ຜູ້ນຳອົງກອນ ຕ້ອງກ້າປ່ຽນແປງ, ຮູ້ຈັກແບ່ງປັນ ແລະ ເປັນແບບຢ່າງທີ່ດີໃຫ້ກັບພະນັກງານ

54

ຖ້າເຮົາສຶກສາປະຫວັດສາດຂອງອົງກອນ ຫຼື ກິດຈະການທີ່ປະສົບຜົນສຳເລັດ ນັບຕັ້ງແຕ່ຍຸກສະໄໝຫຼາຍສະຕະວັດມານີ້ຈະເຫັນວ່າ “ ຄຸນສົມບັດ ” ໜຶ່ງຂອງຜູ້ນໍາທີ່ເຮັດໃຫ້ເຂົາສາມາດສ້າງໃຫ້ກິດຈະການ ຫຼື ອົງກອນນັ້ນປະສົບ ຄວາມສຳເລັດຄືການພະຍາຍາມກະຈາຍອຳນາດ ແລະ ການປົກຄອງໃຫ້ຄົນທີ່ມີສ່ວນຮ່ວມໃນອົງກອນຮູ້ສຶກວ່າຕົວເອງເປັນເຈົ້າຂອງ.

ຜູ້ນຳຂອງກິດຈະການທີ່ເກັ່ງຈະຮູ້ຈັກແບ່ງຮຸ້ນຂອງບໍລິສັດໃຫ້ກັບພະນັກງານທີ່ຢູ່ໃນໄລຍະກໍ່ຕັ້ງຕົວຢ່າງ ບໍລິສັດ “ Huawei ” ທີ່ກໍ່ຕັ້ງໂດຍ ທ່ານ “ Ren Zhengfei ” ບໍລິສັດຂອງຈີນ ເຊິ່ງທຳອິດເປັນພຽງຜູ້ຂາຍອຸປະກອນໂທລະຄົມໃຫ້ກັບບໍລິສັດໃຫຍ່ໆ ແຕ່ປັດຈຸບັນກາຍເປັນ ບໍລິສັດ ໃຫຍ່ລະດັບໂລກໃນດ້ານໂທລະຄົມ ແລະ ມືຖື. ແຕ່ຮູ້ບໍວ່າທ່ານ Ren Zhengfei ມີຮຸ້ນບໍລິສັດພຽງ 1,42% ຂອງທັງໝົດ ເພາະຮຸ້ນທີ່ເຫຼືອເກືອບ 99% ລາວໄດ້ຈັດສັນແບ່ງໃຫ້ກັບພະນັກງານທັງໝົດກວ່າ 100.000 ຄົນ ເຊິ່ງແຕ່ລະຄົນມາຈາກຫຼາຍສັນຊາດ, ພຽງແຕ່ຮຸ້ນຂອງພະນັກງານນັ້ນ ຈະບໍ່ສາມາດອອກສຽງໂຫວດໃນການບໍລິຫານ ມີພຽງຜູ້ກໍ່ຕັ້ງຄື ທ່ານ Ren Zhengfei ແລະ ຜູ້ຈັດການລະດັບສູງເທົ່ານັ້ນ ທີ່ຕັດສິນໃຈໃນເລື່ອງໃຫຍ່ໆໄດ້, ເຖິງຢ່າງໃດພະນັກງານທຸກຄົນ ຈະໄດ້ຮັບເງິນປັນຜົນຂອງບໍລິສັດຕາມຮຸ້ນ ພ້ອມກັບຄວາມຮູ້ສຶກຕົວເອງເປັນສ່ວນໜຶ່ງຂອງບໍລິສັດ.

ອີກຕົວຢ່າງໜຶ່ງ ໃນຈີນ ກໍຄືບໍລິສັດ Alibaba ຂອງທ່ານ “ ແຈັກມ່າ ” ອີກມະຫາເສດຖີຂອງຈີນ ຮຸ້ນຂອງແຈັກມ່າ ໃນບໍລິສັດມີພຽງ 7% ເທົ່ານັ້ນ, ຮຸ້ນທີ່ເຫຼືອລາວແບ່ງໃຫ້ກັບພະນັກງານທີ່ກໍ່ຕັ້ງບໍລິສັດມານຳກັນຕັ້ງແຕ່ປີ 1997 ເຖິງຢ່າງໃດ ເນື່ອງຈາກມູນຄ່າມະຫາສານຂອງບໍລິສັດ ເຮັດໃຫ້ປັດຈຸບັນພະນັກງານທຸກຄົນ ທີ່ກໍ່ຕັ້ງນັ້ນ ກາຍເປັນເສດຖີເງິນລ້ານໃນທົ່ວໜ້າ.


