ເປັນຫຍັງຕ້ອງກວດສຸຂະພາບປະຈໍາປີ

42

ຍ້ອນຮ່າງກາຍຖືກໃຊ້ງານເປັນເວລາດົນ ບວກກັບອາຍຸທີ່ເພີ່ມຂຶ້ນ ອະໄວຍະວະຕ່າງໆຈຶ່ງມີຄວາມເສື່ອມ ແລະ ຄວາມສ່ຽງທີ່ຈະເກີດພະຍາດຫຼາຍຢ່າງໄດ້ງ່າຍ, ການກວດສຸຂະພາບປະຈໍາປີ ເປັນການຄົ້ນຫາຄວາມສ່ຽງ ແລະ ຄວາມເສື່ອມຂອງຮ່າງກາຍໃນເບື້ອງຕົ້ນ ຖ້າຫາກພົບ ຄວາມຜິດປົກກະຕິກໍສາມາດປ້ອງກັນ, ກວດເພີ່ມ ແລະ ຮັກສາໄດ້ທັນທີ ເພາະວ່າຖ້າພົບໄວ, ປິ່ນປົວໄວກໍມີໂອກາດຫາຍດີໄວກວ່າ.

ເນື່ອງຈາກມົນລະພິດຫຼາຍຢ່າງໃນປັດຈຸບັນ ສົ່ງຜົນໃຫ້ສຸຂະພາບຂອງຄົນເຮົາໄດ້ຮັບຜົນກະທົບຈາກສານພິດຕ່າງໆ. ຫຼາຍຄົນເບິ່ງຂ້າມຄວາມສໍາຄັນຂອງການກວດສຸຂະພາບເພາະອາດຈະເຫັນວ່າຮ່າງກາຍປົກກະຕິດີ ບໍ່ມີອາການເຈັບປ່ວຍໃດໆ ແຕ່ການທີ່ຮ່າງກາຍບໍ່ສະແດງອາການໃດອອກມາໃຫ້ເຫັນ ບໍ່ໄດ້ໝາຍ ຄວາມວ່າສຸຂະພາບຂອງເຮົາຈະແຂງແຮງດີບໍ່ມີຄວາມເສື່ອມ ເພາະບາງພະຍາດທີ່ເກີດຂຶ້ນອາດບໍ່ສະແດງອາການອອກມາໃຫ້ເຫັນຊັດເຈນ ຖ້າບໍ່ກວດສຸຂະພາບລໍຖ້າຈົນສະແດງອາການໜັກໆຍາກທີ່ຈະປິ່ນປົວທັນ ການກວດສຸຂະພາບຈຶ່ງສໍາຄັນເພື່ອປ້ອງກັນ ແລະ ປິ່ນປົວໄດ້ທັນ.

ການກວດສຸຂະພາບປະຈໍາປີ ບໍ່ຈໍາເປັນຕ້ອງລໍຖ້າຈົນອາຍຸຫຼາຍ ເພາະສາມາດກວດໄດ້ຕັ້ງແຕ່ຍັງນ້ອຍ ເພາະແຕ່ລະໄວອາຍຸຈະມີໂປຣແກຣມ ກວດຢ່າງເໝາະສົມ ເຊັ່ນ:
– ສໍາລັບເດັກນ້ອຍ ກໍຈະກວນການຈະເລີນເຕີບໃຫບ່ແລະ ພັດທະນາການທຸກໆດ້ານວ່າເໝາະສົມກັບໄວ ຫຼື ມີຄວາມຜິດປົກກະຕິໃດບໍ່ ລວມທັງການໃຫ້ວັກຊີນປ້ອງກັນພະຍາດຕ່າງໆ.
– ເມື່ອກ້າວເຂົ້າສູ່ໄວໜຸ່ມ ຫຼື ໄວຈະເລີນພັນ ກໍຈະມີການກວດສະເພາະທາງເພີ່ມຂຶ້ນເຊັ່ນ: ພະຍາດທາງນິເວດສຸຂະພາບຫົວໃຈ ເມື່ອຮອດເວລາມີລູກ ຫຼື ມິຄອບຄົວກໍອາດຈະກວດເພື່ອກຽມຄວາມພ້ອມ ຫຼື ກວດເບິ່ງພະຍາດທາງພັນທຸກໍາຕ່າງໆ.
– ເມື່ອເຂົ້າສູ່ໄວອາຍຸສູງ ການກວດສຸຂະພາບກໍຈະເນັ້ນເລື່ອງຄວາມສ່ຽງຂອງຮ່າງກາຍລວມທັງການເສີມສ້າງຄວາມແຂງແຮງ ເພື່ອປ້ອງກັນການເກີດພະຍາດ ຫຼື ອະໄວຍະວະຕ່າງໆເສື່ອມສະພາບລົງ
[ ຂໍ້ມູນຈາກ: Paolo Hospital ]