ສອງບໍລິສັດລາວ-ຫວຽດນາມ ເຊັນສັນຍາສົ່ງເສີມຊາວກະສີກອນໃນລາວໃຫ້ປູກພືດ ພ້ອມເກັບຊື້

130

ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2023 ທີ່ຜ່ານມາ, ຢູ່ທີ່ເຂດເສດ ຖະກິດພິເສດບາຮ່າງ ແຂວງຮາຍເຢືອງ ສສ ຫວຽດນາມ, ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເພື່ອສົ່ງເສີມຊາວກະສີກອນໃນລາວໃຫ້ປູກພືດ ແລະ ເກັບຊື້ຄືນຜົນຜະລິດຈາກການປູກພືດກະສີກຳ ທີ່ແຂວງຜົ້ງສາລີ ແລະ ອຸດົມໄຊ ລະຫ່ວາງ ບໍລິສັດຫຸ້ນສ່ວນດ້ານໂພຊະນາການສາກົນ CNC ຂອງ ສສ ຫວຽດນາມ ກັບ ບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ສປປ ລາວ.

อาจเป็นรูปภาพของ 8 คน และ ข้อความ

ຮ່ວມລົງນາມໃນຄັ້ງນີ້ໂດຍທ່ານ ຫງວຽນ ວັນ ຟອງ ອຳນວຍ ການໃຫຍ່ ບໍລິສັດຫຸ້ນສ່ວນດ້ານໂພຊະນາການສາກົນ CNC,  ທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສໍາລັບການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ທາງບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ຈະລົງທຶນສົ່ງເສີມໃຫ້ຊາວກະສິກອນທີ່ແຂວງຜົ້ງສາລີ ແລະ ອຸດົມໄຊ ສປປ ລາວ ປູກສາລີ ແລະ ມັນຕົ້ນ ໂດຍການສະໜອງແນວພັນ, ປຸຍ, ຢາຂ້າຫຍ້າ ແລະ ອື່ນໆ ທີ່ຮັບໃຊ້ໃນການຜະລິດຕາມປະລິມານທີ່ຝ່າຍ ບໍລິສັດຫວຽດນາມ ໄດ້ສະເໜີຄວາມຕ້ອງການແລ້ວເປັນຜູ້ເກັບຊື້ຜົນຜະລິດຄືນພ້ອມແປຮູບໃຫ້ໄດ້ມາດຕະຖານຕາມທີ່ຝ່າຍ ບໍລິສັດຫວຽດນາມ ໄດ້ກຳໜົດສາລີ ແລະ ມັນຕົ້ນຕ້ອງໄດ້ອົບແຫ້ງໃຫ້ໄດ້ມາດຕະຖານແລ້ວຂາຍໃຫ້ຝ່າຍ ບໍລິສັດຫວຽດນາມ ພຽງຜູ້ດຽວ.

อาจเป็นรูปภาพของ 10 คน และ ข้อความ

ໂດຍບໍລິສັດຝ່າຍຫວຽດນາມໄດ້ກຳໜົດຄວາມຕ້ອງການປະລິມານສາລີອົບແຫ້ງຂັ້ນຕ່ຳ 10.000-15.000 ໂຕນຕໍ່ເດືອນ ບໍລິສັດຝ່າຍຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າລາຄາເກັບຊື້ເປັນໄປຕາມລາຄາທ້ອງຕະຫຼາດ ແລະ ບໍ່ຕໍ່າກວ່າບັນດາບໍລິສັດ ຫຼື ເອກະຊົນອື່ນໆທີ່ກຳລັງເກັບຊື້ໃນທ້ອງຖິ່ນດຽວກັນ ພ້ອມທັງຊຳລະໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມເວລາການນັດໝາຍຂອງສອງຝ່າຍ. ໂດຍບົດບັນທຶກຄວາມເຂົ້າໃຈສະບັບນີ້ມີກຳນົດ 24 ເດືອນນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ຖ້າທັງສອງຝ່າຍໄດ້ສຶກສາຮ່ວມກັນແລ້ວມີຄວາມເປັນໄປໄດ້ຈະສ້າງສັນຍາດຳເນີນທຸລະກິດຮ່ວມກັນໃນອະນາຄົດ.

อาจเป็นรูปภาพของ 8 คน และ ข้อความ

ຈຸດປະສົງການຮ່ວມມືຄັ້ງນີ້ເພື່ອສົ່ງເສີມໃຫ້ຄວາມຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນສູງຂຶ້ນເວົ້າລວມ ເວົ້າສະເພາະການຮ່ວມມືຂອງສອງບໍລິສັດ ລາວ – ຫວຽດນາມ ໄດ້ແລກປ່ຽນບົດຮຽນຮ່ວມກັນ ແລະ ດຳເນີນທຸລະກິດຮ່ວມກັນໃຫ້ນັບມືກວ້າງຂວາງດີຂຶ້ນ.

ໂດຍສະເພາະການສົ່ງເສີມການຜະລິດກະສິກຳຢູ່ໃນ ສປປ ລາວ ຂອງແຂວງຜົ້ງສາລີ ແລະ ອຸດົມໄຊ ໃຫ້ມີວຽກເຮັດງານທຳ ໂດຍການສົ່ງເສີມໃຫ້ປະຊາຊົນມີການປູກສາລີ ແລະ ມັນຕົ້ນ ພ້ອມທັງແປຮູບເປັນສິນຄ້າສົ່ງອອກຕ່າງປະເທດໄດ້.

อาจเป็นรูปภาพของ 5 คน

ໂດຍ: Media Laos