ຄຸນສົມບັດ “ ການແບ່ງປັນຄວາມເປັນເຈົ້າຂອງ ” ຂອງຜູ້ນຳນັ້ນ ບໍ່ໄດ້ມີພຽງແຕ່ບໍລິສັດ ຫຼື ກິດຈະການ ແຕ່ລວມໄປເຖິງຜູ້ນຳຂອງປະເທດ ເຊັ່ນ: ກອງທັບແດງຂອງຈີນ ທີ່ນຳໂດຍທ່ານ “ ເໝົາເຈີຕຸງ ” ເປັນກອງທັບທີ່ໃຫຍ່ ແລະ ສູ້ຮົບເກັ່ງທີ່ສຸດ ເຖິງຂະໜາດທີ່ວ່າ ສາມາດຕໍ່ຕ້ານກອງທັບຍີ່ປຸ່ນ ທີ່ເຂົ້າມາບຸກຢຶດຈີນຈົນຍີ່ປຸ່ນຕ້ອງຖອຍທັບກັບປະເທດ, ສິ່ງທີ່ເຮັດໃຫ້ກອງທັບແດງສູ້ຮົບຊະນະ ສ່ວນໜຶ່ງມາຈາກແຮງຈູງໃຈທີ່ວ່າ ເມື່ອສູ້ຮົບຊະນະແລ້ວ ຊາວໄຮ່ຊາວນາໃນຈີນ ສາມາດເປັນເຈົ້າຂອງໄຮ່ນາຂອງຕົວເອງ ເຊິ່ງປະທານເໝົາ ສາມາດໂນ້ມນ້າວກຸ່ມຄົນເຫຼົ່ານີ້ໄດ້ເປັນຢ່າງດີ ແລະ ໃນຈີນຕອນນັ້ນ ຊາວກະສິກຳມີຈຳນວນກວມເອົາເກືອບໝົດທົ່ວປະເທດ ເຊັ່ນດຽວກັບທ່ານ “ ໂຮ່ຈິມິນ ” ຜູ້ນຳດ້ານຈິດວິນຍານຂອງຫວຽດນາມ ຊາຍຜູ້ຮ່າງກາຍຜອມບາງ ແຕ່ສາມາດບັນຊາການກອງທັບປົດປ່ອຍປະຊາຊົນຫວຽດນາມຫຼາຍລ້ານຄົນ ເຮັດສົງຄາມຂະໜາດໃຫຍ່ ແລະ ໄດ້ຮັບໄຊຊະນະເຖິງ 2 ເທື່ອກັບ 2 ປະເທດ ມະຫາອຳນາດຄືຝຣັ່ງ ແລະ ອາເມຣິກາ ໃນຊ່ວງກ່ອນສົງຄາມກູ້ເອກະລາດ ໂຮ່ຈິມິນ ໄດ້ເວົ້າກັບໝູ່ສະໜິດຄົນໜຶ່ງໃນຝຣັ່ງວ່າ ຖ້າຫາກສົງຄາມເກີດຂຶ້ນຈະມີຄົນຫວຽດນາມຍອມຕາຍ 10 ຄົນ ເພື່ອຂ້າທະຫານຝຣັ່ງ 1 ຄົນ ຈົນໃນທີ່ສຸດຫວຽດນາມກໍຊະນະ.

ເຫດຜົນທີ່ຄົນຫວຽດນາມເອົາຊະນະສົງຄາມຂະໜາດໃຫຍ່ທັງ 2 ຄັ້ງໄດ້ ກໍມາຈາກການທີ່ທຸກຄົນຕ້ອງການເປັນເຈົ້າຂອງປະເທດ ໂຮ່ຈິມິນ ຮຽນທິດສະດີການເມືອງມາຈາກໂຊວຽດ ແຕ່ດ້ວຍຄວາມເກັ່ງກ້າ ດ້ານການເລົ່າເລື່ອງ ລາວສາມາດເວົ້າທິດສະດີອັນສັບຊ້ອນໃຫ້ຄົນໃນຫວຽດນາມ ໂດຍສະເພາະຊາວກະສິກຳ ທີ່ຍັງບໍ່ມີຄວາາມຮູ້ໃນຕອນນັ້ນເຂົ້າໃຈໄດ້ຢ່າງງ່າຍດາຍ ເຮັດໃຫ້ກອງທັບຂອງໂຮ່ຈີມິນ ເຕີບໃຫຍ່ຢ່າງວ່ອງໄວ ແລະ ເຂັ້ມແຂງ, ໂຮ່ຈິມິນ ຄືຜູ້ນຳທີ່ໃຫ້ຜູ້ຕາມຂອງລາວ ຮູ້ສຶກວ່າການຕໍ່ສູ້ນີ້ແມ່ນເພື່ອຕົວເຂົາເອງ ບໍ່ໄດ້ເພື່ອໃຜຄົນໃດຄົນໜຶ່ງ ເຊິ່ງເປັນຄຸນສົມບັດທີ່ສຳຄັນທີ່ສຸດໃນການເປັນຜູ້ນຳ ຕ້ອງເຮັດໃຫ້ໄດ້ ຕ້ອງເຮັດໃຫ້ຜູ້ຕາມຮູ້ສຶກວ່າ ເຂົາບໍ່ໄດ້ເຮັດວຽກເພື່ອເຮົາ ແຕ່ທຸກຄົນເຮັດວຽກເພື່ອກັນ ແລະ ກັນ.

[ ຮຽບຮຽງຈາກ: ປຶ້ມຄິດແບບນັກບໍລິຫານ ]