ການສົ່ງອອກທັນຍາພືດຂອງ ຣັດເຊຍ ສູງສຸດເປັນປະຫວັດການ

15

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ກະຊວງກະສິກຳຂອງຣັດເຊຍ ໄດ້ຖະແຫຼງການວ່າ ການສົ່ງອອກທັນຍາພືດຂອງ ຣັດເຊຍ ສູງເຖິງ 60 ລ້ານໂຕນ ໃນສົກປີ 2022 – 2023.

ຣັດເຊຍ ໄດ້ຈັດສົ່ງທັນຍາພືດຈໍານວນຫຼາຍສູ່ຕະຫຼາດໂລກ ນັບແຕ່ເດືອນກໍລະກົດປີຜ່ານມາ ຈົນເຖິງເດືອນມິຖຸນາປີນີ້ ເຖິງແມ່ນວ່າມີການຂວ້ຳບາດ ແຕ່ ທ່ານ ດິມິທຣີ ປາຕຣັດເຊບ ( Dmitry Patrushev ) ລັດຖະມົນຕີກະຊວງກະສິກຳຂອງ ຣັດເຊຍ ກໍໄດ້ເຜີຍວ່າ ທັນຍາພືດສ່ວນໃຫຍ່ແມ່ນໄດ້ສົ່ງອອກໄປຍັງບັນດາປະເທດທີ່ເປັນມິດ.

ທ່ານ ດິມິທຣີ ປາຕຣັດເຊບ ໄດ້ກ່າວອີກວ່າ: ທັນຍາພືດຂອງຣັດເຊຍ ມີການສົ່ງອອກໃນລະດັບສູງເປັນປະຫວັດການ ດ້ວຍຈໍານວນ 60 ລ້ານໂຕນ ເຊິ່ງສິ່ງນີ້ໄດ້ຊ່ວຍເພີ່ມລາຍໄດ້ຈາກການສົ່ງອອກຂອງ ຣັດເຊຍ ຢ່າງຫຼວງຫຼາຍ ໂດຍລວມແລ້ວສາມາດສ້າງລາຍຮັບໄດ້ຫຼາຍກວ່າ 41 ຕື້ໂດລາ ໃນໝົດປີ 2022.

ຣັດເຊຍ ໄດ້ປັບທິດທາງການສົ່ງອອກສິນຄ້າກະສິກຳ ໄປຍັງປະເທດທີ່ບໍ່ສະໜັບສະໜູນການຂວ້ຳບາດຣັດເຊຍ ເຊິ່ງປັດຈຸບັນປະເທດເຫຼົ່ານີ້ໄດ້ນໍາເຂົ້າ 87% ຂອງການສົ່ງອອກທັນຍາພືດທັງໝົດຂອງຣັດເຊຍ ໂດຍຈຸດໝາຍການຂົນສົ່ງເປັນຕົ້ນແມ່ນ ຈີນ, ຕວັກກີ, ເອຢິບ, ບັງ ກລາເທດ, ແອວຈີເຣຍ ແລະ ປາກິດສະຖານ.

ຂະນະທີ່ 6 ເດືອນຕົ້ນປີນີ້, ບັນດາຜູ້ຜະລິດໃນ ຣັດເຊຍ ກໍໄດ້ຄ່ອຍໆສ້າງຄວາມສຳພັນກັບພັນທະມິດຕ່າງປະເທດທີ່ເຊື່ອຖືໄດ້.