ການປັບປຸງກໍ່ສ້າງທາງ ແລະ ການບໍລິການຢູ່ດ່ານນາເພົ້າ ຄາດຈະສຳເລັດໃນເດືອນທັນວານີ້

95

ວັນທີ 29 ພະຈິກ 2023 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມການປັບປຸງ, ກໍ່ສ້າງເສັ້ນທາງຢູ່ດ່ານສາກົນນາເພົ້າ ເມືອງບົວລະພາ ແລະ ຈຸດຊີງຊັ່ງເພື່ອກວດການໍ້າໜັກລົດບັນທຸກຂົນສົ່ງສິນຄ້າເຂົ້າ-ອອກດ່ານ ລວມເຖິງພື້ນຖານໂຄງລ່າງ, ລະບົບການບໍລິຫານ, ການບໍລິການພາຍໃນດ່ານນາເພົ້າ.

May be an image of 7 people

ສຳລັບການປັບປຸງກໍ່ສ້າງເສັ້ນທາງ ຫຼື ເສັ້ນທາງເລກທີ 12 ແຕ່ບ້ານຫຼັງຄັງ ຂຶ້ນໄປຫາດ່ານນາເພົ້າເຊິ່ງມີຄວາມຍາວທັງໝົດ 18 ກິໂລແມັດ ໂດຍແມ່ນບໍລິສັດເກດສຸວັນ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງເປັນເຂດພູສູງຊັນຄົດລ້ຽວ ແລະ ມີການເປ່ເພຫຼາຍໃນເມື່ອກ່ອນ ເຮັດໃຫ້ການສັນຈອນ ໄປ-ມາ ແລະ ການຂົນສົ່ງສິນຄ້າ ເຂົ້າ-ອອກ ຜ່ານດ່ານສາກົນ ນາເພົ້າ ແຂວງຄຳມ່ວນ ສປປ ລາວ ເຊື່ອມຕໍ່ກັບ ດ່ານຈາຫຼໍ ແຂວງກວາງບິ່ງ ສສ ຫວຽດນາມ ມີຄວາມຫຍຸ້ງຍາກ ແລະ ຊັກຊ້າ ເຊິ່ງມາຮອດປະຈຸບັນແມ່ນໄດ້ຮັບການປັບປຸງກໍ່ສ້າງ ເປັນເສັ້ນທາງປູຢາງ 2 ຊັ້ນ ເກືອບຈະສຳເລັດ ແລະ ຄາດວ່າການກໍ່ສ້າງຈະສຳເລັດພາຍໃນກາງເດືອນທັນວາ 2023 ນີ້.

May be an image of road

ໂອກາດນີ້ທ່ານເຈົ້າແຂວງພ້ອມດ້ວຍຄະນະກໍ່ໄດ້ເຂົ້າຮັບຟັງການລາຍງານຈາກຄະນະຄຸ້ມຄອງດ່ານ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການບໍລິການ, ການບໍລິການຢູ່ພາຍໃນດ່ານນາເພົ້າ ເປັນຕົ້ນ ບັນຫາໄຟຟ້າບໍ່ປົກກະຕິ ເຮັດໃຫ້ການບໍລິການບໍ່ມີຄວາມສະດວກ, ອາຄານດ່ານມີການເປ່ເພຊຸດໂຊມ, ການກໍ່ສ້າງຫໍພັກຂອງພະນັກງານຍັງບໍ່ທັນສຳເລັດ ລວມເຖິງລະບົບນໍ້າສະອາດ ແລະ ການປັບປຸງພື້ນຖານໂຄງລ່າງອື່ນໆ.

May be an image of 6 people, suit, newsroom and text
ໂອກາດນີ້ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ມີຄຳເຫັນຊີ້ນຳມາຍັງຄະນະຄຸ້ມຄອງດ່ານ ແລະ ພະນັກງານທີ່ປະຈຳຢູ່ດ່ານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ຖືກຕ້ອງຕາມລະບຽບການ, ສືບຕໍ່ຍົກລະດັບການບໍລິຫານ, ການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ເປັນໜ້າເພິ່ງພໍໃຈຂອງຜູ້ມາໃຊ້ບໍລິການ, ພ້ອມກັນກດວກາ ແລະ ແກ້ໄຂບັນຫາທີ່ເປັນສິ່ງອຸດຕັນ ຄວາມບໍ່ໂລ່ງລ່ຽນໃນການປະຕິບັດວຽກງານ ລວມເຖິງການປັບປຸງລະບົບຊີງຊັ່ງນໍ້າໜັກໃຫ້ທັນສະໄໝ, ມີຄວາມສະດວກ ສາມາດຕິດຕາມ, ກວດກາໄດ້ງ່າຍ ແລະ ການປັບປຸງ, ບູລະນະ, ປະດັບປະດາ, ຮັກສາຄວາມສະອາດໃນບໍລິເວນດ່ານໃຫ້ມີຄວາມສວຍງາມ ເພື່ອຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ.

May be an image of 8 people and road