ເຊັນສັນຍາສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າໜອງປາເຊື່ອມ

222

ບໍລິສັດເອກະຊົນລາວໄດ້ເຊັນສັນຍາສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າໜອງປາເຊື່ອມ ຢູ່ ເຂດ ບ້ານນາຂ້າງຊ້າງ, ບ້ານຖໍ້າ ແລະ ບ້ານທ່າແຄ ເມືອງທ່າແຂກ ແຂວງ ຄຳມ່ວນ  ພິທີໄດ້ຈັດຂຶ້ນໃນວັນທີ 1 ກຸມພາ ນີ້ ຢູ່ແຂວງຄໍາມ່ວນ ໃນນັ້ນເຊັນຕາງໜ້າອົງການປົກຄອງແຂວງຄໍາມ່ວນ ໂດຍ ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຝ່າຍບໍລິສັດເຊັນໂດຍ ທ່ານ ເຂັມເພັດ ແກ້ວເພຍຈັນ ປະທານ ບໍລີສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ຮ່ວມເຊັນເປັນພະຍານໂດຍມີຕາງໜ້າອົງການປົກຄອງ ເມືອງທ່າແຂກ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ພ້ອມດ້ວຍ ຝ່າຍບໍລິສັດ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ບັນດາທ່ານການນໍາຂອງແຂວງ, ອະດີດການນໍາແຂວງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

อาจเป็นรูปภาพของ 15 คน, แท่นบรรยาย และ ข้อความ
ບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ມີສຳນັກງານຕັ້ງຢູ່ບ້ານວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໄດ້ຮັບການອະນຸຍາດຈາກອົງການປົກຄອງແຂວງຄຳມ່ວນ ສຳປະທານ ໂຄງການພັດທະນາແຫຼ່ງທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າໜອງປາເຊືອມ ແບບອະນຸລັກທໍາມະຊາດ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ ໃນເນື້ອທີ່ເຂດພັດທະນາໂຄງການຈໍານວນ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ, ມີໄລຍະການສຳປະທານ 50 ປີ ແລະ ສາມາດຕໍ່ອາຍຸສັນຍາໄດ້ຕາມລະບຽບກົດໝາຍຂອງ ສປປ ລາວ.

 

ສໍາລັບຄ່າສໍາປະທານ ແມ່ນປະຕິບັດຕາມລັດຖະບັນຢັດຂອງປະທານປະເທດ ໃນອັດຕາ 300 ໂດລາຕໍ່ເຮັກຕາຕໍ່ປີ ແລະ ເສຍຄ່າບູລະນະເຂດອະນຸລັກໄວ້ເພື່ອການທ່ອງທ່ຽວຈໍານວນ 404 ເຮັກຕາ ຕາມກົດໝາຍສົ່ງເສີມການລົງທຶນ ຊຶ່ງ ບາດກ້າວດໍາເນີນໂຄງການໃນເບື້ອງຕົ້ນທາງບໍລິສັດໄດ້ຈັດແບ່ງເປັນໄລຍະຕົວຈິງຄື: ປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ດໍາເນີນກິດຈະການອື່ນໆ ທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າໜອງປາເຊືອມ ແບບອະນຸລັກທໍາມະຊາດ ດ້ວຍມູນຄ່າການລົງທຶນ 3 ລ້ານໂດລາ, ໂດຍແມ່ນການລົງທຶນພາຍໃນ 100%.

อาจเป็นรูปภาพของ 8 คน, แท่นบรรยาย และ ข้อความ
ພາຍຫຼັງໂຄງການດັ່ງກ່າວ ສຳເລັດ ຈະກາຍເປັນແຫຼ່ງດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ, ທັງເປັນການສ້າງແຫຼ່ງລາຍຮັບໃຫ້ແກ່ ບໍລິສັດກໍຄືເຈົ້າຂອງໂຄງການໄດ້ປະກອບສ່ວນເສຍພັນທະໃຫ້ແກ່ພາກລັດ ແລະ ເປັນທ່າແຮງ ດ້ານການທ່ອງທ່ຽວໃຫ້ແກ່ແຂວງຄໍາມ່ວນ ເຮັດໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຄງການໄດ້ມີວຽກເຮັດງານທໍາ – ມີອາຊີບ ທີ່ແນ່ນອນ ສ້າງຊີວິດການເປັນຢູ່ ໃຫ້ດີຂຶ້ນເທື່ອລະກ້າວ, ນອກນັ້ນແຫຼ່ງທ່ອງທ່ຽວແຫ່ງນີ້ ຍັງເປັນແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທຳມະຊາດສວຍສົດງົດງາມນັບທັງ ສັດປ່າ, ສັດນໍ້າທຸກຊະນິດ.

ຂ່າວ-ພາບ: ມະນີວັນ