ທີມຊາດຍິງລາວ ຢູ 19 ຖະຫຼົ່ມ ຕີມໍ ນັດສົ່ງທ້າຍບານເຕະຊີງແຊັມອາຊຽນ 2023

69

ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີລົງສະໜາມນັດສົ່ງທ້າຍຖະຫຼົ່ມ ທີມບານເຕະຍິງ ຕີມໍ ໄປຂາດລອຍ 5-0 ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ຮຸ່ນອາຍຸບໍ່ເກີນ 19 ປີ ເມື່ອວັນທີ 9 ກໍລະກົດ 2023 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ກ່ອນຈະຕົກຮອບໄປ ເພາະບໍ່ພຽງພໍທີ່ຈະໄປຕໍ່ໄດ້.

ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມຈາກ 3 ກຸ່ມ ຜ່ານເຂົ້າຮອບ ແລະ ອີກ 1 ສິດເປັນທີມອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ ໂດຍທີມຊາດລາວຢູ່ກຸ່ມ A ຮ່ວມກັບ ອິນໂດເນເຊຍ, ກໍາປູເຈຍ ແລະ ຕີມໍ ເລສເຕ.

ປາກົດວ່າ: ທີມຊາດຍິງລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ກໍາປູເຈຍ 1-2 ແລະ ນັດທີ 2 ເສຍໃຫ້ ອິນໂດເນເຊຍ 1-4 ກ່ອນທີ່ນັດທີ 3 ລົງສະໜາມພັບກັບ ຕີມໍ ເລສເຕ ເມື່ອວັນທີ 9 ກໍລະກົດ 2023 ເຊິ່ງທີມຊາດລາວ ລະເບີດຟອມເກັ່ງຖະຫຼົ່ມ ຕີມໍ ໄປຂາດລອຍ 5-0 ຈາກການຍິງຂອງ ດາຫລິງ ມະນີວັນ ນາທີ 11, ສິນລະຄອນ ບຸນນາລີ ນາທີ 21′, ໃຈຄຳ ໄຊຍະປະເສີດ ນາທີ 31′ ກັບ 89′ ແລະ ແກ້ມມີ ອຸດົມສຸກ ນາທີ 66′.

ເຮັດໃຫ້ ທີມຊາດຍິງລາວ ເກັບ 3 ຄະແນນສົ່ງທ້າຍໃນກຸ່ມ A ກອດຄໍ ຕີມໍ ທີ່ບໍ່ມີຈັກຄະແນນຕົກຮອບໄປ, ສ່ວນ ເຈົ້າພາບ ອິນໂດເນເຊຍ ເກັບເພີ່ມເປັນ 9 ຄະແນນຈາກໄຊຊະນະ 3 ນັດລວດ ຜ່ານເຂົ້າຮອບ 4 ທີມສຸດທ້າຍເປັນທີມທໍາອິດ ໃນຖານະແຊັມກຸ່ມ A, ຂະນະທີ່ ກໍາປູເຈຍ ມີ 6 ຄະແນນຈາກ 3 ນັດ ຍັງຕ້ອງລຸ້ນເປັນທີມອັນດັບ 2 ທີ່ດີທີ່ສຸດກັບ ທີມອັນດັບ 2 ກຸ່ມ B ແລະ C ທີ່ລົງແຂ່ງຂັນນັດສຸດທ້າຍ ( 10 ກໍລະກົດ 2023 ).
ຂ່າວ: Larh Creators; ຮູບຈາກ: ສຕລ