ຈາກຕົວເຕັງກາຍເປັນຕົວຈິງ ຍິນດີດ້ວຍ! Mister Universe Laos ຄົນທໍາອິດ ໜຸ່ມ ອາຊີ ເຮີ່

13

ຈາກໜຸ່ມຕົວແທນແຂວງທີ່ຢູ່ເໜືອສຸດຂອງປະເທດລາວ ຜົ້ງສາລີ ທີ່ໄດ້ພົກຄວາມໝັ້ນໃຈມາຢ່າງເຕັມຮ້ອຍ ໃນການປະກວດເວທີໃຫຍ່ທີ່ເປີດໂອກາດໃຫ້ກັບໜຸ່ມໆໄດ້ສະແດງຄວາມສາມາດຂອງຕົນ ເພື່ອຄອງຕໍາແໜ່ງອັນຊົງຄຸນຄ່າ ແລະ ກ້າວເຂົ້າສູ່ເວທີສາກົນ ໃນທີ່ສຸດໜຸ່ມຄົນນີ້ກໍເຮັດໄດ້ ຕ້ອງຂໍສະແດງຄວາມຍິນດີນໍາທີ່ສຸດ ສໍາລັບໜຸ່ມ ອາຊີ ເຮີ່ ໜຸ່ມລາວເຜົ່າມົ້ງ ຜູ້ຄວ້າຕໍາແໜ່ງ Mister Universe Laos 2023 ຄົນທໍາອິດຂອງປະເທດໄປຄອງ ຂອງການປະກວດຮອບສຸດທ້າຍໃນຄໍ່າຄືນຂອງວັນທີ 9 ກໍລະກົດນີ້.


ໃນທີ່ສຸດກໍເປັນໄປຕາມຄາດຖືກໃຈກອງເຊຍເປັນທີ່ສຸດ ເມື່ອໜຸ່ມອາຊີ ຜູ້ຄວ້າມົງກຸດບຸລຸດລາວລານຊ້າງ ແລະ ເສື້ອອັດສະວິນໄປຄອງຢ່າສົມກຽດ ແລະ ຍັງບໍ່ພໍຍັງຄວ້າໄດ້ຫຼາຍລາງວັນໄໄປຄອງນໍາອີກ ແລະ ມື້ນີ້ຈະພາມາຮູ້ຈັກຜູ້ຄອງຕຳແໜ່ງ Mister Universe Laos 2023 ໃໝ່ໆໝາດໆນີ້ໃຫ້ແຟນໆໄດ້ຮູ້ຈັກເລິກຂຶ້ນ ເຊິ່ງໜຸ່ມອາຊີ ເຮີ່ ປັດຈຸບັນອາຍຸ 22 ປີ, ສ່ວນສູງ 177 ຊັງຕີແມັດ ມາຈາກແຂວງບໍລິຄຳໄຊ ຕົວແທນນຳສະເໜີແຂວງຜົ້ງສາລີ, ຮຽນຈົບທີ່ ມສ ວຽງຄຳ ແລະ ເຄີຍສຶກສາຢູ່ ສສ ຫວຽດນາມ ສາຂາການຢາ ແລະ ປັດຈຸບັນແມ່ນບໍ່ທໍາມະດາເລີຍມີອາຊີບເປັນນັກທຸລະກິດນັ້ນເອງ ເຊິ່ງເປັນໜຸ່ມທີ່ມີຄວາມໂດດເດັ່ນເປັນຕົວເຕັງທີ່ໜ້າຕິດຕາມມາຕະຫຼອດ ມີຮອຍຍິ້ມທີ່ໜ້າຮັກມີສະເໜ່ສຸດໆ.

ອາຊີ ເປັນອີກໜຶ່ງໜຸ່ມທີ່ມີ ຄວາມມັກຮັກ ແລະ ຫຼົງໄຫຼໃນການເປັນນັກຮ້ອງ ໂດຍສະເພາະກໍແມ່ນສະຕາຍເພງ HipHop R&B ແລະ ຜ່ານມາກໍມີຜົນງານອອກມາກາລັນຕີໃນຄວາມສາມາດຂອງນ້ອງທີ່ຫຼາກຫຼາຍຜົນງານແລ້ວ ບໍ່ວ່າຈະເປັນເພງ ຖ້າເຈົ້າຢາກລອງ Rc ເຊິ່ງສາມາດໄປຟັງໄດ້ທາງ Rc Hmong Channel ໄດ້ເລີຍ.

ສໍາລັບເວທີ Mister Universe Laos 2023 ແມ່ນເປັນທີ່ທໍາອິດໃນຊີວິດການປະກວດຊາຍງາມຂອງອາຊີເລີຍ ແຕ່ຍ້ອນຄວາມມຸ່ງໝັ້ນ ແລະ ຕັ້ງໃຈເຕັມຮ້ອຍ ເຮັດໃຫ້ໜຸ່ມຄົນນີ້ຄວ້າຕໍາແໜ່ງໄປຄອງໄດ້ຢ່າງໜ້າພາກພູມໃຈ ແລະ ຈັ່ງໃດກໍຂໍຝາກແຟນໆຕິດຕາມຜົນງານການເຄື່ອນໄຫວຕ່າງໆຂອງໜຸ່ມຫຼໍ່ຄົນນີ້ຕໍ່ໄປດ້ວຍ ເຊື່ອແນ່ວ່າຈະມີສິ່ງທີ່ໜ້າຕິດຕາມໃຫ້ແຟນໆໄດ້ຮັບຊົມຢ່າງແນ່ນອນເລີຍ.

ສຸດທ້າຍນີ້, ທີມຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີ ອີກຄັ້ງກັບໜຸ່ມອາຊີ ໜຸ່ມລາວເຜົ່າມົ້ງຄົນນີ້ອີກຄັ້ງເດີ ແລະ ຂໍອວຍພອນໃຫ້ໜຸ່ມອາຊີ ປະສົບຜົນສໍາເລັດໃນເວທີສາກົນທີ່ຈະເປັນຕົວແທນຂອງປະເທດລາວຮ່ວມປະກວດໃນເວທີໃຫຍ່ ແລະ ນໍາໄຊຊະນະຄວາມພາກພູມໃຈມາຝາກມາຕ້ອນຊາວລາວເຮົາດ້ວຍ ຂ່າວເປັນເທີງ ແລະ ແຟນໆຊາວລາວເຮົາ ພ້ອມສະໜັບສະໜູນ ແລະ ເປັນກໍາລັງໃຈໃຫ້ສະເໝີ.
ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງໜຸ່ມຫຼໍ່ຄົນນີ້ໄດ້ ຜ່ານທາງເຟສບຸ໊ກສ່ວນຕົວ Rc Onepies.