ເຕັກນິກການປູກຫອມບົ່ວແດງ

29

ຫົວຫອມບົ່ວແດງ ເປັນພືດຜັກສວນຄົວຊະນິດໜຶ່ງທີ່ໃຊ້ປະກອບເຂົ້າໃນການເຮັດອາຫານໄດ້ຫຼາຍປະເພດ ແລະ ເກືອບທຸກຄົວເຮືອນຕ້ອງນໍາໃຊ້ ທີ່ສຳຄັນເປັນທີ່ຕ້ອງການຂອງຕະຫຼາດ ເຊິ່ງປັດຈຸບັນຫົວຫອມບົ່ວແດງ ລາຄາປະມານກິໂລລະ 20 ພັນກີບ, ດັ່ງນັ້ນຖ້າທ່ານໃດຄິດຢາກຈະປູກໄວ້ກິນ ຫຼື ປູກໄວ້ເປັນສິນຄ້າກໍໄດ້, ມື້ນີ້ພວກເຮົາຈະນຳເອົາເຕັກນິກການປູກຫອມບົ່ວແດງມານໍາສະເໜີ.

ການກຽມດິນ: ຫອມບົ່ວແດງມີລະບົບຮາກຕື້ນ ມັກດິນລ່ວນ, ມີການລະບາຍນໍ້າທີ່ດີ; ສະນັ້ນ ໜານປູກຄວນໄຖພວນ ຫຼື ຂຸດດ້ວຍຈົກ ປີ້ນດິນຕາກແດດໄວ້ກ່ອນ 2 – 3ມື້ ແລ້ວຍ່ອຍດິນໃຫ້ເປັນກ້ອນນ້ອຍ ແຕ່ບໍ່ໃຫ້ແຫຼກລະອຽດຫຼາຍ ເພາະຈະເຮັດໃຫ້ດິນແໜ້ນ, ສາມາດໃສ່ປຸ໋ຍຄອກ, ປຸ໋ຍໝັກ ຫຼື ປຸ໋ຍຂີ້ສັດລົງໄປຄົນໃສ່ໃຫ້ທົ່ວດິນທີ່ກຽມໄວ້ ແລະ ຕ້ອງເອົາຮາກຫຍ້າອື່ນໆອອກໃຫ້ໝົດ ພ້ອມຮອງພື້ນກ່ອນປູກດ້ວຍປຸ໋ຍວິທະຍາສາດສູດ 15:15:15 ໃນປະລິມານ 20 – 50 ກິໂລກຣາມຕໍ່ໄລ່.


ການກຽມແນວພັນ: ຄວນກຽມໄວ້ລ່ວງໜ້າຢ່າງໜ້ອຍ 2ເດືອນ ເພາະຫົວຫອມທີ່ຈະໃຊ້ປູກ ຄວນມີໄລຍະພັກຕົວຢູ່ໄລຍະໜຶ່ງ ແຕ່ບໍ່ຄວນເກັບໄວ້ດົນເກີນ 6 ເດືອນ ເພາະໄລຍະ 2 ເດືອນນີ້ ຫອມຈະເລີ່ມແຕກຍອດອ່ອນສີຂຽວພົ້ນຫົວເກົ່າມາແລ້ວ ໃຫ້ນໍາຫົວຫອມແນວພັນມາຕັດແຕ່ງເຮັດ ຄວາມສະອາດ, ຕັດເລັມຮາກເກົ່າ ແລະ ໃບແຫ້ງຖິ້ມໃຫ້ໝົດ ຫາກເຫັນວ່າຍອດອ່ອນຍາວອາດຕັດຖິ້ມອີກເລັກໜ້ອຍ ເພື່ອເລັ່ງໃຫ້ຮາກງອກໄວ.

ສໍາລັບການປູກໃນພື້ນທີ່ 1ໄລ່ຈະໃຊ້ຫົວຫອມແນວພັນປະມານ 200 ກິໂລກຣາມ ກ່ອນປູກຫາກເຫັນວ່າຫົວ ຫອມພັນເປັນພະຍາດລາດໍາ ປະປົນຢູ່ ຕ້ອງສີດພົ່ນ ຫຼື ຈຸ່ມນໍ້າສານລະລາຍປ້ອງກັນກໍາຈັດເຊື້ອຣາ ຫຼື ຕາກລົມໃຫ້ແຫ້ງກ່ອນປູກ.

