ຄ້າຍລົດໃຫຍ່ຈີນ SAIC Motor ເລັ່ງສ້າງໂຮງງານໃໝ່ໃນເອີຣົບ

33

ສຳນັກຂ່າວຊິນຫົວ ລາຍງານວ່າ: ເມື່ອວັນທີ 4 ກໍລະກົດ ຜ່ານມາ SAIC Motor ຜູ້ຜະລິດລົດລາຍໃຫຍ່ຂອງຈີນ ໄດ້ເປີດເຜີຍແຜນການກໍ່ສ້າງໂຮງງານແຫ່ງໃໝ່ໃນເອີຣົບ.

ທ່ານ ຫວື໋ ເຕີ ຜູ້ຊ່ວຍປະທານ ທັງເປັນກຳມະການຜູ້ຈັດການຝ່າຍທຸລະກິດລະຫວ່າງປະເທດຂອງ SAIC Motor ກ່າວວ່າ: ຍອດຈໍາໜ່າຍຂອງບໍລິສັດໃນຕະຫຼາດເອີຣົບ ເມື່ອປີກ່ອນສູງເກີນ 100.000 ຄັນ ແລະ ການຕັ້ງໂຮງງານເພື່ອການຜະລິດໃນທ້ອງຖິ່ນນັ້ນ ໄດ້ກາຍເປັນພາລະກິດຫຼັກ, ຂະນະທີ່ປະລິມານການສົ່ງອອກ ກໍເພີ່ມຂຶ້ນ.

SAIC Motor ມີຖານການຜະລິດຕັ້ງຢູ່ທີ່ຊຽງໄຮ້ ທາງຕາເວັນອອກຂອງຈີນ ສ້າງຍອດຈໍາໜ່າຍໃນຕ່າງປະເທດ ຊ່ວຍໃຫ້ 6 ເດືອນທຳອິດຂອງປີນີ້ເພີ່ມຂຶ້ນ 530.000 ຄັນ ເພີ່ມຂຶ້ນ 40% ເມື່ອທຽບປີຕໍ່ປີ ໂດຍຍອດຈໍາໜ່າຍໃນຕ່າງປະເທດສູງກວ່າປີກ່ອນເຖິງ 1,01 ລ້ານຄັນ ແລະ ຄາດວ່າຈະສູງເກີນ 1,2 ລ້ານຄັນໃນປີນີ້.

ທ່ານ ຫວື໋ ເຕີ ຍັງກ່າວວ່າ: ຕະຫຼາດເອີຣົບ ຈະກາຍເປັນຕະຫຼາດລະດັບພູມມີພາກໃນຕ່າງປະເທດແຫ່ງທໍາອິດຂອງ SAIC Motor ທີ່ມີຍອດຈໍາໜ່າຍສູງເກີນ 200.000 ຄັນ.