດ້ນໍາມາຂາຍ ສະເລ່ຍລາຍຮັບໄດ້ເຖິງ 5.772.000 ກີບ, ປູກຊຸດທີ 2 ລົງທຶນ 850.000 ກີບ, ສະເລ່ຍລາຍຮັບ 5.894.000 ກີບ, ຊຸດທີ 3 ສະຫາຍ ໄດ້ປູກໝາກແຕງຈໍານວນ 1.950 ຂຸມ ແລະປູກໝາກຖົ່ວຍາວຕື່ມອີກ ຈໍານວນ 436 ຂຸມ, ລົງທຶນປູກ 910.000 ກີບ, ສະເລ່ຍລາຍຮັບທັງໝົດໄດ້ 6.269.000 ກີບ, ສະຫາຍ ເຫັນວ່າລາຍຮັບຈາກການຂາຍໝາຍຖົ່ວຍາວແມ່ນສູງກ່ວາ, ໃນຊຸດທີ 4 ຈຶ່ງໄດ້ປູກໝາກຖົ່ວຍາວເພີ່ມອີກ ຈຳນວນ 1.260 ຂຸມ ແລະ ປູກໝາກແຕງຈໍານວນ 1.126 ຂຸມ, ລົງທຶນ 835.000 ກີບ, ສະເລ່ຍລາຍຮັບຊຸດທີ 4 ແມ່ນໄດ້ 12.481.000 ກີບ. ສັງລວມແລ້ວຜ່ານມາສະຫາຍສາມາດສ້າງລາຍຮັບໄດ້ເຖິງ 30 ລ້ານກ່ວາກີບຕໍ່ປີ, ເງິນທີໄດ້ມາ ສະຫາຍ ກໍນໍາໄປໝູນໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ ແລະ ເປັນຕົ້ນທຶນໝູນວຽນຂະຫຍາຍເຂົ້າໃນການປູກ – ການລ້ຽງໃນຕໍ່ໜ້າ.

No photo description available.
ຈາກເຫດຜົນດັ່ງກ່າວ ສະຫາຍ ຮ້ອຍໂທ ອາລຸນ ແກ້ວຜາສຸກ ຈິ່ງກາຍເປັນທີ່ຍອມຮັບຈາກເພື່ອມິດສະຫາຍພາຍໃນກົມກອງ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ໃກ້ຄຽງວ່າ: ບຸກຄົນທີ່ຫ້າວຫັນສູ້ຊີວິດ ສະຫາຍ ພັນຕີ ສຸເນດ ສານວິທອນ ຮອງເລຂາໜ່ວຍພັກ, ຫົວໜ້າການທະຫານກອງຮ້ອຍ 10 ທະຫານແຂວງ ໄດ້ໃຫ້ທັດສະນະຢັ້ງຢືນວ່າ: ສະຫາຍ ຮ້ອຍໂທ ອາລຸນ ແກ້ວຜາສຸກ ສົມແລ້ວທີ່ພໍ່ແມ່ພີ່ນ້ອງ, ສັງຄົມ – ກົມກອງຍົກຍ້ອງວ່າເປັນບຸກຄົນດີເດັ່ນ ແລະ ສົມແລ້ວທີ່ຈະເປັນນັກຮົບວັດທະນະທໍາ. ຍ້ອນແນວນັ້ນສະຫາຍຈິ່ງກາຍເປັນບຸກຄົນໜຶ່ງທີ່ໝູ່ເພື່ອນສະຫາຍ ແລະ ຄະນະພັກ – ຄະນະບັນຊາ ກົມກອງຍ້ອງຍໍຕະຫຼອດມາ.
ຂໍ້ມູນ-ພາບ: ອາລຸນ ແກ້ວຜາສຸກ; ບົດ: ບຸນເພັງ ວົງແກ້ວມະນີ