ແຂວງວຽງຈັນທຳລາຍສິນຄ້າລອກຮຽນແບບ ແລະ ນຳເຂົ້າຜິດກົດໝາຍ

62

ໃນຕອນເຊົ້າຂອງວັນທີ 5 ກໍລະກົດ 2023 ນີ້ ຢູ່ທີ່ພະແນກອຸດສາຫະກຳ-ການຄ້າແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າລະເມີດເຄື່ອງໝາຍການຄ້າ ແລະ ສິນຄ້ານອກລະບົບຂຶ້ນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນພຽນ ວໍລະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ, ມີບໍລິສັດ, ພະແນກພາກສ່ວນທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງໄດ້ພ້ອມກັນເຂົ້າຮ່ວມຈູດທໍາລາຍສິນຄ້າສິນຄ້າເຫຼົ່ານີ້.

อาจเป็นรูปภาพของ 9 คน และ ข้อความ

ໂດຍເຄື່ອງທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ມາຈາກຂະແໜງການຄ້າພາຍໃນ ເຊິ່ງອົງການປະຕິບັດວຽກການຄ້າ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ການຄ້າ ພ້ອມດ້ວຍຂະແໜງທີ່ກ່ຽວຂ້ອງເປັນຕົ້ນແມ່ນ ເຈົ້າໜ້າທີ່ຕໍາຫຼວດເສດຖະກິດ (ປ.ກ.ສ ແຂວງວຽງຈັນ), ເຈົ້າໜ້າທີ່ພາສີແຂວງ, ພະແນກສາທາລະນະສຸກແຂວງວຽງຈັນ, ຂະແໜງຊັບສິນປັນຍາມາດຖານ-ວັດເແທກພ້ອມດ້ວຍວິຊາການ ເພື່ອລົງເຄື່ອນໄຫວ ຕິດຕາມກວດກາເປົ້າໝາຍ ສິນຄ້ານອກລະບົບ, ກວດກາເປົ້າໝາຍການຄ້ານໍາເຂົ້າ ແລະ ກວດກາສິນຄ້າທີ່ບໍ່ຖືກຕ້ອງ (ສິນຄ້າປອມແປງ) ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າຂອງບໍລິສັດສົມບູນການຄ້າ.

อาจเป็นรูปภาพของ 1 คน และ ข้อความ

ປະເພດສິນຄ້າລອກຮຽນແບບທີ່ກວດພົບແມ່ນມີ: ປະເພດຊັນໄລ (ນຳ້ຢາລ້າງຈານ) ກາຍົກໂປ້ຈຳນວນ 588 ຕຸກ, ນໍ້າມັນເຄື່ອງຄູໂບ້ຕ້າຈໍານວນ 16 ຕຸກ. ສ່ວນສິນຄ້ານໍາເຂົ້າບໍ່ຖືກຕ້ອງມີ: ເລົາປືນແກັບ, ເຄື່ອງຮັບສັນຍານ 90 ເຄື່ອງ, ຫົວດູດສັນຍານ 218 ເຄື່ອງ, ລີໂມດ 469 ອັນ, ໃບຈານ 35 ອັນ, ລວມມູນຄ່າທັງໝົດ 53.316.000 ກີບ.

อาจเป็นรูปภาพของ 3 คน, ลิงลม และ ข้อความ

ສະນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງວຽງຈັນໃນນາມອົງການປະຕິບັດວຽກງານກວດກາການຄ້າຂັ້ນແຂວງ ສະເຫນີອອກຂໍ້ຕົກລົງເລກທີ 115/ຈຂ.ວຈ ລົງວັນທີ 10 ກຸມພາ 2023 ວ່າດ້ວຍ: ການຍຶດ ແລະ ທໍາລາຍສິນຄ້ານອກລະບົບ, ສິນຄ້າປອມແປງ, ສິນຄ້າຕ້ອງຫ້າມ ແລະ ສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ, ພ້ອມທັງໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝຕໍ່ຜູ້ລະເມີດຕາມລະບຽບການ.

อาจเป็นรูปภาพของ 7 คน และ ข้อความ

ໃນຕໍ່ໜ້າຂະແໜງການຄ້າພາຍໃນກໍ່ຄືອົງການປະຕິບັດວຽກງານກວດກາການຄ້າ ຈະໄດ້ຕິດຕາມກວດກາ 11 ຕົວເມືອງຂອງແຂວງວຽງຈັນ ແລະ ເຄື່ອນໄຫວຕາມປົກກະຕິຕາມແຜນປະຈຳເດືອນ, ງວດ, ປີ ແລະ ຈະຊອກຫາແຫຼ່ງຂ່າວ, ແຫຼ່ງທີ່ມາຈໍາໜ່າຍສິນຄ້າປະເພດ ຕ່າງໆທີ່ມີການປອມແປງ, ຮຽນແບບ, ລະເມີດຊັບສິນປັນຍາ ແລະ ສິນຄ້ານອກລະບົບ ທີ່ເຫັນວ່າຜິດລະບຽບຕໍ່ກົດໝາຍບ້ານເມືອງທັງນີ້ກໍ່ເພື່ອການປົກປ້ອງ ແລະ ເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ.

อาจเป็นรูปภาพของ 7 คน

ໂດຍ: ແຂວງວຽງຈັນໂພສ