ອັດຕະປື ທຳລາຍອຸປະກອນຫາປາທີ່ຜິດກົດໝາຍ

31

ໃນວັນທີ 4 ກໍລະກົດ 2023 ນີ້, ທີ່ຫ້ອງຕຳຫຼວດພະແນກຕຳຫຼວດສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຈັດພິທີທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ, ໂດຍການເຂົ້າຮ່ວມຂອງທ່ານ ພັ.ອ ສັກສິດ ສີພັນດວງ ຮອງກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື, ມີ ປກສ 5 ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 11 คน และ ข้อความ

ໃນພິທີ ທ່ານ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາ ແລະ ສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ເຊິ່ງໃນກາງເດືອນ ພຶດສະພາ 2023 ຜ່ານມາ ພາຍຫຼັງເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງເມືອງສາມັກຄີໄຊແຂວງອັດຕະປືໄດ້ພົບເຫັນປະຊາຊົນຈຳນວນໜຶ່ງທີ່ລັກລອບນຳໃຊ້ເຄື່ອງໜໍ້ຊ໋ອດປາໂດຍບໍຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ກໍ່ໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງເຂົ້າຫ້ອງການ,

อาจเป็นรูปภาพของ ข้อความพูดว่า "GS TOUGH"

ຜ່ານການສືບສວນຜູ້ກ່ຽວກໍ່ໄດ້ຮັບສາລະພາບວ່າ: ແມ່ນໄດ້ເຄີຍເຄື່ອນໄຫວກະທຳມາຫຼາຍຄັ້ງແລ້ວ, ສ່ວນເຄື່ອງຊ໋ອດ-ໝໍ້ດູດປາ ແມ່ນໄດ້ຊື້ມາຈາກຮ້ານແຫ່ງໜຶ່ງທີ່ຂາຍຢູ່ຕະຫຼາດເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື, ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງໄດ້ເຮັດຕາມຂັ້ນຕອນລະບຽບກົດໝາຍ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງພ້ອມກັບອຳນາດການປົກຄອງບ້ານໄດ້ລົງກວດຄົ້ນຮ້ານແຫ່ງໜຶ່ງຢູ່ຕະຫຼາດເມືອງໃໝ່ເມືອງສາມັກຄີໄຊແຂວງອັດຕະປື.

อาจเป็นรูปภาพของ 1 คน และ ข้อความ

ຜ່ານການກວດຄົ້ນໄດ້ພົບເຫັນຂອງກາງທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດຈຳນວນ 13 ເຄື່ອງ, ຈາກນັ້ນເຈົ້າໜ້າທີ່ກໍ່ໄດ້ນໍາພໍ່ຄ້າຂາຍເຄື່ອງດັ່ງກ່າວນໍາມາສືບສວນ-ສອບສວນ ແລະ ໄດ້ຮັບສາລະພາບວ່າ: ໄດ້ນຳເຄື່ອງດັ່ງກ່າວເຂົ້າມາແຕ່ປີ 2022 ທີ່ຮ້ານແຫ່ງໜຶ່ງຢູ່ຕະຫຼາດຊັງຈຽງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີຈຳນວນ 20 ເຄື່ອງ, ໄດ້ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ກ່ຽວທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ ຜູ້ຂາຍແມ່ນທາງເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.

ไม่มีคำอธิบายรูปภาพ

ໂດຍ: ຂ່າວສານອອນລາຍອັດຕະປື