5 ຂັ້ນຕອນບໍລິຫານບຸກຄະລາກອນ ໃຫ້ມີປະສິດທິພາບ

69

ໃນຊີວິດການເຮັດວຽກ ຖ້າຫາກວັນໜຶ່ງເຈົ້າມີໂອກາດໄດ້ກ້າວຂຶ້ນໄປເປັນຜູ້ບໍລິຫານ ຫຼື ຫົວໜ້າ ທັກສະສໍາຄັນທີ່ຄວນມີນອກເໜືອໄປຈາກການເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດແລ້ວ ນັ້ນຄືການບໍລິຫານຄົນ ເພາະເຮົາມີລູກນ້ອງທີ່ຕ້ອງເບິ່ງແຍງ, ຮັບຜິດຊອບຢູ່ ເພື່ອໃຫ້ລະບົບການເຮັດວຽກຂອງບໍລິສັດເປັນໄປຢ່າງໄຫຼລື່ນ.

ແຕ່ເນື່ອງຈາກຄວາມແຕກຕ່າງຂອງຕົວບຸກຄົນ ບາງຄັ້ງຈຶ່ງພົບວ່າມັນເປັນເລື່ອງທີ່ບໍ່ງ່າຍ. ຢ່າງໃດກໍຕາມ, ວັນນີ້ພວກເຮົາໄດ້ນໍາເອົາເຄັດລັບການບໍລິຫານບຸກຄະລາກອນ ຫຼື ບໍລິຫານຄົນໃຫ້ໄດ້ຜົນມາແນະນໍາກັນດັ່ງນີ້:

1. ສື່ສານກັນໃຫ້ຊັດເຈນ
ການສື່ສານນັບເປັນເລື່ອງທີ່ມີຄວາມສໍາຄັນຫຼາຍທີ່ສຸດເລື່ອງໜຶ່ງເລີຍ ໃນການບໍລິການຄົນ ເພາະຫຼາຍຄັ້ງທີ່ຫົວໜ້າ ແລະ ລູກນ້ອງສື່ສານກັນບໍ່ເຂົ້າໃຈ ສົ່ງຜົນໃຫ້ເຮັດວຽກຜິດພາດ ຫຼື ຊໍ້າຊ້ອນ ໂດຍບໍ່ຈໍາເປັນ ຈົນຕ້ອງເສຍເວລາມານັ່ງແກ້ໄຂກັນໃນພາຍຫຼັງ.


2. ຢ່າເຈົ້າກີ້ເຈົ້າການຫຼາຍເກີນໄປ
ບໍ່ຕ້ອງເຮັດໜ້າທີ່ເໝືອນເປັນຜູ້ຄຸມທີ່ຄອຍສັ່ງຄົນນັ້ນຄົນນີ້ໃຫ້ເຮັດຢ່າງທີ່ໃຈຕົວເອງຕ້ອງການ. ແຕ່ໃຫ້ມອບໝາຍ ແລະ ຄອຍເບິ່ງແຍງແບບຫ່າງໆກໍພໍ ເພາະການໄປຈໍ້າຈີ້ຫຼາຍເກີນໄປ ອາດເຮັດໃຫ້ພະນັກງານເກີດ ຄວາມຕຶງຄຽດ, ກົດດັນ ແລະ ຮູ້ສຶກອຶດອັດ ເມື່ອຕ້ອງມາເຮັດວຽກ ໃຫ້ປ່ອຍພະນັກງານ ໄດ້ເຮັດຕາມໜ້າທີ່ທີ່ຖືກມອບໝາຍຈະດີກວ່າ.

3. ຮັບຟັງຄວາມເຫັນຂອງພະນັກງານ
ເມື່ອໃດກໍຕາມທີ່ພະນັກງານຂອງເຈົ້າຢາກສະແດງ ຄວາມຄິດເຫັນ ຫຼື ເຂົ້າມາຂໍຄໍາປຶກສາ ຈົ່ງເປີດໃຈຮັບຝັງ ລວມທັງເປີດໂອກາດໃຫ້ເຂົາໄດ້ສົນທະນາກັນຢ່າງເຕັມທີ່ ຢ່າເຮັດເປັນບໍ່ສົນໃຈ, ເມີນເສີຍ ຫຼື ມອງວ່າມັນເປັນເລື່ອງນ້ອຍໆ ເພາະຢ່າງໃດກໍແລ້ວລາວກໍເປັນຄົນຂອງເຈົ້າ, ຜູ້ເຊິ່ງຄອຍຊ່ວຍເຫຼືອ ແລະ ເຮັດໃຫ້ງານເດີນໜ້າຕໍ່ໄປໄດ້. ສະນັ້ນໃຫ້ຮັບຟັງລາວເໝືອນທີ່ລາວຕອບຮັບຟັງເຈົ້າສະ ເໝີ.

4. ກ່າວຍ້ອງຍໍ
ທຸກໆຄັ້ງທີ່ພະນັກງານຂອງເຈົ້າສ້າງຜົນງານອອກມາດີ ໃຫ້ກ່າວຍ້ອງຍໍຊົມເຊີຍ ເພື່ອສ້າງກໍາລັງໃຈໃນການເຮັດວຽກໃຫ້ກັບລາວ ແລະ ທີ່ສໍາຄັນຍັງເຮັດໃຫ້ພະນັກງານຮູ້ສຶກວ່າ ທີ່ທຸ່ມເທທັງກາຍ ແລະ ໃຈໄປກັບງານນັ້ນບໍ່ເສຍໄປລ້າໆ ເພາະຢ່າງໜ້ອຍຫົວໜ້າກໍເຫັນຄວາມສໍາຄັນໃນຕົວຂອງລາວຢູ່.

5. ຢ່າດ່ວນຕັດສິນ
ໃນບາງຄັ້ງທີ່ພະນັກງານຂອງເຈົ້າເກີດເຮັດໃນສິ່ງທີ່ນອກເໜືອ ຫຼື ແຕກຕ່າງຈາກທີ່ມອບໝາຍໄປ ຢ່າຟ້າວຕັດສິນວ່າລາວບໍ່ຟັງຄໍາສັ່ງ ໃຫ້ລອງຖາມເຫດຜົນກ່ອນວ່າເປັນຫຍັງຈຶ່ງເຮັດແບບນັ້ນ ແລ້ວລອງພິຈາລະນາໃນມູມກັບກັນ ຖ້າຫາກຕົວເຈົ້າຕົກຢູ່ໃນສະຖານະການດຽວກັບລາວ ເຈົ້າຈະເຮັດແນວໃດ ບາງເທື່ອກໍອາດເໝືອນກັນກໍໄດ້. ຫາກຜົນການເຮັດວຽກຂອງພະນັກງານບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຍັງຫຼາຍ ກໍຢ່າຖືເປັນເລື່ອງໃຫຍ່ ແລະ ສະແດງຄວາມເຫັນໃຈ ເພື່ອໃຫ້ລາວມີກໍາລັງໃຈຈະເຮັດວຽກອັນນັ້ນຕໍ່ໄປໃຫ້ດີຂຶ້ນ.
[ ຈາກ: men.kapook.com ]