ເຊັນສັນຍາຮ່ວມມືໂຄງການພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວ

151

ໃນວັນທີ 28 ມີຖຸນາ 2023, ຢູ່ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີເຊັນສັນຍາຮ່ວມມືໂຄງການພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວຂອງບຸກຄົນພາຍໃນ ແລະ ຕ່າງປະເທດຕາມໂຮງແຮມ, ເຮືອນພັກ ທົ່ວປະເທດ ລະ ຫວ່າງກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບບໍລິສັດ ລາວເນັດຄອມມູນິເຄເຊິນ ຈຳກັດຜູ້ດຽວ. ໂດຍໃຫ້ກຽດເຂົ້າຮ່ວມໂດຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ແລະ ທ່ານ ນາງ ກົງຕາວັນ ແກ້ວດວງສີ ປະທານ ບໍລິສັດ ລາວເນັດ ຄອມມູນິເຄເຊິນ ຈຳກັດ ຜູ້ດຽວ; ພ້ອມດ້ວຍຄະນະນໍາພາ-ບັນຊາ ກົມກອງອ້ອມຂ້າງກະຊວງປ້ອງກັນຄວາມ ສະຫງົບ ແລະ ແຂກຮັບເຊີນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 9 people, wedding and text
ທ່ານ ພົຈວ ໜູຈອນ ກ້ອນທອງດຳ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ຂຶ້ນລາຍງານຄວາມເປັນມາຂອງໂຄງການວ່າ: ບໍລິສັດ ລາວເນັດ ຄອມມູນິເຄເຊິນ ຈໍາກັດຜູ້ດຽວ ເປັນບໍລິສັດຂອງຄົນລາວ ສໍານັກງານຕັ້ງຢູ່ ບ້ານໂພນພະເນົາ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະເໜີເຈດຈຳນົງ ສະບັບເລກທີ 001-20/LNC ຄັ້ງວັນທີ 20 ກຸມພາ 2020 ມາຍັງກະຊວງປ້ອງກັນຄວາມສະຫງົບ; ພາຍ ໃຕ້ການຊີ້ນຳຂອງຄະນະພັກ-ຄະນະບັນຊາກະຊວງປ້ອງກັນຄວາມສະຫງົບ ກໍຄືກົມໃຫຍ່ພະລາທິການ ໄດ້ມອບໃຫ້ກົມວິຊາສະເພາະ ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າຕາມເຈດຈຳນົງຂອງບໍລິສັດທີ່ສະເໜີຂໍພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວຂອງບຸກຄົນພາຍໃນ ແລະ ຕ່າງປະເທດ ຕາມໂຮງແຮມ ແລະ ເຮືອນພັກ ທົ່ວປະເທດ.

May be an image of 16 people, dais and text

ທັງນີ້ກໍ່ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກຳລັງ ປກສ; ຍົກລະດັບຈາກເມື່ອກ່ອນແບບຈົດກ່າຍມາເປັນລະບົບລົງທະບຽນແບບທັນສະໄໝ ໃນການເກັບກຳ ແລະ ແລກປ່ຽນຂໍ້ມູນ, ການແຈ້ງເຕືອນ, ການຖ່າຍໂອນຂໍ້ມູນຕົວຈິງ ໃນກໍລະນີທີ່ມີການປ້ອນຂໍ້ມູນຕາມເວລາຈິງ (real time) ເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບປອດໄພ ແລະ ແກ້ໄຂທັນເຫດການ, ດ້ວຍການລົງທຶນຂອງບໍລິສັດ ເອງ 100%, ມູນຄ່າການລົງທຶນທັງໝົດ 4 ລ້ານໂດລາສະຫະລັດ, ໂດຍມີໄລຍະເວລາ 23 ປີ (ນັບທັງໄລຍະກໍ່ສ້າງ, ທົດລອງ ແລະ ດໍາເນີນງານ), ເຊິ່ງທັງໝົດນີ້ ແມ່ນເປັນການລົງທຶນໃນຮູບແບບ PPP.

May be an image of 4 people and dais
ໃນນີ້, ລົງນາມເຊັນສັນຍາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຕາງໜ້າກະຊວງ ປ້ອງ ກັນຄວາມສະຫງົບ ແລະ ທ່ານ ນາງ ກົງຕາວັນ ແກ້ວດວງສີ ປະທານບໍລິສັດ ລາວເນັດຄອມມູນິເຄເຊິນ ຈຳກັດຜູ້ດຽວ, ໂດຍມີ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາພາ-ບັນຊາກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ແລະ ແຂກຮັບເຊີນຈາກບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວຈາກ: ປກສ