ເຄິ່ງປີດ່ານສາກົນຂົວມິດຕະພາບ3 ເກັບລາຍຮັບໄດ້ພຽງ 46%

63

ຕາມການສຳພາດ ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ      ໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 6 ກໍລະກົດ 2023 ທີ່ຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບໃນໄລຍະ 6 ເດືອນຕົ້ນປີ 2023 ວ່າ: ຕາມແຜນການທີ່ໄດ້ຮັບມອບໝາຍ ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຈໍານວນທັງໝົດ 602  ຕື້ກວ່າກີບ.

อาจเป็นรูปภาพของ 1 คน และ ข้อความ

ໂດຍຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07 % ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99%, ລາຍຮັບສ່ວນຫຼາຍແມ່ນໄດ້ມາຈາກການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ເຊິ່ງມີອັດຕາການເພີ່ມຂຶ້ນ 40%, ປະເພດສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບຈາກຄ່າທໍານຽມຕ່າງໆ (ຄັງແຮ) ເພີ່ມຂຶ້ນ 452,65 % .

อาจเป็นรูปภาพของ โรงกลั่นน้ำมัน

ໂດຍພື້ນຖານແລ້ວ ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດ ແມ່ນຍ້ອນມີນິຕິກໍາ, ກົດໝາຍ ຈາກສາຍຕັ້ງ ກະຊວງການເງິນ, ກົມພາສີ ເປັນບ່ອນອີງທີ່ໜັກແໜ້ນ, ອີກດ້ານໜຶ່ງກໍ່ຍ້ອນມີການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາທີ່ກ່ຽວຂ້ອງໃນການແກ້ໄຂວຽກງານໃຫ້ມີຄວາມສໍາເລັດທັນກັບເວລາ, ມີພື້ນຖານໂຄງລ່າງສະຖານທີ່ເຮັດວຽກທີ່ເໝາະສົມ ແລະ ມີເຄື່ອງມືທັນສະໄໝເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ.

อาจเป็นรูปภาพของ ข้อความ

ສ່ວນດ້ານຂໍ້ຫຍຸ້ງຍາກສ່ວນຫຼາຍແມ່ນ ໃນເວລາມີຄວາມຂັດຂ້ອງດ້ານກະແສໄຟຟ້າ ( ໄຟຟ້າດັບ ) ເຊິ່ງເຮັດໃຫ້ລະບົບການເຮັດວຽກເຄື່ອງມືບໍ່ສາມາດຕອບສະໜອງໃນການປ້ອນຂໍ້ມູນຕ່າງໆ, ລວມເຖິງລະບົບສັນຍານທາງອິນເຕີເນັດ ກໍ່ມີຄວາມຂັດຂ້ອງ ທີ່ສ້າງຄວາມຫຍຸ້ງຍາກໃຫ້ການບໍລິການຊັກຊ້າ.

อาจเป็นรูปภาพของ วัด และ ข้อความ

ທ່ານຍັງກ່າວຕື່ມວ່າ: ເພື່ອຕ້ານການຮົ່ວໄຫຼ ທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ແລະ ການປະຕິບັດບັດວາລະແຫ່ງຊາດ

ດ່ານຂົວມິດຕະພາບ 3 ແມ່ນຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີ ຕາມກົດໝາຍ ແລະ ນິຕິກໍາກໍານົດໄວ້ໃຫ້ຄົບຖ້ວນ ແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫຼ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍເຫລືອອໍານວຍຄວາມສະດວກໃຫ້ຜູ້ປະກອບການທີ່ມາໃຊ້ບໍລິການດ່ານໃຫ້ຫຼາຍຂຶ້ນ, ສ້າງຖານຂໍ້ມູນ, ແຫລ່ງຂ່າວລັກລອບ ຫຼື ລະເມີດກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.

ໂດຍ: ຂ່າວສານຄຳມ່ວນ