ສ.ເກົາຫຼີ ເກີນດຸນການຄ້າເປັນຄັ້ງທຳອິດ ໃນຮອບ 16 ເດືອນ

44

ສຳນັກຂ່າວບລູມເບີກລາຍງານວ່າ: ກະຊວງການຄ້າຂອງ ສາທາລະນະລັດເກົາຫຼີ ລາຍງານວ່າ: ສ.ເກົາຫຼີ ເກີນດຸນການຄ້າເປັນຄັ້ງທຳອິດໃນຮອບ 16 ເດືອນ ໂດຍໄດ້ແຮງຍູ້ຈາກການສົ່ງອອກລົດຍົນ, ໃນຂະນະທີ່ການນຳເຂົ້າພະລັງງານຫຼຸດລົງ.

ລາຍງານລະບຸວ່າ: ເຖິງວ່າເກີນດຸນການຄ້າ ແຕ່ການສົ່ງອອກໃນເດືອນມິຖຸນາ 2023 ຫຼຸດລົງ 6% ເມື່ອທຽບໃສ່ເດືອນດຽວກັນຂອງປີຜ່ານມາ ຫຼາຍກວ່າທີ່ນັກເສດຖະສາດຄາດການໄວ້ວ່າ ຈະຫຼຸດລົງ 3,6%, ຫຼັງຈາກທີ່ຫຼຸດລົງ 15,2% ເມື່ອເດືອນພຶດສະພາຜ່ານມາ. ໃນຂະນະທີ່ການນຳເຂົ້າກໍຫຼຸດລົງ 11,7% ໃນເດືອນມິຖຸນາ ຫຼັງຈາກທີ່ຫຼຸດລົງ 14% ເມື່ອເດືອນພຶດສະພາ ສົ່ງຜົນໃຫ້ ສ.ເກົາຫຼີ ເກີນດຸນການຄ້າ 1,1 ພັນລ້ານໂດລາ ໃນເດືອນມິຖຸນາ ເຊິ່ງເປັນການເກີນດຸນການຄ້າຄັ້ງທຳອິດນັບແຕ່ເດືອນກຸມພາ 2022 ເປັນຕົ້ນມາ.