ການເລືອກພໍ່ພັນ – ແມ່ພັນ ແລະ ປະສົມພັນ ປາກົດ

76

ການຄັດເລືອກພໍ່ແມ່ພັນປາກົດ ຕ້ອງເລືອກເອົາໂຕທີ່ສົມບູນ, ແຂງແຮງ, ໂຕລຽບ, ເວລາຈັບໃຫ້ໃຊ້ຜ້າມາປິດຫົວ ແລະ ຕາພໍ່ພັນແມ່ພັນ ແລ້ວຫງາຍທ້ອງຂຶ້ນກວດເບິ່ງ ຄວາມພ້ອມຂ້ອງປາ ເພື່ອຫຼຸດການບອບຊໍ້າ ແລະ ຄວາມຄຽດຂອງປາ.

▶ຖ້າປາກົດໂຕແມ່ ທີ່ພ້ອມປະສົມພັນໃຫ້ສັງເກດທ້ອງມັນຈະບວມໃຫຍ່ ສ່ອງເພດມັນຈະເປັນສີບົວໆ. ສຳລັບເພດຜູ້ອະໄວຍະວະຈະເປັນຕິ່ງແຫຼມອອກມາບໍ່ຕໍ່າ ກວ່າ 1 ຊັງຕີແມັດ ເວລາບີບບໍລິເວນອະໄວຍະວະແມ່ນຈະມີນໍ້າຂາວໆໄຫຼອອກມາ ແລະ ຄວນມີນໍ້າໜັກ 450 ກຣາມຂຶ້ນໄປ ແລະ ມີອາຍຸບໍ່ຕໍ່າກວ່າ 18 ເດືອນ ເຊິ່ງປົກກະຕິແລ້ວໂຕແມ່ຈະມີນໍ້າໜັກຫຼາຍກວ່າໂຕຜູ້.


▶ການກະກຽມອຸປະກອນໃນການປະສົມພັນ: ອ່າງ ຫຼື ຄອກນໍ້າ ທີ່ເອົາໄວ້ເພາະພັນ ໂດຍປະສົມແລ້ວໃສ່ດ່າງພິລາ 7 PPM ແຊ່ປະໄວ້ 30 ນາທີແລ້ວປ່ອຍນໍ້າອອກ ແລ້ວຈຶ່ງເປັ່ງນໍ້າເຂົ້າໃໝ່, ຊາມ, ຂົນປີກໄກ່ ( ສະອາດ ), ຜ້າ, ມີດຕັດ, ຄີມຄີບ, ຜ້າມຸ້ງ. ຈາກນັ້ນກໍສີດຮໍໂມນສັງເຄາະ ແລະ ຢາເສີມລິດ Motilium-M.

▶ໂດຍກຽມກ່ອງແກ້ວ ຫຼື ພາສຕິກ ຂະໜາດ 15 – 20 ມິນລີລິດ ທີ່ມີຝາປິດສະໜິດ ຈາກນັ້ນນຳເຂັມໄປຕົ້ມໃນນໍ້າທີ່ຟົດປະມານ 10 ນາທີ ເອົາມາວາງໄວ້ໃຫ້ເຢັນ ຈາກນັ້ນໃຊ້ເຂັມດູດຮໍໂມນ 1 ມິນລີລິດ ( ສ່ວນທີ່ເຫຼືອແມ່ນສາມາດໄປເກັບໄວ້ໃນຕູ້ເຢັນໄວ້ໃຊ້ຄັ້ງຕໍ່ໄປໄດ້ ) ໄປສີດລົງໃສ່ກວດທີ່ກຽມໄວ້ ແລ້ວຕື່ມນໍ້າກັ່ນລົງໄປປະມານ 9 ມິນລີລິດ ລົງໄປປະສົມກັບຮໍໂມນ ຈາກນັ້ນກໍປິດຝາໃຫ້ແໜ້ນສັ່ນໃຫ້ເຂົ້າກັນ, ຈາກນັ້ນມາບົດຢາເສີມລິດ 1 ເມັດ ແຮງ 5 ມິນລີ ກຣາມ ບົດລະອຽດລົງໄປປະສົມກັບຮໍໂມນ ແລະ ນໍ້າກັ່ນນັ້ນຄົນໃຫ້ລະລາຍເຂົ້າກັນ ແລ້ວຈຶ່ງນໍາສະແລັງ 10 ມິນລີກຣາມ ດູດ ແລ້ວສີດໃຫ້ເພດແມ່ພັນປາ ໃນປາປະມານ 1 ກິໂລ ( ໂດຍແບ່ງສີດໃສ່ກ້າມຊີ້ນສັນ ຫຼື ກ້ອງສັນຄີສັນຫຼັງ).

ສີດໃສ່ພໍ່ພັນ: ແມ່ພັນ 10 ມິນລີກຣາມ ປະສົມກັບຢາ ເສີມລິດ 1 ເມັດ ແຮງ 5 ມິນລີກຣາມ ຕໍ່ກິໂລກຣາມ ແລະ ສ່ວນໂຕແມ່ພັນ ຮໍໂມນ 20 ມິນລີກຣາມ ປະສົມກັບຢາ ເສີມລິດ 1 ເມັດ ແຮງ 5 ມິນລີກຣາມ ຕໍ່ກິໂລກຣາມ. ຈາກນັ້ນກໍນຳພໍ່ພັນແມ່ພັນກັບຄືນລົງໄປປ່ອຍໃນອ່າງ ປະມານ 8 – 10 ຊົ່ວໂມງ ປາກໍຈະປະສົມພັນ ແລະ ວາງໄຂ່ແລ້ວ, ຈາກນັ້ນແຍກພໍ່ – ແມ່ພັນອອກ. ຫຼັງຈາກນັ້ນໃຊ້ເວລາ 55 – 58 ຊົ່ວໂມງໄຂ່ປາຈະຝັກອອກເປັນລູກປານ້ອຍແລ້ວ.
[ ຂໍ້ມູນ: Fisheries Science NU]