ເມືອງພຽງ ມອບກົນຈັກໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ

94

ໃນວັນທີ 3 ກໍລະກົດ ທີ່ຜ່ານມາ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າເຂດນາຊີງ ທີ່ຫ້ອງປະຊຸມບ້ານນາບວມ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງ ຜູ້ຊີ້ນຳວຽກງານເສດຖະກິດຂອງເມືອງ, ມີບັນດາຫົວໜ້າຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ຜູ້ປະສານງານໂຄງການຂັ້ນເມືອງ, ເລຂາໜ່ວຍພັກນາຍບ້ານ ຕະຫຼອດເຖິງບັນດາທ່ານແຂກ, ຕາງໜ້າບໍລິສັດລາວຮ່ວມໃຈມໍເຕີເຊວ ແລະ ຕາງໜ້າກຸ່ມຜະລິດພາຍເຂດນາຊີງເຂົ້າຮ່ວມ.

อาจเป็นรูปภาพของ 6 คน, แท่นบรรยาย และ ข้อความ

ພິທີໄດ້ຜ່ານບົດລາຍງານປະຫວັດຄວາມເປັນມາ ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຜະລິດກະສິກຳເປັນສິນຄ້າປະຈຳເມືອງພຽງ ຊຶ່ງໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ ໃນວົງເງິນ 25 ລ້ານໂດລາ ຊຶ່ງໄດ້ຮັບການເຊັນສັນຍາ ແລະ ອະນຸມັດ ໃນເດືອນພຶດສະພາ 2018, ມີພື້ນທີ່ຈັດຕັ້ງປະຕິບັດຢູ່ 5 ແຂວງຄື: ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງ, ບໍລິຄໍາໄຊ ແລະ ຄຳມ່ວນ.

อาจเป็นรูปภาพของ 19 คน, ต้นไม้ และ ข้อความ

ພືດຫຼັກທີ່ໂຄງການໃຫ້ການສົ່ງເສີມເພື່ອການຜະລິດເປັນສິນຄ້າມີຄື: ເຂົ້າ, ສາລີ ແລະ ພືດຜັກຕ່າງໆ ສໍາລັບແຂວງໄຊຍະບູລີແມ່ນມີ 4 ເມືອງເປົ້າໝາຍຄື: ເມືອງໄຊຍະບູລີ, ເມືອງຊຽງຮ່ອນ, ເມືອງພຽງ ແລະ ເມືອງປາກລາຍ.

ສຳລັບເມືອງພຽງ ພືດທີ່ເປັນຈຸດສຸມໃນການສົ່ງເສີມຂອງເມືອງແມ່ນເຂົ້າ ແລະ ບ້ານເປົ້າໝາຍຂອງໂຄງການປະກອບມີ 23 ບ້ານລວມມີກຸ່ມຜະລິດທັງໝົດ 51 ກຸ່ມຜະລິດ, ມີຈຳນວນ 2.500 ຄອບຄົວໃນນັ້ນກຸ່ມຜະລິດແນວພັນເຂົ້າ 5 ກຸ່ມ, ກຸ່ມຜະລິດກະສິກຳສະອາດ 46 ກຸ່ມ, ມີເນື້ອທີ່ນາໃນລະດູຝົນ 2.760 ເຮັກຕາ ແລະ ລະດູແລ້ງ 1.000 ເຮັກຕາ, ນອນໃນ 6 ເຂດຊົນລະປະທານຄື:  ນໍ້າຕານ, ນໍ້າພຽງ 1, ນໍ້າພຽງ 2, ນໍ້າພຽງ 3,  ນໍ້າພຽງ 4 ແລະ  ນໍ້າເຮ້ຍ.

อาจเป็นรูปภาพของ เซกเวย์, รถเอทีวี และ พื้นหญ้าສຳລັບການມອບກົນຈັກໃນຄັ້ງນີ້ມີລົດໄຖນາເດີນຕາມ ຈໍານວນ 26 ຄັນ ມອບໃຫ້ 5 ກຸ່ມຜະລິດ ມີ 5 ບ້ານເປົ້າໝາຍໂຄງການຄື: ບ້ານນາບວມ ຈໍານວນ 7 ຄັນ, ບ້ານໂພນຊຽງ 1 ຈໍານວນ 5 ຄັນ, ບ້ານໜອງບົວຊາຍ ຈໍານວນ 6 ຄັນ, ບ້ານໜອງບົວພີ່ນ້ອງ ຈໍານວນ 4 ຄັນ ແລະ ບ້ານໜອງບົວທອງ ຈໍານວນ 4 ຄັນ.

ໃນພິທີແມ່ນໃຫ້ກຽດມອບໂດຍ ທ່ານ ຄຳພັນ ຄຳພູບົວ ພ້ອມທັງມີຄຳເຫັນໂອ້ລົມຊຶ່ງທ່ານໄດ້ຮຽກຮ້ອງມາຍັງກຸ່ມຜະລິດກະສິກຳນຳໃຊ້ກົນຈັກກະສິກຳດັັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ພ້ອມທັງປົກປັກຮັກສານຳໃຊ້ໃຫ້ຍາວນານເພື່ອເຮັດໃຫ້ກຸ່ມຜະລິດມີຄວາມເຂັ້ມແຂງສາມາດຜະລິດກະສິກຳໄດ້ທັງປະລິມານ ແລະ ຄຸນນະພາບ ເຮັດໃຫ້ບັນລຸຄາດໝາຍຍຸດທະສາດຂອງເມືອງທີ່ວ່າ: ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ.

ໂດຍ: ປະຊາຊົນ