ເຊກອງປະຊາຊົນສາມາດເຂົ້າເຖິງໄຟຟ້າໄດ້ເກືອບທົ່ວແຂວງແລ້ວ

62

ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາພະແນກພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດໄຟຟ້າລາວສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກບ່ອນທີ່ມີເງື່ອນໄຂ ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫຼັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫຼັງຄາເຮືອນ ກວມເອົາ 87,95% ຂອງຈຳນວນທັງໝົດ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความพูดว่า "NPE NPE"

ປັດຈຸບັນ ແຂວງເຊກອງ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 3 ແຫ່ງຄື: ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ເຂື່ອນໄຟຟ້າເຊກະໝານ 3 ແລະ ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ສາມາດຜະລິດພະລັງງານໄຟຟ້າໄດ້ 2.241,5 ກິໂລວັດໂມງ (KWh). ພ້ອມນີ້, ຍັງມີໂຄງການທີ່ດໍາເນີນການກໍ່ສ້າງ ແລະ ໃກ້ຈະສໍາເລັດຄື: ເຂື່ອນໄຟຟ້ານໍ້າອີມູນ ມີກໍາລັງຕິດຕັ້ງ 133 ເມກາວັດ, ເຂື່ອນໄຟຟ້າຫ້ວຍລະແງ ມີກໍາລັງຕິດຕັ້ງ 60 ເມກາວັດ ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ ມີກໍາລັງຕິດຕັ້ງ 600 ເມກາວັດ.

อาจเป็นรูปภาพของ 6 คน

ມີຕາຂ່າຍໄຟຟ້າຄວາມຍາວທັງໝົດ 1.407,69 ກິໂລແມັດ/ວົງຈອນ ໃນນີ້ຕາຂ່າຍ 22 Kv ຄວາມຍາວ 948,39 ກິໂລແມັດ/ວົງຈອນ, ຕາຂ່າຍ 12,7 Kv ຄວາມຍາວ 29,89 ກິໂລແມັດ/ວົງຈອນ, ຕາຂ່າຍ 0,23 Kv ຄວາມຍາວ 1,65 ກິໂລແມັດ/ວົງຈອນ ແລະ ລະບົບຕາຂ່າຍ 0,4 Kv ຄວາມຍາວ 427,76 ກິໂລແມັດ/ວົງຈອນ.

อาจเป็นรูปภาพของ 2 คน และ ผู้คนกำลังปีนผา

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າແຂວງ ກໍຄືຂະແໜງການກ່ຽວຂ້ອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ, ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ໄດ້ຜ່ານຂັ້ນຕອນການສຳຫຼວດ ແລະ ກໍາລັງກໍ່ສ້າງໃຫ້ສໍາເລັດ ເພື່ອຜະລິດ ແລະ ຈໍາໜ່າຍກະແສໄຟຟ້າຕາມແຜນທີ່ກໍານົດໄວ້.

ໂດຍ: ຂ່າວເຊກອງ