ໄລຍະຫ່າງການປູກ: ເຮັດໜານຂະໜາດກວ້າງ 1 – 1,5 ແມັດ ຄວາມຍາວຂອງໜານເປັນໄປຕາມຄວາມສະດວກໃນການປະຕິບັດວຽກງານ, ຄວນປູກເປັນແຖວ ໄລຍະປູກ 15 – 20 ຊັງຕີແມັດ ຫຼື 20 – 20 ຊັງຕີແມັດ.


ການປູກ: ກ່ອນປູກຄວນຫົດນໍ້າໃຫ້ດິນຊຸ່ມໄວ້ລ່ວງໜ້າ ແລ້ວນໍາຫົວຫອມລົງປູກໃນໜານ ໂດຍເອົາສ່ວນທີ່ເຄີຍເປັນບ່ອນອອກຮາກເກົ່າຈີ້ມລົງໄປໃນດິນປະມານເຄິ່ງຫົວ, ລະວັງຢ່າກົດລົງແຮງຫຼາຍຈະເຮັດໃຫ້ແນວພັນຊໍ້າ, ງອກຊ້າ ຫຼື ບໍ່ງອກເລີຍ, ຫຼັງປູກແລ້ວໃຫ້ຄຸມດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງ ຫຼື ແກບໜາພໍສົມຄວນເປັນການຮັກສາຄວາມຊຸ່ມຊື່ນ ແລະ ຄຸມສັດຕູພືດ ຈາກນັ້ນຫົດນໍ້າໃຫ້ຊຸ່ມໆ ຕົ້ນຫອມຈະງອກອອກມາພາຍໃນເວລາ 7 – 10 ວັນ ຫາກຫົວໃດບໍ່ງອກໃຫ້ທໍາການປູກຊ່ອມຄືນທັນທີ.

ການເບິ່ງແຍງຮັກສາ: ຫອມແດງຕ້ອງການນໍ້າຫຼາຍ ແລະ ສະໝໍ່າສະເໝີໃນໄລຍະຈະເລີນເຕີບໂຕ ແລະ ແຕກກໍ ຫາກປູກໃນບ່ອນທີ່ມີອາກາດແຫ້ງ ແລະ ລົມແຮງອາດຕ້ອງໝັ່ນໃຫ້ນໍ້າຕະຫຼອດ ມື້ລະ 2 ຄັ້ງ ເຊົ້າ – ແລງ. ສ່ວນການໃສ່ປຸ໋ຍ ຫຼັງປູກຄົບ 14 ວັນ ຄວນໃສ່ປຸ໋ຍຢູເຣຍ ຫຼື ແອມໂມນຽມເຊົາເຟັຕ ປະລິມານ 20 – 25 ກິໂລກຣາມຕໍ່ໄລ່ ເມື່ອອາຍຸຄົບ 35 – 40 ວັນ ໃຫ້ໃສ່ປຸ໋ຍສູດ 15:15:15 ໃນປະລິມານ 20 – 50 ກິໂລກຣາມຕໍ່ໄລ່, ສ່ວນວິທີການໃສ່ປຸ໋ຍແມ່ນໃຊ້ວິທີໂຮຍຫ່າງໆຕົ້ນ ປະມານ 7 ຊັງຕີແມັດ ຫຼື ໃຊ້ວິທີໂຮຍໃຫ້ທົ່ວໜານກໍໄດ້ ຫຼັງຈາກໃສ່ປຸ໋ຍໃຫ້ເອົານໍ້າຫົດໜານໃຫ້ຊຸ່ມດີ, ຫຼັງປູກ ແລະ ບໍາລຸງຮັກສາຢ່າງດີແລ້ວ ໃຊ້ເວລາປະມານ 3 – 4 ເດືອນກໍສາມາດເກັບກ່ຽວໄດ້ແລ້ວ.