ແຫກໂຄ້ງ ບໍ່ທັນໄດ້ລາຄອບຄົວເລີຍ ທີ່ເມືອງນອງສະຫວັນນະເຂດ

27

ຍາມຍີ້ໜ້າຝົນແດ່ເສັ້ນທາງໝຶ່ນ ການຂັບຂີ່ນຳໃຊ້ລົດໃຊ້ຖະນົນຕ້ອງລະມັດລະວັງເປັນພິເສດ ອັນສຳຄັນຄືບໍ່ຂັບໄວເກີນກຳນົດ ເພື່ອສາມາດປະຄອງລົດໄດ້ຖ້າຫາກເສັ້ນທາງບໍ່ເປັນໃຈ ບໍ່ດັ່ງນັ້ນອາດເກີດເຫດເຖິງຂັ້ນເສຍຊີວິດໄດ້ດັ່ງກໍລະນີນີ້.

No photo description available.

ອຸບັດຕິເຫດ ລົດໃຫຍ່ ກາມັດ 10ລໍ້ ປີ້ນ ຢູ່ເສັ້ນທາງໂຮ່ຈີມິນ ໂຄ້ງພູຫ້ວຍພໍ່ ບ້ານ ນາລົງໃໝ່ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.

May be an image of 3 people and road
ອີງຕາມການລາຍງານຂອງ ທ່ານ ຮອ ລຳພອນ ສຸດລະຄົມ ຮອງພະແນກຕຳຫຼວດ ຊີ້ນຳວຽກງານ ຈາລະຈອນໃຫ້ຮູ້ວ່າ: ໃນວັນທີ 5 ກໍລະກົດ 2023 ເວລາ 6 ໂມງ30 ນາທີ ໄດ້ຮັບແຈ້ງການ ຈາກພົນລະເມືອງດີ ພົບເຫັນມີລົດ ກາມັດ10ລໍ້ ສີທະເລ, ບັນທຸກເຄື່ອງ ໝາຍເລກທະບຽນ (ບກ 0638 ສະຫວັນນະເຂດ) ປະສົບອຸບັດຕິເຫດ ທີ່ເສັ້ນ ທາງໂຮຈີມິນ,ໂຄ້ງພູຫ້ວຍພໍ່ ລົງຄ້ອຍ ບ້ານ ນາລົງໃໝ່ ເມືອງນອງ ແຂວງສະຫວັນະເຂດ.

May be an image of 1 person
ຜູ້ກ່ຽວບັນທຸກເຄື່ອງຈະເດີນທາງມາເມືອງນອງ ພໍມາຮອດຈຸດດັ່ງກ່າວ ດ້ວຍຄວາມເປັນໂຄ້ງຍາວ ແລະ ຄ້ອຍຊັນ ເຮັດໃຫ້ຜູ້ຂັບຂີ່ຄຸມລົດບໍ່ໄດ້ ຈຶ່ງພາໃຫ້ລົດໃຫຍ່ ປີ້ນລົງໂຄ້ງ, ເຫຼັກກັ້ນຮົ້ວເສຍຫາຍ 20 ແມັດ, ໃນລົດມີຜູ້ເສຍຊີວິດ1ຄົນ .ຈາກການ ຄົ້ນພົບ ບັດປະຈຳຕົວ ແລະ ສຳເນົາຕ່າງໆ ຈຶ່ງຮູ້ວ່າ ຜູ້ຂັບຂີ່ລົດ ກາມັດ 10 ລໍ້ ທີ່ເກີດອຸບັດຕິເຫດ, ຊື່ ທ້າວ ເຕິນວັນກວາງ, ອາຍຸ 46 ປີ, ກຳມະກອນ ຊາວຫວຽດນາມ,ສ່ວນສົບຂອງຜູ້ກ່ຽວ ທາງເຈົ້າໜ້າທີ່ໄດ້ປະສານຫາຍາດຕິພີ່ນ້ອງ ເພື່ອນຳໄປທຳພິທີທາງສາສະໜາ, ສ່ວນລົດ ທາງພາກສ່ວນວິຊາສະເພາະ ໄດ້ສ້າງບົດບັນທຶກໄວ້ ເພື່ອເປັນຫຼັກຖານ.

No photo description available.

ຂ່າວ: ວິທະຍຸແຂວງສະຫວັນນະເຂດ