2 ປີເຊກອງສາມາດມ້າງຄະດີຢາເສບຕິດໄດ້ຫຼາຍກວ່າ 100 ເລື່ອງ

11

ຕາມການລາຍງານຂອງ ທ່ານ ພັນເອກ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ລາຍງານ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນໄລຍະ 2 ປີຜ່ານມາ ກອງບັນຊາການ ປກສ ແຂວງເຊກອງ ແລະ ບັນດາເມືອງ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ, ແກ້ໄຂບັນຫາຢາເສບຕິດ ຕາມ 3 ບາດກ້າວ ແລະ ຢຶດໝັ້ນ 3 ຫລັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

อาจเป็นรูปภาพของ 1 คน และ ข้อความ

ເຮັດໃຫ້ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 115 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 117 ຄົນ, ຢຶດຂອງກາງຢາເສບຕິດໄດ້ 90.228 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 106 ໜ່ວຍ, ປືນແກັບ-ປືນດັດແປງ 4 ກະບອກ ແລະ ເງິນສົດຈໍານວນໜຶ່ງ.

ພ້ອມນີ້, ກໍໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ ແລະ ນິຕິກໍາອື່ນໆກ່ຽວຂ້ອງກັບຢາເສບຕິດຢູ່ 4 ເມືອງ, ສະຖານການສຶກສາ 115 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 8.597 ເທື່ອຄົນ; ກວດນໍ້າປັດສະວະຊອກຫາສານເສບຕິດ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ເສບຢາເສບຕິດ ແລະ ຜູ້ຄ້າ-ຂາຍຢາເສບຕິດມີທັງໝົດ 3.978 ຄົນ, ຍິງ 101 ຄົນ. ໃນນີ້ເປົ້າໝາຍຜູ້ຄ້າ-ຂາຍຢາເສບຕິດມີ 668 ຄົນ, ຍິງ 35 ຄົນ ແລະ ເປົ້າໝາຍຜູ້ເສບຢາເສບຕິດມີ 3.310 ຄົນ, ຍິງ 66 ຄົນ.

อาจเป็นรูปภาพของ 1 คน, ถั่วขาวในซอสมะเขือเทศ และ ข้อความ

ຕິດຕາມຄວາມຄືບໜ້າການປັບປຸງ-ສ້ອມແປງ ແລະ ກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວສັງຄົມໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຍູ້ແຮງຂະບວນການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ກົມກອງປອດຢາເສບຕິດ.

อาจเป็นรูปภาพของ 8 คน และ ลิงลม

ທ່ານ ພັນເອກ ຄໍາບານ ພົມມະນີວົງ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ກ່ອນອື່ນໝົດຕ້ອງປັບປຸງກົງຈັກການຈັດຕັ້ງອົງການສືບສວນ-ສອບສວນ, ປັບປຸງກໍາລັງ ປກສ ແຂວງແຕ່ລະຂັ້ນ, ສ້າງຄວາມໂປ່ງໃສຮອບດ້ານໃນການແກ້ໄຂບັນຫາຢາເສບຕິດ,

ສືບຕໍ່ກວດນໍ້າປັດສະວະຫາສານເສບຕິດ, ເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລະ ສຶກສາອົບຮົມຜູ້ເສບ-ຜູ້ຄ້າຂາຍຢາເສບຕິດ, ໂຄສະນາປະຊາສໍາພັນຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ, ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມຕໍ່ການແກ້ໄຂບັນຫາຢາເສບຕິດ ແລະ ສືບຕໍ່ແກ້ໄຂບັນຫາຢາເສບຕິດ, ດໍາເນີນຄະດີໃຫ້ຖືກຕ້ອງ ແລະ ຮັດກຸມ, ຜູ້ເຮັດຜິດຕ້ອງໄດ້ຮັບການຕັດສິນລົງໂທດຕາມລະບຽບກົດໝາຍ.

อาจเป็นรูปภาพของ 9 คน และ ไฟ

ໂດຍ: ຂ່າວເຊກອງ