ເສດຖະກິດ ຣັດເຊຍ ຄ່ອງຕົວດີກວ່າຄາດການຂອງ IMF

49

ເວັບໄຊສຳນັກຂ່າວ BMews.vn ລາຍງານວ່າ: ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ໄດ້ໃຫ້ຮູ້ວ່າ ເສດຖະກິດຂອງ ຣັດເຊຍ ມີສະພາບຄ່ອງຕົວດີກວ່າທີ່ມີການຄາດການໄວ້ ຫຼັງຈາກທີ່ ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ໄດ້ລາຍງານການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ແລະ ອັດຕາເງິນເຟີ້ທີ່ເປັນບວກຢ່າງໜ້າປະທັບໃຈ.

ນາຍົກລັດຖະມົນຕີ ຣັດເຊຍ ກ່າວໃນກອງປະຊຸມທີ່ ເຄຣມລິນ ກັບທ່ານ ປູຕິນ ວ່າ: ການເຕີບໂຕຂອງ GDP ຣັດເຊຍ ອາດເກີນຄາດຢູ່ທີ່ປະມານ 2% ໃນປີນີ້ ແລະ ອັດຕາເງິນເຟີ້ຂອງລາຄາຜູ້ບໍລິໂພກ ອາດບໍ່ສູງເກີນ 5% ຕໍ່ປີ. ຂະນະດຽວກັນ, ກອງທຶນການເງິນລະຫວ່າງປະເທດ ( IMF ) ຄາດການວ່າເສດຖະກິດ ຣັດເຊຍ ຈະເຕີບໂຕ 0,7% ໃນປີນີ້.

ນັກວິເຄາະທີ່ເຂົ້າຮ່ວມການສຳຫຼວດກັບສຳນັກຂ່າວຣອຍເຕີ ຂອງອັງກິດ ຄາດວ່າການເຕີບໂຕຂອງ GDP ຣັດເຊຍ ຈະຢູ່ທີ່ 1,2% ແລະ ອັດຕາເງິນເຟີ້ 5,7% ໃນປີນີ້.

ພື້ນຖານເສດຖະກິດຂອງຣັດເຊຍ ຫຼຸດລົງ 2,1% ໃນປີ 2022 ແລະ ຕົກຢູ່ພາຍໃຕ້ແຮງກົດດັນເປັນພິເສດໃນລະດູໃບໄມ້ປົ່ງ ເນື່ອງຈາກຖືກປະເທດຕາເວັນຕົກອອກມາດຕະການຂວ້ຳບາດ ຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ. ຢ່າງໃດກໍຕາມ, ທ່ານ ມິຄາອິລ ມິຊູສຕິນ ກໍຍັງກ່າວວ່າ ເສດຖະກິດຂອງປະເທດຍັງຟື້ນຕົວຕໍ່ໄປດ້ວຍ ຄວາມໝັ້ນຄົງ ເຖິງຈະຖືກຂວ້ຳບາດ ແລະ ມີອຸປະສັກອີກຫຼາຍຢ່າງກໍຕາມ.

ລາຍໄດ້ຈາກການສົ່ງອອກນໍ້າມັນ ແລະ ແກ໊ສຂອງຣັດເຊຍ ໃນໄລຍະເດືອນ 1 – 5 ປີນີ້ ມີເກືອບເຄິ່ງໜຶ່ງເທົ່ານັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກລາຄານໍ້າມັນດິບ ອູຣາລ ( Urals ) ແລະ ປະລິມານການສົ່ງອອກແກ໊ສທໍາມະຊາດຫຼຸດລົງ.

ສ່ວນ ທ່ານ ອັທໂທນ ຊິລູອານ໊ອບ ( Anton Siluanov ) ລັດຖະມົນຕີກະຊວງການເງິນ ຣັດເຊຍ ກໍໄດ້ກ່າວຢໍ້າອີກວ່າ: ການຂາດດຸນງົບປະມານຂອງຣັດເຊຍ ໃນປີນີ້ຈະບໍ່ເກີນ 2% ຂອງ GDP. ປັດຈຸບັນ IMF ເປັນໜຶ່ງໃນຫຼາຍອົງກອນທີ່ຄາດການວ່າ ຣັດເຊຍ ຈະຂາດດຸນງົບປະມານຫຼາຍຂຶ້ນໃນປີນີ້.