ອັດຕາເງິນເຟີ້ ເຢຍລະມັນ ກັບມາເພີ່ມຂຶ້ນອີກ

50

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອັດຕາເງິນເຟີ້ຂອງ ເຢຍລະມັນ ໄດ້ດີດຕົວເພີ່ມຂຶ້ນຄືນໃນເດືອນມິຖຸນາ 2023 ຫຼັງຈາກການຫຼຸດລົງໃນຫຼາຍເດືອນຜ່ານມາ ໂດຍສະເພາະໃນ 5 ລັດ ເສດຖະກິດທີ່ສໍາຄັນຂອງ ເຢຍລະມັນ ລວມມີ: ນອດໄລ ເວສຟາເລນ, ບາເຢີນ, ເບຣນເດນເບີກ, ເຮສເຊນ ແລະ ເບເດນ – ເວີເທັມເບີກ.

ຂໍ້ມູນເບື້ອງຕົ້ນຈາກອົງການສະຖິຕິຂອງລັດຖະບານເຢຍລະມັນ ເປີດເຜີຍໃນວັນທີ 29 ມິຖຸນາ ຜ່ານມາ ສະແດງໃຫ້ເຫັນວ່າ: ອັດຕາເງິນເຟີ້ຂອງເສດຖະກິດ ເຢຍລະມັນ ເພີ່ມຂຶ້ນຈາກລະດັບ 6,1% ໃນເດືອນພຶດສະພາ ຂຶ້ນເປັນ 6,4% ໃນເດືອນມິຖຸນາ 2023, ສູງກວ່າການຄາດຄະເນຂອງນັກວິເຄາະໃນລະດັບ 6,3%.

ໃນ 5 ລັດຫຼັກ, ອັດຕາເງິນເຟີ້ໄດ້ເພີ່ມຂຶ້ນ 6,2% ຢູ່ ລັດນອດໄລ ເວສຟາເລນ ແລະ ລັດບາວາເຣຍ, ລະດັບ 6,7% ຢູ່ ລັດເບຣນເດນເບີກ, ລະດັບ 6,1% ຢູ່ ລັດເຮສເຊນ ແລະ ລະດັບ 6,9% ຢູ່ ເບເດນ – ເວີເທັມເບີກ. ດ້ວຍຂໍ້ມູນຂ້າງເທິງ, ອັດຕາເງິນເຟີ້ຂອງເຢຍລະມັນຍັງຈະຫຍຸ້ງຍາກ.