ເສວະນາ ໃຫ້ຄວາມຮູ້ ຂັບເຄື່ອນພະລັງງານສະອາດເພື່ອການເຕີບໂຕແບບຍືນຍົງ

60

ສະມາຄົມອຸດສາຫະກໍາຍານພາຫະນະລາວ ໄດ້ຈັດງານ ເສວະນາ ຂັບເຄື່ອນພະລັງງານສະອາດ ເພື່ອການເຕີບໂຕແບບຍືນຍົງ ຂຶ້ນໃນວັນທີ 7 ກໍລະກົດ 2023 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ຄໍາໂສ້ ກູໂພຄໍາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ມີຕາງໜ້າຈາກພາກລັດ, ທຸລະກິດຜູ້ປະກອບການຍານພາຫະນະ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ທ່ານ ປະສາດໄຊ ພິລາພັນເດດ ປະທານສະມາຄົມອຸດສາຫະກໍາຍານພາຫະນະລາວກ່າວວ່າ: ກອງປະຊຸມເສວະນາຍານພາຫະນະໄຟຟ້າລາວ ພາຍໃຕ້ຫົວຂໍ້ຂັບເຄື່ອນພະລັງງານສະອາດ ເພື່ອການເຕີບໂຕ ແບບຍືນຍົງ ແມ່ນດໍາເນີນມາເປັນຄັ້ງທີ 2 ແລ້ວ. ຈຸດປະສົງຫຼັກເພື່ອເລັ່ງລັດການຂະຫຍາຍຕົວທາງດ້ານການນໍາໃຊ້ລົດໄຟຟ້າໃນ ສປປ ລາວ ໂດຍເນັ້ນໃສ່ບັນດາຈຸດສໍາຄັນດັ່ງນີ້:

1. ດ້ານນະໂຍບາຍ ແລະ ລະບຽບການ; 2. ດ້ານການພັດທະນາພື້ນຖານໂຄງລ່າງ; 3. ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ; 4. ດ້ານການສ້າງ ຄວາມສາມາດ; 5. ດ້ານການເງິນ ແລະ ການລົງທຶນ; 6. ດ້ານການສ້າງຈິດສໍານຶກ ແລະ ການໂຄສະນາເຜີຍແຜ່ຕໍ່ສັງຄົມ 7 ດ້ານຄວາມຍືນຍົງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ຈາກນັ້ນ, ພາຍໃນງານມີການສົນທະນາລົງເລິກໂດຍເນັ້ນໃສ່ຂະແໜງອຸດສາຫະກໍາ ພາຫະນະ ແລະ ຜົນກະທົບດ້ານພື້ນຖານໂຄງລ່າງ ພະລັງງານ, ມາດຕະຖານ ແລະ ຄວາມສາມາດດ້ານຊັບພະຍາກອນມະນຸດຢູ່ ສປປ ລາວ ເພື່ອເຮັດໃຫ້ສືບຕໍ່ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນຄວາມຮູ້ຂອງບັນດາພາກສ່ວນທີ່ກ່ຽວ ຂ້ອງໃນອຸດສາຫະກຳລົດໄຟຟ້າ.

