ຄວາມຄືບໜ້າ ຂອງໂຮງກັ່ນນ້ຳມັນໃນລາວ ກຽມຈັດສົ່ງວັດຖຸດິບ ເພື່ອຜະລິດ-ປຸງແຕ່ງແລ້ວ

192

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ເປັນໜຶ່ງບໍລິສັດແຫ່ງຄວາມຫວັງຂອງປະເທດເຮົາ ນັ້ນກໍ່ຄືການກັ່ນນ້ຳມັນ ເພື່ອຈຳໜ່າຍພາຍໃນ ຫຼ້າສຸດໄດ້ສັ່ງຊື້ວັດຖຸດິບເພື່ອມາທຳການຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ຈາກຜູ້ສະໜອງຢູ່ຕ່າງປະເທດ ຈຳນວນເບື້ອງຕົ້ນ 3 ລ້ານລິດ ເຊິ່ງເຮືອຂົນສົ່ງວັດຖຸດິບ ໄດ້ເຂົ້າມາຈອດທຽບທ່າ ທີ່ທ່າເຮືອ ເກືອລໍ່, ແຂວງ ເງະອານ, ສສ ຫວຽດນາມ ໃນວັນທີ 29 ມິຖຸນາ 2023 ເປັນທີ່ຮຽບຮ້ອຍແລ້ວ.

May be an image of lumberyard

ເຊິ່ງວັດຖຸດິບດັງກ່າວ ຈະຖືກຂົນສົ່ງຕໍ່ທາງລົດ ຜ່ານລະບຽບການນຳເຂົ້າ ຢູ່ດ່ານພາສີສາກົນນໍ້າກັ່ນ ແລະ ນໍາໄປທຳການຜະລິດ-ປຸງແຕ່ງ ເປັນນໍ້າມັນກາຊວນ ສໍາເລັດຮູບ ຢູ່ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຂອງ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ທີ່ຕັ້ງຢູ່ບ້ານ ຍອດງື່ມ, ເມືອງແປກ, ແຂວງຊຽງຂວາງ.

May be an image of 7 people, boat, the Panama Canal and text
ທ່ານ ອຸທັນ ໄຕລິດທິ ຮອງຜູ້ອຳນວຍການບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໃຫ້ຮູ້ວ່າ: ນໍ້າມັນເຊື້ອໄຟ ທີ່ທຳການຜະລິດອອກຈາກໂຮງງານ ສົ່ງອອກບໍລິການຮັບໃຊ້ພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດ ແມ່ນມີຄຸນນະພາບ ແລະ ມາດຕະຖານ ລະດັບດຽວກັນກັບນໍ້າມັນເຊື້ອໄຟສຳເລັດຮູບ ທີ່ນຳເຂົ້າມາຈາກຕ່າງປະເທດ, ເຊິ່ງໄລຍະຜ່ານມາ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ອອກຮັບໃຊ້ສັງຄົມ ແລ້ວກວ່າ 20 ລ້ານລິດ ໃນໄລຍະເວລາ 1 ປີນັບແຕ່ໄດ້ເປີດທຳການຜະລິດມາຮອດປັດຈຸບັນ ແລະ ປະກອບສ່ວນພັນທະພາສີ-ອາກອນ ທຸກປະເພດຢ່າງຄົບຖ້ວນ ພ້ອມທັງປະກອບສ່ວນພັດທະນາແຂວງຊຽງຂວາງນຳອີກ.
No photo description available.

ຂ່າວຈາກ: ຂປລ