ເຫດການທໍາອິດໄດ້ພິສູດໃຫ້ເຫັນຄວາມສໍາຄັນໃນການສ້າງເວທີປຶກສາຫາລືກ່ຽວກັບສິ່ງທ້າທາຍ ໂອກາດ ແລະ ຍຸດທະສາດການພັດທະນາລະບົບນິເວດຍານພາຫະນະໄຟຟ້າໃນ ສປປ ລາວ. ໃນຂະນະທີ່ອຸດສາຫະກຳສືບຕໍ່ເຕີບໃຫຍ່ ພັດທະນາຢ່າງໄວວາ ມັນຈໍາເປັນທີ່ພວກເຮົາຕ້ອງແກ້ໄຂທ່າອ່ຽງໃຫ້ພົ້ນເດັ່ນຂຶ້ນ ແລະ ຮັກສາຈັງຫວະການສົ່ງເສີມການຂັບເຄື່ອນລົດໄຟຟ້າໃນປະເທດ ເພື່ອຕອບສະໜອງຕາມແນວທາງຂອງລັດຖະບານ ເຊິ່ງໄດ້ມີການວາງຍຸດທະສາດ ແລະ ວິໄສທັດຊັດເຈນກ່ຽວກັບການສົ່ງເສີມນໍາໃຊ້ພະລັງງານສະອາດ ເຊັ່ນ: ຍຸດທະສາດ ຮອດປີ 2030 ແລະ ວິໄສທັດຮອດປີ 2050 ໃຫ້ມີລົດໄຟຟ້າໃນອັດຕາສ່ວນ 1% ໃນປີ 2025, ໃຫ້ມີລົດໄຟຟ້າໃນອັດຕາສ່ວນ 30% ໃນປີ 2030. ປັດໄຈທີ່ມີຜົນຕໍ່ການເຕີບໂຕຂອງຕະຫຼາດລົດໄຟຟ້າໃນລາວມີຄື: 1. ລາຄາ ແລະ ທາງເລືອກ; 2. ເຕັກໂນໂລຊີແບັດເຕີລີ; 3. ໂຄງສ້າງພື້ນຖານ; 4. ນະໂຍບາຍຈາກພາກລັດຖະບານ; 5. ລາຄານໍ້າມັນ.


ທ່ານ ຄໍາໂສ້ ກູໂພຄໍາ ໄດ້ກ່າວວ່າ: ໂດຍອີງໃສ່ການຜັນປ່ຽນລາຄານໍ້າມັນເຊື້ອໄຟໃນຕະຫຼາດສາກົນ ກໍມີຜົນກະທົບໜັກໜ່ວງຕໍ່ບັນດາປະເທດຕ່າງໆ ໂດຍສະເພາະປະເທດເຮົາ ເຊິ່ງເປັນປະເທດເພິ່ງພານໍ້າມັນຈາກຕ່າງປະເທດ 100%. ດັ່ງນັ້ນການທີ່ສົ່ງເສີມລົດໄຟຟ້າຈຶ່ງເປັນນະໂຍບາຍທີ່ສໍາຄັນ ແລະ ຈໍາເປັນສໍາລັບປະເທດພວກເຮົາ ລັດຖະບານ ໄດ້ມີການຫັນປ່ຽນມາພັດທະນາ ແລະ ນໍາໃຊ້ລົດໄຟຟ້າ ເຊິ່ງມາຮອດປັດຈຸບັນປະເທດເຮົາມີລົດໄຟຟ້າ 4 ພັນກວ່າຄັນ ໂດຍສະເພາະມີການນໍາເຂົ້າຈາກ ປະເທດຈີນ ແລະ ເອີຣົບ ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກສາກົນ ສ້າງຄວາມເຂັ້ມແຂງທັງພາກລັດ ແລະ ເອກະຊົນ, ໃນນັ້ນມີລົດໄຟຟ້າ 1.326 ຄັນ ທີ່ຂຶ້ນທະບຽນເປັນທາງການ ນໍາຂະແໜງ ຍທຂ ( ຕົວເລກໃນເດືອນພະຈິກ 2022 ).

ປັດຈຸບັນພວກເຮົາສໍາເລັດໃນການຕິດຕັ້ງສະຖານີສາກລົດໄຟຟ້າ ທີ່ບໍລິການລະບົບສາກໄວມີ 17 ແຫ່ງ ໃນຂອບເຂດທົ່ວປະເທດ, ພ້ອມນັ້ນຍັງມີການຂະຫຍາຍສະຖານີສາກເພີ່ມຂຶ້ນ ແລະ ມີແຜນໃນການສໍາຫຼວດກໍ່ສ້າງ ແລະ ຕິດຕັ້ງຕື່ມອີກ.